spot_img
Homeຂ່າວຕ່າງປະເທດພາ​ຍຸ​ເຂດ​ຮ້ອນ " ເມກ​ຂະ​ຫລາ " ຈະ​ຖະ​ຫລົ່ມ​ຊາຍ​ຝັ່ງ​ຟິ​ລິບ​ປິນ ວັນ​ເສົາ​ນີ້!

ພາ​ຍຸ​ເຂດ​ຮ້ອນ ” ເມກ​ຂະ​ຫລາ ” ຈະ​ຖະ​ຫລົ່ມ​ຊາຍ​ຝັ່ງ​ຟິ​ລິບ​ປິນ ວັນ​ເສົາ​ນີ້!

Published on

592324-01

ອຸ​ຕຸ​ນິ​ຍົມ​ ແລະ ອຸ​ທົກ​ກະ​ສາດ​ຟິ​ລິບ​ປິນ ຄາດ​ພາ​ຍຸ​ເມກ​ຂະ​ຫລາ ຈະ​ພັດ​ເຂົ້າ​ຖະ​ຫລົ່ມ​ຊາຍ​ຝັ່ງ​ຕອນ​ເຊົ້າ​ວັນ​ເສົາ (17 ມັງ​ກອນ) ນີ້ ພ້ອມ​ເຕືອນ​ປະ​ຊາ​ຊົນ​ກຽມ​ຮັບ​ມື.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ພາ​ຍຸ​ເຂດ​ຮ້ອນ​ ເມກ​ຂະ​ຫລາ ຖືກ​ຄາດ​ການ​ວ່າ​ຈະ​ພັດ​ເຂົ້າ​ຖະ​ຫລົ່ມ​ປະ​ເທດ​ຟິ​ລິບ​ປິນ ໃນ​ວັນ​ເສົາ​ທີ 17 ມັງ​ກອນ​ນີ້ ໂດຍ​ຂໍ້​ມູນ​ດັ່ງ​ກ່າວ ໄດ້​ຖືກ​ລາຍ​ງານ​ໂດຍກອງ​ທັບ​ເຮືອ ແລະ ກອງ​ທັບ​ອາ​ກາດ ແລະ ສູນ​ເຕືອນ​ໄພ​ຂອງ​ຟິ​ລິບ​ປິນ, ພາ​ຍຸ​ເມກ​ຂະ​ຫລາ ຈະ​ພັດ​ຂຶ້ນ​ຊາຍ​ຝັ່ງ​ໃກ້​ກັບ​ຈຸດ​ທີ່​ເກີດ​ເຫດ​ດິນ​ຖະ​ຫລົ່ມ ແລະ ຈະ​ໄປ​ເຖິງ​ຈຸດ​ດັ່ງ​ກ່າວ​ພາຍ​ໃນ​ເວ​ລາ 1 ນາ​ທີ ໂດຍ​ຈະ​ມີ​ຄວາມ​ໄວ​ລົມ​ຢູ່​ທີ່ 92 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແລະ ມີ​ທ່າ​ອ່ຽງ​ທີ່​ຈະ​ເພີ່​ມ​ກຳ​ລັງ​ແຮງ​ຂຶ້ນ​ອີກ.

ຢ່າງ​ໃດ​ກໍ​ຕາມ ສຳ​ນັກ​ງານ​ເຕືອນ​ໄພ​ຂອງ​ຟິ​ລິບ​ປິນ ກ່າວ​ວ່າ ຂໍ້​ມູນ​ດັ່ງ​ກ່າວ​ນີ້ ແມ່ນ​ປະ​ກາດ​ເພື່ອ​ໃຫ້​ເປັນ​ແນວ​ທາງ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ປະ​ຊາ​ຊົນ ເນື່ອງ​ຈາກ​ບໍ່​ຕ້ອງ​ການ​ໃຫ້​ເກີດ​ຄວາມ​ສູນ​ເສຍ​ຕໍ່​ຊີ​ວິດ ແລະ ຊັບ​ສິນ ພ້ອມ​ຢ້ຳ​ເຕືອນ​ໃຫ້​ປະ​ຊາ​ຊົນ ມີ​ສະ​ຕິ​ລະ​ວັງ​ຕົວ​ກຽມ​ພ້ອມ​ໃນ​ການ​ຮັບ​ມືກັບ​ໄພ​ທຳ​ມະ​ຊາດ​ທີ່​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...