spot_img
Homeຄວາມຮູ້ກ່ຽວກັບ AECຊູດປະຈໍາຊາດ ຂອງປະເທດອາຊ່ຽນ

ຊູດປະຈໍາຊາດ ຂອງປະເທດອາຊ່ຽນ

Published on

1349168277

ຊຸດປະຈໍາຊາດອາຊຽນ 10 ປະເທດ

1 ປະເທດ ມາເລເຊຍ: ສໍາລັບຊຸດປະຈໍາຊາດມາເລເຊຍ ຂອງຜູ້ຊາຍມີຊື່ວ່າ ບາຈູເມລາຍູ (Baju Melayu) ປະກອບດ້ວຍເສື້ອອແຂນຍາວ ແລະ —ໂສ້ງຂາຍາວທີ່ເຮັດຈາກຜ້າໄໝ ຜ້າຝ້າຍ ຫຼື ອະໂພລິເອສເຕີຣ໌ ທີມີສ່ວນປະສົມຂອງຜ້າຝ້າຍ, ສ່ວນຊຸດຜູ້ຍິງ ຊື່ວ່າ ບາຈູກູຣູງ ( Baju Kurung) ປະກອບດ້ວຍເສື້ອຄູມແຂນຍາວ ແລະ ກະໂປງຍາວ ບາຂູ ເມລາຍູ.

2 ປະເທດຫວຽດນາມ: ຊຸດປະຈໍາຊາດຫວຽດນາມ ຊື່ວ່າ ອ່າວດາຍ (Ao dai) ເປັນຊຸດທີ່ປະກອບໄປດ້ວຍ ຊຸດຜ້າໄໝທີ່ພໍດີກັບໂຕ ນຸ່ງກວມໃສ່ກັບໂສ້ງຂາຍາວ ຊຶ່ງເປັນຊຸດທີ່ມັກນຸ່ງໃນງານແຕ່ງງານ ແລະ ພິທີການສໍາຄັນຂອງປເທດມີລັກສະນະຄ້າຍ ຊຸດກີເພົ້າຂອງຈິນໃນປັດຈຸບັນ ເປັນຊຸດທີ່ໄດ້ຮັບຄວາມນິຍົມຈາກຜູ້ຍິງຫວຽດນາມ ສ່ວນຜູ້ຊາຍຈະນຸ່ງຊຸດ ອ່າວດາຍ ໃນພິທີງານແຕ່ງ ຫຼືພິີງານສົບ

3 ປະເທດມ້ຽນມ່າ: ມີຊຸດປະຈໍາຊາດຊື່ວ່າ ລອງຍີ (Longyi) ເປັນຜ້້າສະໂລ່ງທີ່ນຸ່ງທັງຜູ້ຊາຍ ແລະ ຜູ້ຍິງ ໃນວາລະພິເສດຕ່າງໆ ຜູ້ຊາຍຂຈະໃສ່ເສື້ອເຊີດຄໍປົກຈີນແມນດາຣິນ ແລະ ເສື້ອຄຸມບໍ່ມີປົກ ບາງຄັ້ງຈະໃສ່ຜ້າປົກຫົວທີ່ເອີ່ນວ່າ ກອງບອງ (GuangBaung) ດ້ວຍ, ສ່ວນຜູ້ຍິງຈະໃສ່ເສື້ອ ຕິດກະດຸມໜ້າ ເອີ່ນວ່າ ຍີນຊີ (Yinzi) ຫຼືເສື້ອຕິດກະດຸມຂ້າງທີ່ເອີ້ນວ່າ ຍີນບອນ(Yinbon) ແລະ ໃສ່ຜ້າປົກບ່າທົບລອງຍີ.

4 ປະເທດບຣູໄນ: ຊຸດປະຈໍາຊາດຂອງບຣູໄນຄ້າຍຊຸດປະຈໍາຊາດຂອງມາເລເຊຍ ຊຸດຂອງຜູ້ຊາຍ ຊື່ວ່າ ບາຈູເມລາຍູ (Baju Melayu) ສ່ວນຊຸດຂອງຜູ້ຍິງ ຊື່ວ່າ  ບາຈູງກຸຣຸງ (Baju kurung) ແຕ່ຜູ້ຍິງ ບຣູໄນຈະແຕ່ງກາຍດ້ວຍເສື້ອຜ້າທີ່ມີສີສັນສົດໃສ ໂດຍສ່ວຍໃຫຍ່ຈະເປັນເສື້ອຜ້າທີ່ຄຸມຮ່າງກາຍຕັ້ງແຕ່ຫົວຈົນຮອດຕິນ ສ່ວນຜູ້ຊາຍຈະແຕ່ງກາຍດ້ວຍເສື້ອແຂນຍາວ ເສື້ອຈະຍາວເຖິງຫົວເຂົ່າ  ນຸ່ງໂສ້ງຂາຍາວແລ້ວນຸ່ງສະໂລ່ງ ເປັນການສະທ້ອນວັດທະນາທໍາສັງຄົມແບບອະນຸລັກນິຍົມ ເພາະບຣູໄນເປັນປເທດ ມຸດສະລີມ ຈຶ່ງຕ້ອງແຕ່ງກາຍທີ່ປົກປິດ ແລະ ສຸພາບຮຽບຮ້ອຍ.

5 ປະເທດລາວ: ຊຸດປະຈໍາຊາດຂອງປະເທດລາວ ຜູ້ຍິງລາວນຸ່ງສີ້ນ ແລະ ໃສ່ເສື້ອແຂນຍາວ ສໍາລັບຜຸ້ຊາຍມັກນຸ່ງແບບສາກົນ ຫຼື ນຸ່ງຜ້າໂຈງກະເບນໃສ່ເສື້ອນອກທີ່ມີກະດຸມ

6 ປະເທດອິນໂດເນເຊຍ: ຊື່ຊຸດປະຈໍາຊາດຂອງອິນໂດເນເຊຍວ່າ ເກບາຍາ (kebaya) ເປັັນຊຸດປະຈໍາຊາດຂອງອິນໂດເນເຊຍ ສໍາລັບຜູ້ຍິງມີລັກສະນະເປັນເສື້ອແຂນຍາວຜ້າໜາຮັດກະດູມ ເສື້ອຈະມີສີສົດໃສ ຫຍິບປັກເປັນລາຍດອກໄມ້ ສ່ວນຜ້າທີ່ໃຊ້ຈະເປັນຜ້າແບບບາຕິກ, ສ່ວນກາຍແຕ່ງກາຍຂອງຜູ້ຊາຍມັກຈະນຸ່ງເສື້ອແບບບາຕິກ ແລະ ນຸ່ງໂສ້ງຂາຍາວ ຫຼື ເຕລຸກເບສຄາພ(Teluk Beskap) ຊຶ່ງເປັນການແຕ່ງກາຍແບບປະສົມປະສານ ລະຫວ່າງເສື້ອຄຸມສັ້ນແບບຊະວາ ແລະ ສະໂລ່ງເມື່ອຢູ່ບ້ານ ຫຼື ປະກອບພິທີຕ້່າງໆ

7 ປະເທດຟີລິບປິນ: ຜູ້ຊາຍຈະນຸ່ງໂສ້ງ ຂາຍາວ ແລະິ ເສື້ອທີ່ເອີ່ນວ່າ ບາຣອງຕາກາລອກ (Balong Tagalog) ຊຶ່ງຕັດຫຍິບດ້ວຍຜ້າໄຍສັບປະຣົດມີບ່າ ຄໍຕັ້ງ ແຂນຍາວ ທີ່ປາຍແຂນເສື້ອຈະມີຫຍິບປຫັກລວດລາຍ ສ່ວນຜູ້ຍິງນຸ່ງກິໂປງຍາວໃສ່ເສື້ອສີຄຣີມ ແຂນສັ້ນຈັບຈີບຍົກຂຶ້ນເໜືອບ່າຄືກັບປີກຂອງແມງກະເບື້ອທີ່ເອີ້ນວ່າ  ບາລິນຕາວັກ (balintawak) ບາຣອງ ຕາກາລອກ ປະເທດຟີລິບປິນ

8 ປະເທດໄທ: ຊຸດປະຈໍາຊາດສໍາລັດຜູ້ຊາຍ ຊື່ວ່າ ເສື້ອພະຣາຊທານ ສໍາລັບຜູ້ຍິງເປັນຊຸດໄທປະກອບດ້ວຍສະໄບສຽງ ໃຊ້ຜາຍົກເຊີງ ຫຼືຍົກໝົດໂຕ ສ່ວນສີ້ນ ມີກີບຍົກຂ້າງໜ້າ ໃຊ້ສາຍແອວໄປຮັດ ສ່ວນທ່ອນເທີງເປັນສະໄບ ຂະຫຍິບໃຫ້ຕິດກັບສີ້ນເປັນທ່ອນດຽວກັນ ຫຼືຈະມີຜ້າສະໄບຫົ່ມຕ່າງຫາກກໍ່ໄດ້ ເປີດບ່າດ້ານໜຶ່ງ ຊ້າຍສະໄບຄູມບ່າ ປະຊ້າຍດ້ານຫຼັງ ຍາວຕາມທີ່ເຫັນວ່າເໝາະສົມ, ຄວາມສວຍງາມຢູ່່ທີ່ເນື້ອຜ້າ ແລະ ຫຍິຍ ແລະ ຮູບຊົງຂອງຜູ້ສ່ວມ ໃຊ້ເຄື່ອງປະດັບໄດ້ງົດງາມສົມໂອກາດໃນເວລາຄໍ່າຄືນ ໂດຍຊຸດໄທພະຣາຊນິຍົມແບ່ງອອກເປັນ 8 ປະເພດດັ່ງນີ້: 1 ຊຸດໄທເຮືອນຕົນ, 2 ຊຸດໄທຈິຕຣລດາ, 3 ຊຸດໄທອະມະຣິນ, 4 ຊຸດໄທບຣົມພິມານ, 5 ຊຸດໄທ ຈັກຣີ,​ 6 ຊຸດໄທ ຈັກະພັດ, 7 ຊຸດໄທ ດຸສິດ, 8 ຊຸດໄທ ສີວາໄລ

9 ປະເທດ ກໍາປູເຈຍ: ຊຸດປະຂໍາຊາດຄື ຊໍາປອຕ (Sampot) ຫຼືຜ້ານຸ່ງກໍາປູເຈຍ ຕໍ່າດ້ວຍມືທັງແບບ ຫຼວມ ແລະ ແບບພໍດີ ຄາດທັບເສື້ອບໍລິເວນແອວຜ້າທີ່ເຮັດຈາກໄໝ ຫຼືຝ້າຍ ຫຼືທັງສອງຢ່າງ ລງມກັນ ຊໍາປອຕ ສໍາລັບຜູ້ຍິງຄ້າຍຄືກັບປະເທດລາວ ແລະ ໄທ ທັງນີ້ ຊໍາປອຕ ມີຫຼາຍແບບຊຶ່ງຈະແຕກຕ່າງໄປຕາມແຕ່ລະຊົນຊ;ນຂອງສັງຄົມຂອງຊາວກໍາປູເຈຍ ຖ້າໃຊ້ໃນຊີວິດປະຈໍາວັນຈະໃຊ້ວັດສະດຸລາຄາບໍ່ສູງ ຊຶ່ງຈະນສົ່ງມາຈາກປະເທດ ຍີ່ປຸ້ນນິຍົມເຮັດລວດລາຍຕາມລວງຂວາງຖ້າເປັນຊະນິດຫຼູຫຼາ ຈະຕໍ່າດ້ວຍໄໝເງິນ ໄໝ່ຄໍາ

10 ປະເທດສິງກະໂປ: ສິງກະໂປບໍ່ມີຊຸດປະຈໍາຊາດເປັນຂອງຕົນເອງເນື່ີອງຈາກວ່າປະເທດສິງກະໂປແບ່ງອອກເປັນ 4 ເຊື່ອຊາດ ຫຼັກໆ ໄດ້ແກ່ ຈິນ ມາເລເຊຍ ອິນເດຍ ແລະ ຊາວຢູໂຣບ ຊຶ່ງແຕ່ລະຊາດກໍ່ຈະມີຊຸດປະຊາດເປັນຂອງຕົນເອງເຊັ່ນ: ຜູ້ຍິງມາລາຍູໃນສິງກະໂປ ຈະໃສ່ຊຸດ ເກບາຍາ ເສື້ອຈະມີສີສັນສົດໃສ ປັກຫຍິບເປັນລາຍດອກໄມ້, ຫາກເປັນຊາວຈິນ ກໍ່ຈະໃສ່ເສື້ອແຂນຍາວ ຄໍຈິນເສື້ອຜ້າໜ້າຊ່ອນກະດຸມ ໃສ່ໂສ້ງຍາວໂດຍເສື້ອຈະໃສ່ຜ້າສີລຽບ ຫຼື ແພຈີນ

>>ຂອບໃຈ http://www.slideshare.net/Songsak1/10-17709471

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...