Homeຂ່າວຕ່າງປະເທດກ່ອງ​ດຳ​ຂໍ້​ມູນ​ການ​ບິນ QZ8501 ສາ​ມາດ​ກູ້​ຂຶ້ນ​ມາ​ໄດ້​ແລ້ວ

ກ່ອງ​ດຳ​ຂໍ້​ມູນ​ການ​ບິນ QZ8501 ສາ​ມາດ​ກູ້​ຂຶ້ນ​ມາ​ໄດ້​ແລ້ວ

Published on

B7IzuyyCQAAmNAh

 

ທີມ​ຄົ້ນ​ຫາ​ອິນ​ໂດ​ເນ​ເຊຍ ສາ​ມາດກູ້​ກ່ອງ​ດຳບັນ​ທຶກ​ຂໍ້​ມູນ​ການ​ບິນ​ຂອງ QZ8501 ຂຶ້ນ​ມາ​ໄດ້​ແລ້ວ ​ພ້ອມ​ກຳ​ລັງ​ເລັ່ງ​ຄົ້ນ​ຫາ​ກ່ອງ​ດຳ​ອີກ​ກ່ອງ​ທີ່​ບັນ​ທຶກ​ສຽງ​ສົນ​ທະ​ນາ​ໃນ​ຫ້ອງ​ນັກ​ບິນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ມັງ​ກອນ​ຜ່ານ​ມາ​ວ່າ ທີມ​ນັກ​ດຳ​ນ້ຳ​ອິນ​ໂດ​ເນ​ເຊຍ ສາ​ມາດ​ກູ້​ກ່ອງ​ດຳ​ກ່ອງ​ໜຶ່ງ​ຂອງ QZ8501 ຂຶ້ນ​ມາ​ຈາກ​ໃຕ້​ນ້ຳ​ໄດ້​ແລ້ວ ເຊິ່ງ​ເປັນ​ກ່ອງ​ສ່ວນ​ທີ່​ບັນ​ທຶກ​ຂໍ້​ມູນ​ການ​ບິນ, ສຳ​ລັບ​ກ່ອງ​ດຳ​ອີກ​ກ່ອງ​ທີ່​ບັນ​ທຶກ​ສຽງ​ຂອງ​ນັກ​ບິນ​ນັ້ນ ຍັງ​ບໍ່​ທັນ​ຄົ້ນ​ພົບ​ເທື່ອ ໂດຍ​ເຈົ້າ​ໜ້າ​ທີ່​ຍັງ​ຄົງ​ເລັ່ງ​ຄົ້ນ​ຫາ​ຢ່າງ​ຕໍ່​ເນື່ອງ.  ການ​ຄົ້ນ​ພົບ​ກ່ອງ​ດຳ​ບັນ​ທຶກ​ຂໍ້​ມູນ​ການ​ບິນ​ດັ່ງ​ກ່າວ​ນີ້ ຄາດ​ວ່າ​ອີກ​ບໍ່​ດົນ​ຈະ​ສາ​ມາດ​ໄຂ​ປິດ​ສະ​ໜາ ສາ​ເຫດ​ຂອງ​ເຮືອ​ບິນ​ແອ​ຣ໌ ເອ​ເຊຍ ຖ້ຽວ​ບິນ QZ8501 ຕົກ​ໄດ້​ໃນ​ອີກ​ບໍ່​ດົນ.

ທັງ​ນີ້ ກ່ອງ​ດຳ​ຂອງ​ເຮືອ​ບິນ​ທຸກ​ລຳ ຈະ​ເຮັດ​ດ້ວຍ​ວັດ​ສະ​ດຸ​ທີ່​ທົນ​ທານ​ຕໍ່​ແຮງ​ກະ​ແທກ, ທົນ​ທານ​ຕໍ່​ໄຟ​ໄໝ້ ແລະ ການ​ຈົມ​ນ້ຳ​ໄດ້​ເປັນ​ຢ່າງ​ດີ ໂດຍ​ກ່ອງ​ດຳ​ຂອງ​ເຮືອ​ບິນ​ແຕ່​ລະ​ລຳ ຈະ​ມີ​ຢູ່ 2 ກ່ອງ ເຊິ່ງ​ກ່ອງ​ທີ​ໜຶ່ງ​ຈະ​ເຮັດ​ໜ້າ​ທີ່​ບັນ​ທຶກ​ຂໍ້​ມູນ​ການ​ເຮັດ​ວຽກ​ຂອງ​ເຮືອ​ບິນ ແລະ ສະ​ພາບ​ຂອງ​ເຮືອ​ບິນ​ໂດຍ​ລວມ ບໍ່​ວ່າ​ຈະ​ເປັນ​ຄວາມ​ໄວ​ຂອງ​ລົມ, ສະ​ພາບ​ອາ​ກາດ ແລະ ຄວາມ​ໄວ​ຂອງ​ເຮືອ​ບິນ.  ສຳ​ລັບ​ກ່ອງ​ດຳ​ອີກ​ກ່ອງ​ໜຶ່ງ​ນັ້ນ ແມ່ນ​ຈະ​ເຮັດ​ໜ້າ​ທີ່​ໃນ​ການ​ບັນ​ທຶກ​ສຽງ​ສົນ​ທະ​ນາ​ພາຍ​ໃນ​ຫ້ອງ​ນັກ​ບິນ ໃນ​ໄລ​ຍະ 2 ຊົ່ວ​ໂມງ​ສຸດ​ທ້າຍ ກ່ອນ​ທີ່​ຈະ​ປະ​ສົບ​ອຸ​ບັດ​ເຫດ.

 

B7IzxILCUAAF4Vh

 

 

 

B7Izzs5CcAAZQVw

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...