Homeຂ່າວຕ່າງປະເທດກຳ​ປັ່ນ​ຂົ​ນ​ສົ່ງ​ສິນ​ຄ້າ​ຈີນ ລຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ ເດີນ​ທາງ​ເຖິງ​ອັງ​ກິດ​ແລ້ວ

ກຳ​ປັ່ນ​ຂົ​ນ​ສົ່ງ​ສິນ​ຄ້າ​ຈີນ ລຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ ເດີນ​ທາງ​ເຖິງ​ອັງ​ກິດ​ແລ້ວ

Published on

558000000400401

 

ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າຂອງ​ຈີນ ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ເດີນ​ທາງ​ໄປ​ຮອດ​ອັງ​ກິດ​ແລ້ວ ຫລັງ​ຈາກ​ເດີນ​ມະ​ຫາ​ສະ​ໝຸດ​ໃຊ້​ເວ​ລາ​ເກືອບ 1 ເດືອນເຕັມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ບໍ​ລິ​ສັດ​ເດີນ​ເຮືອ​ສິນ​ຄ້າ​ຈີນ ໄດ້​ແລ່ນ​ເຮືອ​ກຳ​ປັ່ນ​ບັນ​ທຸກ​ຕູ້​ຄອນ​ເທັນ​ເນີ້ ລຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ ເດີນ​ທາງ​ຜ່ານ​ມະ​ຫາ​ສະ​ໝຸດ​ໄປ​ເຖິງ​ທ່າ​ເຮືອ​ເຟ​ລິກ​ສະ​ໂຕ ເຊິ່ງ​ເປັນ​ທ່າ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ອັງ​ກິດ ແລະ ຍັງ​ເປັນ​ທ່າ​ເຮືອ​ທີ່​ສຳ​ຄັນ​ອີກ​ແຫ່ງ​ໜຶ່ງ​ຂອງ​ເອີ​ລົບ ໃນ​ມື້​ວັນ​ທີ 7 ມັງ​ກອນ​ຜ່ານ​ມາ ຫລັງ​ຈາກ​ທີ່​ໄດ້​ອອກ​ຈາກ​ຊຽງ​ໄຮ້ ໃນ​ມື້​ວັນ​ທີ 8 ທັນ​ວາ 2014.

ທັງ​ນີ້​ ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ລຳ​ດັ່ງ​ກ່າວ​ນີ້​ມີ​ຊື່​ວ່າ CSCL Globe ເຊິ່ງ​ເປັນ​ໜຶ່ງ​ໃນ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ຂະ​ໜາດ​ໃຫຍ່ 5 ລຳ​ຂອງ​ບໍ​ລິ​ສັດ​ເດີນ​ເຮືອ​ສິນ​ຄ້າ​ຈີນ (China Shipping Container Lines) ໂດຍ​ມີ​ຂະ​ໜາດ​ຍາວ​ກ່​ວາ 400 ແມັດ ຫລື ຍາວ​ກ່​ວາ​ເດີ່ນ​ເຕະ​ບານ​ຮຽງ​ກັນ​ໃນ​ແນວ​ຍາວ 4 ສະ​ໜາມ ແລະ ມີ​ຄວາມ​ສູງ 73 ແມັດ ສາ​ມາດ​ບັນ​ທຸກ​ຕູ້​ຄອນ​ເທັນ​ເນີ້ສິນ​ຄ້າ ຂະ​ໜາດ 20 ຟຸດ ໄດ້​ຈຳ​ນວນ 19,100 ຕູ້.

 

558000000400402

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...