spot_img
Homeຂ່າວຕ່າງປະເທດເປີດເຜີຍຊຸດແຂ່ງໂຕໃໝ່ຂອງ ລີເວີຣ໌ພູລ ລະດູການ2015 - 2016!

ເປີດເຜີຍຊຸດແຂ່ງໂຕໃໝ່ຂອງ ລີເວີຣ໌ພູລ ລະດູການ2015 – 2016!

Published on

ເ

ມີພາບທີ່ອ້າງວ່າເປັນ ຊຸດແຂ່ງໂຕໃໝ່ຂອງ ລີເວີຣ໌ພູລ ອອກມາໃຫ້ແຟນໆໄດ້ເຫັນໂດຍຊຸດເຢົ້າທີ່ເປັນສີແດງ  ນັ້ນມີການໃສ່ລາຍແບບຕາລາງໝາກລຸກເຂົ້າໄປດ້ວຍ ສ່ວນຊຸດເຢືອນເປັນສີຂາວ ຟຸດຕີ ເຮດໄລນ໌ ເວັບໄຊທ໌ຂ່າວສານຜະລິດຕະພັນຂອງຊາວບານເຕະ ເປີດເຜີຍພາບທີ່ອ້າງວ່າເປັນຊຸດແຂ່ງແບບໃໝ່ຂອງລີເວີຣ໌ພູລ ຍອດສະໂມສອນແຫ່ງເວທີ ພຣີເມຍລີກ ອັງກິດທີ່ຈະໃຊ້ໃນລະດູການ 2015-2016

ຊຸດແຂ່ງເປັນຜົນງານຂອງ ນີວບາລານຊ໌ ຊຶ່ງກໍ່ບໍ່ແມ່ນໃຜທີໃດແຕ່ເປັນ ວອຣ໌ຣີເອີຣ໌ ເຈົ້າເກົ່າທີ່ອອກແບບຊຸດແຂ່ງໃຫ້ ຫົງແດງ ມາຕັ້ງແຕ່ລະດູການ 2012-2013 ນັ້ນເອງໂດຍ ວໍຣ໌ຣີເອີຣ໌ ຈະເຮັດຢີຫໍ່ໄປເປັນຊື່ ນີວບາລານຊ໌ ຕັ້ງແຕ່ລະດູການໜ້າເປັນຕົ້ນໄປ.

ທັງນີ້ພາບຊຸດແຂ່ງໂຕໃໝ່ຂອງຍອດທີມແຫ່ງຖິນແອນຟິລດ໌ ທີ່ຟຸດຕີ ເຮດໄລນ໌ ເອົາມາເປີດເຜີຍໃນຄັ້ງນີ້ ນັ້ນມີຄົບທັງຊຸດເຢົ້າ ຊຸດເຢືອນ ແລະ ຊຸດແຂ່ງແບບທີ່ 3 ໂດຍຊຸດເຢົ້າຈະຍັງຄົງເປັນສີແດງຕາມແບບສະບັບຂອງທີມ ແລະ ມີການໃສ່ລາຍແບບຕາລາງໝາກລຸກທີ່ມີຂອບ 4 ລ່ຽມຂະໜາດແຕກຕ່າງກັນເອົາໄວ້ດ້ວຍ ພ້ອມທັງໃສ່ລາຍບ່ອນຄໍເສື້ອອັນເປັນເອກະລັກເຊັ່ນກັນ.

ສ່ວນດ້ານຊຸດເຢືອນແບບໃໝ່ຈະເປັນສີຂາວເກືອບໝົດທັງໂຕ ໂດຍມີຄໍເສື້ອກັບເສັ້ນບ່ອນແຂນເສື້ອທີ່ເປັນສີແດງສ່ວນຊຸດແຂ່ງແບບທີ 3 ຈະໃຊ້ສີດໍາເປັນຫຼັກ ພ້ອມທັງໃສ່ສີແດງ ແລະ ເທົາອ່ອນລົງ ໄປດ້ວຍ ຊຶ່ງຄາດກັນວ່າຊຸດແຂ່ງໃນລະດູການໜ້າຂອງລີເວີຣ໌ພູລ ຈະເລີ່ມວາງຂາຍຕັ້ງແຕ່ຊ່ວງເດືອນກໍລະກົດ ນີ້ເປັນຕົ້ນໄປ.

ສໍາລັບ ຟຸດຕີ ເຮດໄລນ໌ ນັ້ນເປັນທີ່ຂຶ້ນຊື່ລືຊາຈາກການທີ່ຈະມັກເປີດເຜີຍພາບຊຸດແຂ່ງອອກມາກ່ອນກໍານົດ ກ່ອນຈະມີ່ການປະກົດວ່າພາບທີ່ພວກເອົາມາເຜີຍແຜ່ໃຫ້ແຟນໆໄດ້ເຫັນມັນເປັນຂອງຈີິງ.

>>ຂອງໃຈ http://www.siamsport.co.th/football/premierleague/view.php?code=150115021719

ບົດຄວາມຫຼ້າສຸດ

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...