spot_img
Homeຂ່າວຕ່າງປະເທດໂຄເອເຊຍ ໄດ້ປະທານາທິບໍດີ ຍິງ ຄົນທໍາອິດ! ພິກຄວາມຄາດໝາຍ

ໂຄເອເຊຍ ໄດ້ປະທານາທິບໍດີ ຍິງ ຄົນທໍາອິດ! ພິກຄວາມຄາດໝາຍ

Published on

dsdxfs

ສໍານັກຂ່າວຕ່າງປະເທດລາຍງານວ່າ ຜົນການນັບຄະແນນເລືອກຕັ້ງປະທານາທິບໍດີ ໂຄເອເຊຍຮອບສອງ ທີ່ມີຂຶ້ນເມື່ອວັນອາທິດດທີ່ຜ່ານມາ ຜົນປະກົດວ່າ ນາງ ໂຄລິນດາ ກຣາບາຣ໌ ຄິຕາໂຣວິຊ ອາຍຸ 64 ປີ ຈາກພັກຝ່າຍຄ້ານ ແຫ່ງປະເທດໂຄເອເຊຍ ຊະນະການເລືອກຕັ້ງປະທານາທິບໍດີຮອບ 2 ເອົາຊະນະ ຄູ່ແຂ່ງຢ່າງປະທານາທິບໍດີ ອີໂວ ໂຢຊິໂປວິຊ  ໄປດ້ວຍຄະແນນສະເລ່ຍພຽງ 50.0 ຕໍ່ 49.6 ໄດ້ເປັນປະທານາທິບໍດີຍິງຄົນທໍາອິດຂອງປະເທດ

ທັງນີ້ ນາງ ກຣາບາຣ໌ ຄິຕາໂຣວິຊ ເປັນນັກການເມືອງສາຍອານຸລັກນິຍົມສັງກັດຢູ່ພັກ ສະຫະພາບປະຊາທິປະໄຕໂຄເອເຊຍ (HDZ) ເຄີຍດໍາລົງດໍາແໜ່ງລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແລະ ເລຂາທິການຂອງອົງການສົນທິສັນຍາ ແອຕລັງຕິກເໜືອ (NATO) ມາກ່ອນ

ທາງດ້ານ ທ່ານ ອິໂວ ໂຍຊິໂປວິຊ ອາຍຸ 57 ປີ ເປັນຜູ້ຊ່ຽວຊານດ້ານກົດໝາຍຊຶ່ງໄດ້ຮັບການສະເໜີຊື່ລົງສະໝັກເລືອກຕັ້ງອີກຄັ້ງ ໂດຍລັກຖະບານປະສົມແຫ່ງໂຄເອເຊຍ ຫຼັ້ງຈາກ ເຂົາໄດ້ດໍາລົງຕໍາແໜ່ງປະທານາທິບໍດີ ມາຕັ້ງແຄ່ປີ 2010 ຊຶ່ງເຂົາໄດ້ຮັບຄວາມນິຍົມສະເໝີມາ ການເສຍຕໍາແໜ່ງໃນຄັ້ງນີ້ຈຶ່ງເປັນເລື່ອງເໜືອຄວາມຄາດໝາຍ.

>>http://news.sanook.com/1729433/

ບົດຄວາມຫຼ້າສຸດ

ສະຫຼົດເດັກຍິງອາຍຸ 17 ປີ ຊາວອອສເຕເລຍ ຖືກປາສະຫຼາມກັດຂະນະລອຍນ້ຳຈົນເສຍຊີວິດ

ເດັກຍິງອາຍຸ 17 ປີ ໃນອອສເຕເລຍຖືກປາສະຫຼາມກັດ ໃນຂະນະລອຍນ້ຳຫຼິ້ນຢູ່ນອກຊາຍຝັ່ງໃຫ້ເມືອງບິສແບນ ແລະ ເສຍຊີວິດໃນເວລາຕໍ່ມາ ນັບເປັນເຫດສະຫຼາມທຳຮ້າຍຄົນຈົນເສຍຊີວິດໃນອອສເຕເລຍເປັນຄັ້ງທີ 2. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາ 2025 ນີ້ວ່າ: ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ຮັບແຈ້ງວ່າເກີດເຫດປາສະຫຼາມທຳຮ້າຍຄົນຢ່າງຮຸນແຮງ...

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...