ສະ​ຫລົດ! ຊາວ​ໂມ​ຊຳ​ບິກ ດື່ມ​ເບຍ​ປົນ​ສານ​ພິດ​ໃນ​ງານ​ສົບ ຕາຍ​ເກືອບ 70 ຄົນ!

EyWwB5WU57MYnKOuFNAPvshbhCOUYoaIpBPHMvZPvpLdoemui933Nu

ເກີດ​ເຫດ​ຊາວ​ໂມ​ຊຳ​ບິກ ເສຍ​ຊີ​ວິດ​ເຖິງ 69 ຄົນ ຫລັງ​ດື່ມ​ເບຍ​ຕົ້ມ​ເອງ​ທີ່​ງານ​ສົບ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ໂດຍ​ເຊື່ອ​ວ່າ​ເບຍ​ດັ່ງ​ກ່າວ​ອາດ​ມີ​ການ​ປົນ​ເປື້ອນ​ສານ​ພິດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ມັງ​ກອນ​ນີ້​ວ່າ ຊາວ​ໂມ​ຊຳ​ບິກ 69 ຄົນ ໃນ​ນັ້ນ​ລວມ​ມີ​ເດັກ​ນ້ອຍ 1 ຄົນ ເສຍ​ຊີ​ວິດ ຫລັງ​ຈາກ​ດື່ມ​ເບຍ​ທີ່​ຜະ​ລິດ​ຂຶ້ນ​ເອງ​ພາຍ​ໃນ​ຄອບ​ຄົວທີ່​ຈັດ​ພິ​ທີ​ງານ​ສົບ ໃນ​ແຂວງ​ເຕ​ເຕ ເມື່ອ​ວັນ​ເສົາ​ທີ 10 ມັງ​ກອນ​ຜ່ານ​ມາ ແລະ ຍັງ​ມີ​ລາຍ​ງານ​ອີກວ່າ ມີ​ຜູ້​ທີ່​ຕ້ອງ​ໄດ້​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ອີກ 39 ຄົນ ເຊິ່ງ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໄດ້​ລະ​ບຸ​ວ່າ ເບຍ​ນີ້​ເຊິ່ງ​ປົກ​ກະ​ຕິ​ຈະ​ໝັກ​ຈາກ​ໝາກ​ເດືອຍ ອາດ​ມີ​ການ​ປົນ​ເປື້ອນ​ນ້ຳ​ບີ​ຈາກ​ຊາກ​ແຂ້ ເຊິ່ງ​ເຮັດ​ໃຫ້​ມີ​ສະ​ພາບ​ເປັນ​ພິດ.

ເບຍ​ຊະ​ນິດ​ນີ້ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ປະ​ເທດ​ໂມ​ຊຳ​ບິກ ໂດຍ​ມີ​ຊື່​ວ່າ ໂຟມ​ເບ ອັນ​ເປັນ​ປະ​ເພ​ນີ​ຂອງ​ຊາວ​ໂມ​ຊຳ​ບິກ ທີ່​ຈະ​ມີ​ການ​ດື່ມ​ໃນ​ພິ​ທີ​ກຳ​ຕ່າງໆ​ຂອງ​ແຂວງ​ເຕ​ເຕ ໂດຍ​ໃນ​ຂະ​ນະ​ນີ້ ທາງ​ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ຕົວ​ຢ່າງ​ຂອງ​ເບຍ, ເລືອດ ແລະ ຂອງ​ແຫລວ​ໃນ​ກະ​ເພາະ​ຂອງ​ຜູ້​ເສຍ​ຊີ​ວິດ ໄປ​ວິ​ເຄາະ​ຊອກ​ຫາ​ສາ​ເຫດ​ທີ່​ແທ້​ຈິງ ໃນ​ນະ​ຄອນ​ມາ​ພູ​ໂຕ ແລະ ປະ​ເທດ​ອາ​ຟ​ຣິ​ກາ​ໃຕ້​ແລ້ວ.

 

933787