spot_img
Homeຂ່າວຕ່າງປະເທດຊວຍ​ຊ້ຳ​ຊ້ອນ! ລົດ​ຂົນ​ນັກ​ໂທດ​ສະ​ຫະ​ລັດ ເກີດ​ອຸ​ບັດ​ເຫດ​ຕົກ​ທາງ​ຫລວງ ກ່ອນ​ຖືກ​ລົດ​ໄຟ​ຕຳ​ຊ້ຳ ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 10 ຄົນ!

ຊວຍ​ຊ້ຳ​ຊ້ອນ! ລົດ​ຂົນ​ນັກ​ໂທດ​ສະ​ຫະ​ລັດ ເກີດ​ອຸ​ບັດ​ເຫດ​ຕົກ​ທາງ​ຫລວງ ກ່ອນ​ຖືກ​ລົດ​ໄຟ​ຕຳ​ຊ້ຳ ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 10 ຄົນ!

Published on

558000000542601

ເກີດ​ອຸ​ບັດ​ເຫດລົດ​ເມ​ເຄື່ອນ​ຍ້າຍ​ນັກ​ໂທດ ເສຍ​ຫລັກ​ອອກນອກ​ທາງ​ຫລວງສາຍ​ໜຶ່ງ ໃນ​ລັດ​ເທັກ​ຊັ​ສ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລ້ວ​ຕົກ​ລົງ​ໃສ່​ທາງ​ລົດ​ໄຟທີ່​ຢູ່​ກ້ອງ​ທາງ​ຫລວງ ກ່ອນ​ທີ່​ໂຊກ​ຮ້າຍ​ຈະ​ຊ້ຳ​ຊ້ອນ ຖືກ​ລົດ​ໄຟ​ທີ່​ແລ່ນ​ມາ​ດ້ວຍ​ຄວາມ​ໄວ​ສູງ ຕຳ​ເຂົ້າ​ຢ່າງ​ຮຸນ​ແຮງ ເບື້ອງ​ຕົ້ນ​ພົບ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 10 ຄົນ.

ສຳ​ນັກ​ຂ່າ​ວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 15 ມັງ​ກອນ​ນີ້​ວ່າ ເກີດອຸ​ບັດ​ເຫດ​ຮຸນ​ແຮງດັ່ງ​ກ່າວ ໃນ​ມື້​ວັນ​ພຸດ​ທີ 14 ມັງ​ກອນ​ຜ່ານ​ມາ ຕາມ​ເວ​ລາ​ທ້ອງ​ຖິ່ນ​ໃນ​ລັດ​ເທັກ​ຊັ​ສ ສະ​ຫະ​ລັດ​ອາ​ເມ​ຣິກ​າ ເຊິ່ງ​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 10 ຄົນ ເຊິ່ງ​ໃນ​ນັ້ນ​ແມ່ນ​ເປັນ​ນັກ​ໂທດ 8 ຄົນ ແລະ ເຈົ້າ​ໜ້າ​ທີ່​ຄ້າຍ​ຄຸມ​ຂັງອີກ 2 ຄົນ ໂດຍ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 5 ຄົນ ເຊິ່ງ​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ຄ້າຍ​ຄຸມ​ຂັງ 1 ຄົນ ແລະ ນັກ​ໂທດ​ອີກ 4 ຄົນ ໄດ້​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ​ໃນ​ເມືອງ​ໂອ​ເດ​ສ​ຊາ ເຊິ່ງ​ໃກ້​ກັບ​ພື້ນ​ທີ່​ເກີດ​ເຫດ ໂດຍ​ລາຍ​ງານ​ໄດ້​ລະ​ບຸ​ວ່າ ຜູ້​ໄດ້​ຮັບ​ບາດ​ເຈັບ​ມີ​ຫລາຍ​ຄົນ​ອາ​ການ​ສາ​ຫັດ ອາດ​ເສຍ​ຊີ​ວິດ​ເພີ່ມ​ອີກ​.

ອຸ​ບັດ​ເຫດ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ເຄື່ອນ​ຍ້າຍ​ນັກ​ໂທດ ຈາກ​ຄ້າຍ​ຄຸມ​ຂັງ​ແຫ່ງ​ໜຶ່ງ​ໃນ​ເມືອງ​ອາ​ບິ​ລີນ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ເທັກ​ຊັ​ສ ໂດຍ​ມີ​ປາຍ​ທາງ​ຢູ່​ທີ່​ຄ້າຍ​ຄຸມ​ຂັງ​ອີກ​ແຫ່ງ ໃນ​ເມືອງ ເອນ ປາ​ໂຊ ໂດຍ​ຮອດ​ປັດ​ຈຸ​ບັນ​ນີ້ ກໍ​ຍັງ​ບໍ່​ທັນ​ສາ​ມາດ​ລະ​ບຸ​ສາ​ເຫດ​ທີ່​ແທ້​ຈິງ​ຂອງ​ອຸ​ບັດ​ເຫດ​ຄັ້ງ​ນີ້​ໄດ້ ແຕ່​ເບື້ອງ​ຕົ້ນ​ກໍ​ມີ​ຂໍ້​ສັນ​ນິ​ຖານ​ວ່າ ອາດ​ເກີດ​ຍ້ອນ​ສະ​ພາບ​ອາ​ກາດ​ໃນ​ຕອນ​ຂ້ອນ​ແຈ້ງ​ມື້​ເກີດ​ເຫດ ມີ​ທັດ​ສະ​ນະ​ວິ​ໄສ​ບໍ່​ຈະ​ແຈ້ງ ບວກ​ກັບ​ສະ​ພາບ​ຖະ​ໜົນ​ປຽກ​ມື່ນ​ໃນ​ບ່ອນ​ເກີດ​ເຫດ ເຊິ່ງ​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ດັ່ງ​ກ່າວ.

558000000542602

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...