spot_img
Homeຂ່າວຕ່າງປະເທດ2 ຄົນທໍາອິດຂອງໂລກ!​ ທີ່ປິນຜາສູງ 3000ຟຸດ ດ້ວຍມືເປົ່າ

2 ຄົນທໍາອິດຂອງໂລກ!​ ທີ່ປິນຜາສູງ 3000ຟຸດ ດ້ວຍມືເປົ່າ

Published on

E6291615-8

ນັກປິນເຂົາຊາວອາເມລິກາ 2 ຄົນພິຊິດໜ້າຜາສູງ 3000ຟຸດດ້ວຍມືເປົ່າເປັນຄົນທໍາອິດຂອງໂລກ.

15 ມັງກອນ 2015 ນັກປິນພູເຂົາຊາວອາເມລິກາ 2 ຄົນປິນໜ້າຜາ ເອລແຄປປິຕັນ ໃນອຸທະຍານແຫ່ງຊາດ ໂຍເຊມິຕິ ໃນລັດແຄລິຟອຣ໌ເນຍ ຂອງສະຫະລັດອາເມລິກາ ຊຶ່ງມີຄວາມສູງເຖິງ 3000ຟຸດໄດ້ສໍາເລັດເປັນ 2 ຄົນທໍາອິດຂອງໂລກ ມື້ວານນີ້ (15/01/2015) ໂດຍໃຊ້ເວລາທັງໝົດ 19 ວັນ.

ເຄວິນ ຈໍຣ໌ຈສັນ ອາຍຸ 30ປີ ແລະ ທອມມີ ຄັລດ໌ເວລ ອາຍຸ 36ປີ ເປັນນັກປິນພູເຂົາ 2 ຄົນທໍາອິດຂອງໂລກ ທີ່ປິນຜາແຫ່ງນີ້ດ້ວຍມີເປົ່າ ແລະ ໃຊ້ພຽງຄວາມອົດທົນ ແລະ ເຊືອກທີ່ປ້ອງກັນການຕົກລົງມາຈາກໜ້າຜາເທົ່ານັ້ນ ພວກເຂົາເລີ່ມຕົ້ນການຈາລຶກປະຫວັດສາດການປິນຂອງພວກເຂົາເມື່ອວັນທີ 27 ທັນວາ 2014 ໂດຍໃນລະຫວ່າງການປິນຜາ ພວກເຂົາໄດພັກແຮມໃນເຕັ້ນທີ່ແຂວນຢູ່ໜ້າຜານັ້ນ.

ພວກເຂົາເລືອກໃຊ້ເສັ້ນທາງ ດໍຣ໌ນວໍລລ໌ ເຊິ່ງເປັນເສັ້ນທາງທີ່ເປັນຕາຢານທີ່ສຸດຂອງຜາ ແລະ ພວກເຂົາທັງສອງ ຕ້ອງໃຊ້ເວລາຫຼາຍວັນເພື່ອໃຫ້ຜິວໜັງດີຂຶ້ນ ແລະ ເອົາສະກ໊ອດພັນເອົາໄວ້ ເພື່ອໃຫ້ໄປເຖິງຈຸດໝາຍໄດ້ໄວຂຶ້ນ.

ກ່ອນການປິນ ຈໍຣ໌ຈສັນ   ໄດ້ໂພສຂໍ້ຄວາມຜ່ານໂລກອອນໄລນ໌ວ່າ “ຂ້າພະເຈົ້າໄດ້ຮຽນຮູ້ອີກຂັ້ນໜຶ່ງຂອງຄວາມອົດທົນ ຄວາມພະຍາຍາມ ແລະ ຄວາມຕ້ອງການ” “ຂ້າພະເຈົ້າຈະບໍ່ຍອມແພ້ ຂ້ອຍຈະພັັກ ແລະ ຈະລອງອີກຄັ້ງ ແລະ ຂ້ອຍຈະຕ້ອງເຮັດໃຫ້ສໍາເລັດ”

ອີຣິຄ ຈໍຣ໌ຈສັນ ພໍ່ຂອງເຄວິນຈໍຣ໌ຈສັນ ບອກກັບສື່ທ້ອງຖິ່ນວ່າ ລາວກັບລູກຊາຍເລິີ່ມປິນຜາຈາກເສັ້ນທາງອຶ່ນໆ ໄປຈົນເຖິງຈຸດສຸດຍອດຂອງ ເອລ ແຄປປິຕັນ ຕັ້ງແຕ່ເຄວິນ ອາຍຸພຽງ 15 ປີ ແລະ ເຮັດຈົນເປັນປະເພນີ ໃນວັນເກີດຂອງທຸກໆປີ ສ່ວນ ແຊນດີ້ແວນນິວເວ໊ນຮູເຊັ່ນ ນ້ອງສາວຂອງຄັລດ໌ເວລ ບອກວ່າ ນາງຮູ້ສຶກຄືກັບວ່າເປັນຄົນທີ່ພາກພູມໃຈທີ່ສຸດໃນໂລກແລ້ວຕອນນີ້.

>>ຂອບໃຈhttp://www.komchadluek.net/detail/20150115/199542.html

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...