spot_img
Homeຂ່າວຕ່າງປະເທດພັດ​ຕະ​ຄານ​ຈີນ ອອກ​ໂປ​ຣ​ໂມ​ຊັນ​ທ້າ ຄົນ​ໜ້າ​ຕາ​ດີ ຮັບ​ສິດທິ​ພິ​ເສດ​ກິນ​ຟ​ຣີ​!

ພັດ​ຕະ​ຄານ​ຈີນ ອອກ​ໂປ​ຣ​ໂມ​ຊັນ​ທ້າ ຄົນ​ໜ້າ​ຕາ​ດີ ຮັບ​ສິດທິ​ພິ​ເສດ​ກິນ​ຟ​ຣີ​!

Published on

558000000482104

 

ພັດ​ຕະ​ຄານ​ຈີນ​ໃນ​ນະ​ຄອນ​ເຈີ້ງ​ໂຈວ ແຂວງ​ເຫີ​ໜັນອອກ​ໂປ​ຣ​ໂມ​ຊັ່ນ ທ້າຄົນ​ໜ້າ​ຕາ​ດີ ເຂົ້າ​ມາ​ກິນ​ພາຍ​ໃນ​ຮ້ານ​ແບບ​ຕໍ່​ຕ້ອງ​ຈ່າຍ​ເງິນ​ຈັກ​ຢວ​ນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ມັງ​ກອນນີ້​ວ່າ ພັດ​ຕະ​ຄານ​ແຫ່ງ​ໜຶ່ງ​ໃນ​ນະ​ຄອນ​ເຈີ້ງ​ໂຈວ​ ເມືອງ​ເອກ​ຂອງ​ແຂວງ​ເຫີ​ໜັນ ນຳ​ສະ​ເໜີ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ຂາຍ​ຂອງ​ຕົນ ດ້ວຍ​ໂປ​ຣ​ໂມ​ຊັ່ນ ” ຈ່າຍ​ດ້ວຍ​ໜ້າ ” (Pay by Face) ເຊິງ​ມີ​ເງື່ອນ​ໄຂວ່າ ຫາກ​ລູກ​ຄ້າ​ທີ່​ມາ​ຮັບ​ປະ​ທານ​ອາ​ຫານ​ພາຍ​ໃນ​ຮ້ານ ໜ້າ​ຕາ​ສວຍ​ງາມ​ຜ່ານ​ເກນ​ເຂົ້າ​ຕາ​ກຳ​ມະ​ການ ບໍ່​ວ່າ​ຈະ​ເປັນ​ຍິງ ຫລື ຊາຍ ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ກິນ​ຟ​ຣີ ໂດຍ​ບໍ່​ຕ້ອງ​ຈ່າຍ​ເງິນ​ຈັກ​ຢວນ.

ໂດຍ​ທາງ​ຮ້ານ​ໄດ້​ມີ​ກົດ​ລະ​ບຽບ​ວ່າ ເຈົ້າ​ໜ້າ​ທີ່​ບໍ​ລິ​ການ​ຈະ​ທຳ​ການ​ສະ​ແກນ​ໃບ​ໜ້າ​ຂອງ​ລູກ​ຄ້າ ແລະ ສົ່ງ​ໄປ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້​ຊ່ຽວ​ຊານ​ໃນ​ຄ​ຣີ​ນິກ​ສັນ​ຍາ​ກຳ​ໃນ​ທ້ອງ​ຖິ່ນ ດຳ​ເນີນ​ການ​ພິ​ຈາ​ລະ​ນາ​ຕັດ​ສິນ ໂດຍ​ຜູ້​ທີ່​ຈະ​ໄດ້​ຄະ​ແນນ​ສູງ​ສຸດ 5 ອັນ​ດັບ​ທຳ​ອິດ​ ພາຍ​ໃນ​ໄລ​ຍະ​ເວ​ລາ 30 ນາ​ທີ ກໍ​ຈະ​ໄດ້​ສິດ​ທິ​ພິ​ເສດ​ດັ່ງ​ກ່າວ​ໄປ​ຄອບ​ຄອງ​ທັນ​ທີ.

ທັງ​ນີ້ ພັດ​ຕະ​ຄານ​ດັ່ງ​ກ່າວ​ໄດ້​ຕັ້ງ​ຈຳ​ນວນ​ຜູ້​ຊະ​ນະ​ໄວ້​ທີ່ 50 ຄົນໃນ​ແຕ່​ລະ​ມື້ ໂດຍ​ໄລ​ຍະ​ເວ​ລາ​ຂອງ​ໂປ​ຣ​ໂມ​ຊັ່ນ​ນີ້ ແມ່ນ​ເລີ່​ມ​ຕັ້ງ​ແຕ່​ວັນ​ທີ 10 ມັງ​ກອນ ຈົນ​ເຖິງວັນ​ທີ 9 ກຸມ​ພາ 2015ນີ້.

 

558000000482102

558000000482101

558000000482107

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...