spot_img
Homeຄວາມງາມພອກໜ້າດ້ວຍໝາກມ່ວງສຸກແກ້ສິວ

ພອກໜ້າດ້ວຍໝາກມ່ວງສຸກແກ້ສິວ

Published on

news-20120204-222713

ມື້​ນີ້​​ມີ​ສູດ​ພອກໜ້າດ້ວຍ​ໝາກມ່ວງ​ສຸກ​ແກ້​ສິວ​ມາ​ຝາກ ສູດ​ນີ້​ມີ​ກົດ​ຫມາກໄມ້​ອ່ອນໆ ຈາກ​ໝາກ​ມ່ວງ​ສຸກ ​ແລະ ​ໝາກ​ນາວ​ຊ່ວຍ​ຂັດ​ເຊລ​ຜິວ ດິນ​ສໍ​ພອງ​ຊ່ວຍ​ຫລຸດ​ອາການ​ບວມ​ອັກ​ເສບ ​ແລະ ​ປັບ​ສະພາບ​ຜິວ​ໃຫ້​ດີ​ຂຶ້ນ ແຖມ​ທ້າຍ​ດ້ວຍ​ນ້ຳ​ເຜິ້ງ​ປ້ອງ​ກັນ​ເຊື້ອ​ພະຍາດ ​ແລະ​ຊ່ວຍ​ສະ​ໝານ​ຮອຍ​ແຜ ເປັນ​ອັນ​ຄົບ​ສູດ​ງາມ​ໃສ​ຂາດ​ສິວ ມາ​ເບິ່ງ​ກັນ​ເລີຍ

ສ່ວນ​ປະສົມ​ກໍ​ບໍ່​ຕ້ອງ​ກຽມ​ໃຫ້​ຫຍຸ້ງຍາກ​ຫຍັງ​ ຂໍ​ພຽງແຕ່​ມີ​ໝາກ​ມ່ວງ​ສຸກ 1 ຜົນ ນ້ຳ​ໝາກ​ນາວ​ເຄິ່ງ​ບ່ວງ ດິນ​ສໍ​ພອງ 1/4 ບ່ວງ ແລະ ​ນ້ຳ​ເຜິ້ງ​ 1 ບ່ວງ

ເມື່ອ​ໄດ້​ຄົບ​ແລ້ວ​ກໍ​ຄັ້ນຊີ້ນ​ໝາກ​ມ່ວງ​ສຸກ ເຕີມ​ນ້ຳ​ໝາກ​ນາວ ນ້ຳ​ເຜິ້ງ ແລະ ​ດິນ​ສໍ​ພອງ ​ຄົນ​​ຈົນ​ເຂົ້າ​ກັນ​ດີ ຈາກ​ນັ້ນ​ນຳ​ມາ​ປັ່ນ​ລວມ​ກັນ​ຈົນ​ແຫລວ​ຂຸ້ນ ນຳ​ມາ​ທາ​ທົ່ວ​ໜ້າ ຖິ້ມ​ໄວ້​ປະ​ມານ 15 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ

 ໄດ້​ສູດ​ງາມ​ໄປ​ແລ້ວ ກໍ​ຕ້ອງ​ໃສ່​ໃຈ​ປິ່ນປົວ​ຄວາມ​ສະ​ອາດ​ເລືອກ​ກິນ​ອາຫານ​ທີ່​ຖືກ​ຕ້ອງ ແລະ​ ເຮັດ​ຈິດ​ໃຈ​ໃຫ້​ຜ່ອນ​ຄາຍ​ ເຮັດ​ໄດ້​ແບບນີ້​ ຮັບຮອງ​ວ່າ ​ສິວ​ຂອງ​ສາວໆ ຈະຫ​ລຸດລົງໄດ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...