Homeອຸບັດເຫດແລະປາກົດການຫຍໍ້ທໍ້ບຳ​ບັດ​ຢູ່​ສົມ​ສະ​ຫງ່າ 2 ຄັ້ງ ຍັງ​ບໍ່​ຫລາບ ສືບ​ຕໍ່​ເສບ ແລະ ຄ້າ ຖືກສານ​ສັ່ງຈຳຄຸກ 9 ປີ!

ບຳ​ບັດ​ຢູ່​ສົມ​ສະ​ຫງ່າ 2 ຄັ້ງ ຍັງ​ບໍ່​ຫລາບ ສືບ​ຕໍ່​ເສບ ແລະ ຄ້າ ຖືກສານ​ສັ່ງຈຳຄຸກ 9 ປີ!

Published on

jone

 

ເມື່ອຕົ້ນເດືອນມັງກອນນີ້ ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ສຸລິເດດ ອາຍຸ 24 ປີຢູ່ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ ໃຫ້ຈຳຄຸກເປັນເວລາ 9 ປີ ພ້ອມປັບໃໝ 64 ລ້ານກີບ ໃນຂໍ້ຫາເສບ ແລະ ຄ້າຢາເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອຕົ້ນເດືອນເມສາ 2014 ໃນຂະນະຂີ່ລົດເລາະລັກຂາຍຢາເສບຕິດໃຫ້ລູກຄ້າ ຢູ່ເຂດບ້ານໂພນຄຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ພ້ອມຂອງກາງຢາບ້າ 591 ເມັດ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ສຸລິເດດ ເຄີຍຖືກຜູ້ປົກຄອງສົ່ງຕົວໄປບຳບັດຢູສູນປິ່ນປົວຢາເສບຕິດມາແລ້ວ 2 ຄັ້ງຍ້ອນ ເສບຢາບ້າ ແລະ ພາຍຫລັງອອກຈາກສູນ ດັ່ງກ່າວ ເມື່ອຕົ້ນປີ 2014 ກໍບໍ່ມີຄວາມເຂັດຫລາບ ແລະ ສືບຕໍ່ພົວພັນເສບ ແລະ ຄ້າຂາຍຢາເສບຕິດໃຫ້ຊາວໜຸ່ມ ໃນເຂດເມືອງຈັນທະບູລີ, ສີໂຄດຕະບອງ ແລະ ເມືອງໃກ້ຄຽງອື່ນໆ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ຕາມລະບຽບກົດໝາຍດັ່ງກ່າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...