spot_img
Homeຂ່າວຕ່າງປະເທດຊາວແມັກຊີໂກຊ໊ອກ! ພົບສົບດາລາສາວໃນອ່າງເກັບນໍ້າຂອງເມືອງ.

ຊາວແມັກຊີໂກຊ໊ອກ! ພົບສົບດາລາສາວໃນອ່າງເກັບນໍ້າຂອງເມືອງ.

Published on

້PAY-Carmen-Yarira-Noriega

ສໍານັກງານຂ່າວຕ່າງປະເທດລາຍງານວ່າ ວັນທີ14 ມັງກອນ ຫຼັງຈາກປະຊາຊົນຊາວເມືອງ ແມັກຊີໂກຊີຕີ້ ຮ້ອງຟ້ອງເລື່ອງນໍ້າດື່ມ ມີລົດຊາດແປກໆ ພວກເຂົາກໍ່ຄົ້ນພົບວ່າມີຜູ້ຍິງກໍາລັງເໜົ່າເປື່ອຍ ຖືກຖິ້ມໄວ້ໃນຖັງນໍ້າຂອງເມືອງມາເປັນເວລາ 11 ເດືອນ, ແນ່ນອນແລ້ວວ່າຄົນທັງເມືອງຕ່າງກໍ່ຕົກຢູ່ໃນສະພາວະຊ໊ອກ!.

ໂຄສົກຕໍາຫຼວດກ່າວວ່າ ເຈົ້າໜ້າທີ່ຖືກໂທນໍາມາໃຫ້ກວດສອບອ່າງເກັບນໍ້າ ແລະ ເມື່ອເປີດຝາອອກ ພວກເຂົາກໍ່ພົບຮ່າງຄົນທີ່ກໍາລັງເໜົ່າເປື່ອຍຢູ່ໃນນັ້ນ, ສົບຖືກນໍາສົ່ງສະຖາບັນນິຕິວິທະຍາສາດ ເພື່ອຫາສາເຫດການເສຍຊີວິດ.

ຈາກການກວດສອບປະຫວັດການເຮັດສັນຍາກໍາພາລາສະຕິກ ພົບວ່າຜູ້ເສຍຊີວິດຄື Carmen Yarira Noriega Esparza ເປັນທີ່ຮູ້ຈັກໃນຖານະ ດາລາສາວນັກສະແດງ ແລະ ນັກຈິດຕະວິທະຍາ ອາຍຸ 27ປີ. ຄັ້ງສຸດທ້າຍທີ່ມີຄົນເຫັນນາງຄືເດືອນ ກຸມພາ ປີທີ່ຜ່ານມາໃນໂຮງຍີມທີ່ເມືອງແມັກຊີໂກຊີຕີ້, ມີຄວາມເປັນໄປໄດ້ວ່າສາເຫດການຕາຍຂອງນັກສະແດງສາວໃນຄັ້ງນີ້ ອາດເປັນການລົງມືຂອງກຸ່ມຜູ້ທີ່ມີອິດທິພົນທີ່ພົວພັນກັບທຸລະກິດຄ້າຜູ້ຍິງ. ຢ່າງໃດກໍ່ຕາມການສືບສວນຂອງເຈົ້າໜ້າທີ່ຕໍາຫຼວດ ມຸ່ງປະເດັນໄປທີ່ຄວາມສໍາພັນລະຫວ່າງຜູ້ຕາຍກັບນັກທຸລະກິດທີ່ນາງກໍາລັງຄົບຢູ່ ກ່ອນທີ່ນາງຈະໄປມີຄວາມສໍາພັນພິເສດກັບ ນັກກົດໝາຍອີກຄົນ ໂດຍມູນເຫດຂອງການສັນນິຖານດັ່ງກ່າວມາຈາກຂໍ້ເທດຈິງທີ່ວ່າ ນັກທຸລະກິດເປັນຄົນຈ່າຍຄ່າເຊົ່າຫ້ອງ ທີ່ນາງອາໃສຢູ່ ແລະ ນາງກໍ່ຫາຍໂຕໄປ ໂດຍຄົນອຶ່ນຄິດວ່ານາງຍ້າຍອອກໄປແລ້ວ.

ຫຼັງຈາກການຫາຍໂຕໄປຂອງນາງ ເພື່ອນໆ ແລະ ຄອບຄົວຂອງ Carmen ໄດ້ໂພສຮູບພາບຂອງລາວຂຶ້ນໃນ Social media ເພື່ອໃຫ້ສາທາລະນະຊົນຊ່ວຍຕາມຫາ ຫຼັງຈາກໝົດຫວັງຈາກການຄົ້ນຫາຂອງຕໍາຫຼວດ.

ທາງດ້ານ Pal Javier Paz ເພື່ອນຮ່ວມງານອາຍຸ 30ປີ ຂອງ Carmen ກ່າວວ່າ ນາງເປັນຄົນມີຄວາມສາມາດ ແລະ ເປັນຄົນສວຍງາມ ການເປັນນັກສະແດງຄືຄວາມຝັນຂອງລາວ ຫຼັງຈາກທີ່ນາງບໍ່ມາເຮັດວຽກທີ່ຄຣີນິກ ພວກເຮົາທຸກຄົນຄິດວ່າລາວອາດຈະຖືກລັກພາຕົວໄປຂາຍໃນທຸລະກິດຄ້າກາມ ແຕ່ເບິ່ງຄືກັບວ່າ ຮ່າງຂອງນາງຢູ່ບ່ອນເກົ່າມາຕະຫຼອດ.

>> ຂອບໃຈhttp://news.sanook.com/1731045/

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...