Homeຂ່າວພາຍ​ໃນນ.ວ ເນັ້ນ! ຜູ້ປະກອບການດ້ານບໍ່ແຮ່ ຕ້ອງປະຕິບັດລະບຽບຢ່າງເຄັ່ງຄັດ!

ນ.ວ ເນັ້ນ! ຜູ້ປະກອບການດ້ານບໍ່ແຮ່ ຕ້ອງປະຕິບັດລະບຽບຢ່າງເຄັ່ງຄັດ!

Published on

20150108124549

 

ພະ​ແນກ​ພະລັງງານ ແລະ ບໍ່​ແຮ່ ນະຄອນຫຼວງ​ວຽງ​ຈັນ ໄດ້ເຊື້ອ​ເຊີນ​ບັນດາ​ຫົວໜ່ວຍ​ທຸລະກິດ ​ຜູ້​ປະກອບ​ການ​ດ້ານ​ບໍ່​ແຮ່​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ມາ​ຮ່ວມ​ປະຊຸມ ເພື່ອ​ແຈ້ງ​ກ່ຽວ​ກັບ​ການ​ຄຸ້ມຄອງ​ບໍ່​ແຮ່ ພ້ອມ​ທັງ​ປຶກສາ​ຫາລືກ່ຽວ​ກັບ​ການ​ຖອນ​ໃບ​ອະນຸຍາດ ສຳລັບ​ຜູ້​ທີ່​ບໍ່​ເຄື່ອນ​ໄຫວ ບໍ່​ອອກທະບຽນ​ວິ​ສາ​ຫະ​ກິດ​ໃຫ້​ຜູ້ປະກອບການ ໃຫ້​ຜູ້​ເຄື່ອນ​ໄຫວ​ບໍ່​ຖືກຕ້ອງ ກໍ່​ຄື​ການ​ເຫັນ​ດີ​ໃຫ້​ສືບຕໍ່​ດຳເນີນກິດຈະການ ​ຕໍ່​ຜູ້​ທີ່​ປະຕິບັດ​ລະບຽບ ໄດ້​ດີມີ​ການ​ສົ່ງ​ບົດ​ສະຫຼຸບ​ທີ່​ຖືກຕ້ອງ​ແຕ່​ລະ​ໄລຍະ ທັງ​ນີ້ກໍ່​ເພື່ອເຮັດ​ໃຫ້​ການຈັດຕັ້ງ​ປະຕິບັດ​ວຽກງານ​ດັ່ງກ່າວ ​ມີ​ຄວາມ​ສອດຄ່ອງ ແລະ ສາມາດ​ດຳເນີນ​ກິດ​ຈະການ​ຮັບ​ໃຊ້​ສັງຄົມ​ຢ່າງ​ມີ​ປະ​ສິດທິພາບ.

ທ່ານ ປາ​ລິ​ສາດ ຂັນ​ທະ​ວົງ ຫົວໜ້າ​ຂະແໜງ​ບໍ່​ແຮ່ ໄດ້​ກ່າວວ່າ: ການ​ຄຸ້ມ​ຄອງ​ບັນດາ​ບໍລິສັດ ທີ່​ດຳເນີນ​ທຸລະ​ກິດ​ດ້ານ​ບໍ່​ແຮ່ ຂຸດຄົ້ນ​ຫີນ​ກໍ່ສ້າງຫີນ​ດານ ແລະ ບໍລິ​ສັດ​ທີ່​ປຶກສາ ເປັນ​ການ​ຊຸກຍູ້ສົ່ງເສີມ​ໃຫ້​ແກ່​ຜູ້​ປະກອບ​ການ ກໍ່​ຄືນັກ​ລົງທຶນ​ພາຍ​ໃນ​ດ້ານ​ບໍ່ແຮ່ ​ໄດ້​ດຳເນີນ​ທຸລະ​ກິດ​ດ້ານ​ນີ້ ເພື່ອ​ປະກອບສ່ວນ​ສ້າງສາ​ພັດ​ທະນາ​ປະເທດ​ຊາດ​ຂອງ​ຕົນ ເປັນຕົ້ນ ການ​ຂຸດ​ຄົ້ນ​ແຮ່​ທາດ​ທີ່​ສາມາດສະໜອງ​ໃຫ້​ແກ່​ການ​ກໍ່ສ້າງ ການ​ປະຕິບັດ​ພັນທະ​ຕ່າງໆ​ຕາມຄວາມ​ເປັນ​ຈິງ​ທີ່​ເຄື່ອນ​ໄຫວ​ແຕ່ລະ​ປີຄື: ຄ່າ​ສຳ​ປະທານ​ເນື້ອທີ່ພາສີ​ຊັບພະຍາກອນ ອາກອນເງິນເດືອນ ອາກອນ​ກຳໄລ ກຳໄລປັນ​ຜົນ ພັນທະ 5 ກອງ​ທຶນ ແລະ ອື່ນໆ ຄຽງ​ຄູ່​ກັນ​ນີ້ ​ຍັງ​ມີ​ດ້ານ​ອ່ອນທີ່​ຜູ້​ປະກອບ​ການ​ບໍ່​ໄດ້​ເອົາໃຈໃສ່ ຕໍ່​ບົດ​ວິພາກ​ເສດຖະກິດ​ຂອງ​ຕົນ​ທີ່​ສະເໜີ​ຕໍ່​ລັດ ແລະ ສັນຍາ​ທີ່​ໄດ້ເຊັນ​ກັນ​ໄວ້​ກ່ອນ ເຊັ່ນ: ບໍ່​ສົ່ງ​ບົດລາຍ​ງານ​ການເຄື່ອນໄຫວ​ແຕ່​ລະໄລຍະ​ທີ່​ຖືກຕ້ອງ ໃບ​ອະນຸຍາດໝົດ​ກຳນົດ ໄດ້​ຮັບ​ອະນຸຍາດ​ແລ້ວບໍ່​ເຄື່ອນ​ໄຫວ ເຊິ່ງ​ນັບ​ແຕ່​ປີ 2003 ເຖິງ​ປັດຈຸບັນ ພະ​ແນກ​ພະລັງ​ງານ ແລະ ບໍ່​ແຮ່​ນະຄອນຫຼວງ​ວຽງ​ຈັນ ໄດ້​ອອກ​ອະນຸຍາດທັງ​ໝົດ 46 ກິດຈະການ ຫຼື 41 ບໍລິສັດ ແຕ່​ໄດ້​ເຄື່ອນ​ໄຫວ​ຕົວ​ຈິງພຽງ 17 ບໍລິສັດ ໃນ​ນີ້ ຂຸດ​ຄົ້ນ​ຫີນກໍ່ສ້າງ 10 ບໍລິສັດ ຫີນ​ດານ 2 ບໍລິສັດ ແລະ ບໍລິສັດ​ທີ່​ປຶກສາ 5 ບໍລິສັດ.

ກອງ​ປະຊຸມ​ດັ່ງກ່າວ​ໄດ້​ຈັດຂຶ້ນ​ວັນ​ທີ 8 ມັງກອນ 2015 ຢູ່ພະ​ແນກ​ດັ່ງກ່າວ ໂດຍ​ເປັນ​ປະທານ​ຂອງ​ທ່ານ ຄຳ​ພີມ ວົງ​ຈັນ​ມີ ຮອງ​ຫົວໜ້າ​ພະ​ແນກ​ພະລັງງານ ແລະ ບໍ່​ແຮ່ ນະຄອນຫຼວງ​ວຽງຈັນ ມີ​ຫົວໜ້າ​ຂະແໜງ​ບໍ່​ແຮ່ ພ້ອມ​ດ້ວຍ​ບັນດາ​ບໍລິສັດ​ຜູ້​ປະກອບ​ການ​ທຸລະ​ກິດ​ດັ່ງກ່າວ​ເຂົ້າຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...