spot_img
Homeຂ່າວຕ່າງປະເທດເຂື່ອນ​ໄຟ​ຟ້າ​ໃຫຍ່​ທີ່​ສຸດ​ໃນ​ກຳ​ປູ​ເຈຍ ​ເປີດເດີນ​ເຄື່ອງ​ຜະ​ລິດ​ແລ້ວ

ເຂື່ອນ​ໄຟ​ຟ້າ​ໃຫຍ່​ທີ່​ສຸດ​ໃນ​ກຳ​ປູ​ເຈຍ ​ເປີດເດີນ​ເຄື່ອງ​ຜະ​ລິດ​ແລ້ວ

Published on

558000000418901
(ພາບ​ຈຳ​ລອງ ເຂື່ອນ​ໄຟ​ຟ້າ​ຣຸດ​ສີ ຈ​ຣຸມ ກ​ຣອມ)

ເຂື່ອນ​ໄຟ​ຟ້າ​ຣຸດ​ສີ ຈ​ຣຸມ ກ​ຣອມ (Russei Chrum Krom) ຂະ​ໜາດ 338 ເມ​ກະ​ວັດ ທີ່​ພັດ​ທະ​ນາ​ໂດຍ​ນັກ​ລົງ​ທຶນ​ຈີນ ແລະ ເປັນ​ໂຮງ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ ໄດ້​ເລີ່ມ​ຕົ້ນ​ການ​ຜະ​ລິດ​ແລ້ວ ຫລັງ​ກໍ່​ສ້າງ​ມາ​ດົນ​ເກືອບ 5 ປີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ສົມ​ເດັດ ຮຸນ​ແຊນ ແລະ ທ່ານ ປູ ຈຽງ​ກົວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຣາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ໃນ​ພີ​ທີ​ເປີດ​ເຂື່ອນ​ດັ່ງ​ກ່າວ ໃນ​ມື້​ວານ​ນີ້ (12 ມັງ​ກອນ) ທີ່​ເມືອງ​ມົນ​ທົນ​ສີ​ມາ ແຂວງ​ເກາະ​ກົງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ໂດຍ​ໃນ​ພິ​ທີ​ດັ່ງ​ກ່າວ ປະ​ກອບ​ມີ​ເຈົ້າ​ໜ້າ​ທີ່​ລະ​ດັບ​ລັດ​ຖະ​ບານ ແລະ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຕະ​ຫລອດ​ຮອດ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມ​ກ່​ວາ 1,500 ຄົນ.

ເຂື່ອນ​ໄຟ​ຟ້າ​ຣຸດ​ສີ ຈ​ຣຸມ ກ​ຣອມ ສ້າງ​ຂຶ້ນ​ໂດຍ​ບໍ​ລິ​ສັດ​ໄຊ​ນ່າ​ຫົວ​ຕຽນ​ຄັອບ ດ້ວຍ​ມູນ​ຄ່າ​ການ​ລົງ​ທຶນ 495 ລ້ານ​ໂດ​ລາ ພາຍ​ໃຕ້​ຮູບ​ແບບ​ການ​ສຳ​ປະ​ທານ BOT (ສ້າງ-ບໍ​ລິ​ຫານ​ຈັດ​ການ-ມອບ​ໂອນ) ໃນ​ໄລ​ຍະ​ເວ​ລາ 35 ປີ ກັບ​ລັດ​ຖະ​ບານ​ກຳ​ປູ​ເຈຍ ໂດຍ​ເຂື່ອນ​ໄຟ​ຟ້າ​ແຫ່ງ​ດັ່ງ​ກ່າວ​ນີ້ ແມ່ນ​ເປັນ​ໂຮງ​ງານ​ໄຟ​ຟ້າ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງກ​ຳ​ປູ​ເຈຍ​ໃນ​ປັດ​ຈຸ​ບັນ.

 

ບົດຄວາມຫຼ້າສຸດ

ສະຫຼົດເດັກຍິງອາຍຸ 17 ປີ ຊາວອອສເຕເລຍ ຖືກປາສະຫຼາມກັດຂະນະລອຍນ້ຳຈົນເສຍຊີວິດ

ເດັກຍິງອາຍຸ 17 ປີ ໃນອອສເຕເລຍຖືກປາສະຫຼາມກັດ ໃນຂະນະລອຍນ້ຳຫຼິ້ນຢູ່ນອກຊາຍຝັ່ງໃຫ້ເມືອງບິສແບນ ແລະ ເສຍຊີວິດໃນເວລາຕໍ່ມາ ນັບເປັນເຫດສະຫຼາມທຳຮ້າຍຄົນຈົນເສຍຊີວິດໃນອອສເຕເລຍເປັນຄັ້ງທີ 2. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາ 2025 ນີ້ວ່າ: ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ຮັບແຈ້ງວ່າເກີດເຫດປາສະຫຼາມທຳຮ້າຍຄົນຢ່າງຮຸນແຮງ...

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...