spot_img
Homeຄວາມງາມເຄື່ອງ​ປະ​ດັບ 8 ຢ່າງ ທີ່​ທ່ານຍິງ​ທຸກ​ຄົນ​ຄວນມີ

ເຄື່ອງ​ປະ​ດັບ 8 ຢ່າງ ທີ່​ທ່ານຍິງ​ທຸກ​ຄົນ​ຄວນມີ

Published on

00

ເປັນທຳມະດາ​ທີ່​ເຄື່ອງ​ປະ​ດັບ​ສວຍງາມ ຈະ​ເປັນ​ຂອງ​ທີ່​ຄູ່​ກັບ​ຜູ້ຍິງ​ເຮົາ ເພາະ​ແຕ່​ການ​ແຕ່ງ​ຕົວ​ດ້ວຍ​ເສື້ອ​ຜ້າ​ດີ​ໄຊ​ງາມ​ຢ່າງ​ດຽວ​ຄົງ​ບໍ່​ຊວນ​ໃຫ້ເບິ່ງຈັກ​ເທົ່າໃດ ແຕ່​ຫາກ​ເສີມ​ດ້ວຍ​ເຄື່ອງ​ປະ​ດັບ​ທີ່​ສວຍງາມ​ແລ້ວ ບອກ​ເລີຍ​ວ່າ​ໃຜ​ກໍ່ຈະ​ເບິ່ງ​ມາ​ທີ່​ທ່ານ​ແນ່ນອນ ແຕ່​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ເຄື່ອງ​ປະ​ດັບ​ທຸກ​ຊະນິດ​ທຸກ​ແບບ​ກໍ​ໄດ້​ນ ເພາະ​ຂໍ​​ພຽງ​ມີ​ເຄື່ອງ​ປະ​ດັບ 8 ຢ່າງ​ນີ້​ກໍ​ພໍ​ແລ້ວ​

  1. ສາຍ​ຄໍ​ແບບ​ສັ້ນ ​ແລະ ​ຍາວ
    ຊົ່ວ​ໂມງ​ນີ້​ສາຍ​ຄໍ​ແບບ​ຍາວ​ກຳ​ລັງ​ອິນ​ເທນ​ຖືກ​ໃຈ​ສາວໆເປັນ​ທີ່ສຸດ ຊຶ່ງ​ຫາກ​ໃຜ​ຍັງ​ບໍ່​ມີ​ໄວ້​ ບອກ​ເລີຍ​ຕ້ອງ​ຮີບ​ໄປ​ຈັດ​ມາ​ຈັກເສັ້ນ​ສອງ​ເສັ້ນ​ແລ້ວ ແຕ່​ນອກ​ຈາກ​ຈະ​ມີສຍຍ​ຄໍ​ເສັ້ນ​ຍາວ​ແລ້ວ ສາວໆ ກໍ​ຄວນ​ຈະ​ມີ​ສາຍ​ຄໍ​ແບບ​ສັ້ນ​ນຳຄືກັນ ເພື່ອມື້​ໃດ​ໃສ່​ເສື້ອ​ຄໍ​ວີ ​ຫລື ​ຄໍ​ກວ້າງ​ ຈະ​ໄດ້​ເລືອກ​ໃສ່​ແບບ​ຍາວ ຫລື​ ຫາກ​ໃສ່​ເສື້ອ​ແບບ​ທຳມະດາ​ທີ່​ຄໍ​ບໍ່​ເວົ້າ​ເລິກ​ຫລາຍ ຈະ​ໄດ້​ປ່ຽນ​ມາ​ໃຊ້​ແບບ​ສັ້ນ​
  2. ສາຍຄໍຄຳ ​ແລະ​ ເງິນ
    ຮູ້​ຢູ່​ແລ້ວ​ວ່າ​ສາຍຄໍ​ສີ​ຄຳ​ຈະ​ຊ່ວຍ​ອັບ​ລຸກ​ໃຫ້​ສາວໆ ເບິ່ງ​ງາມ​ເຈີດ​ຈະ​ຫລັດ​ໜ້າ​ເບິ່ງ ແຕ່​ມັນ​ບໍ່ໄດ້ເຂົ້າ​ກັບ​ທຸກ​ຊຸດ​ ສະ​ນັ້ນ​ເຈົ້າ​ຄວນ​ຕ້ອງ​ມີ​ສາຍຄໍ​ເງີນ​ໄວ້​ດ້ວຍ​ຈັກເສັ້ນ ເພາະ​ມັນ​ສາມາດ​ນຳ​ມາ​ແມດໄດ້​ກັບ​ທຸກ​ຊຸດ​
  3. ຕ່າງ​ຫູແບບຫນິບ​
    ນອກ​ຈາກ​ຈະ​ມີ​ຕ່າງ​ຫູ​ແບບ​ຍ່ອຍ​ແລ້ວ ກໍ​ຄວນ​ຈະ​ມີ​ຕ່າງ​ຫູ​ແບບ​ໜິບ​ເກັບ​ໄວ້​ໃນ​ກ່ອງ​ເຄື່ອງ​ປະ​ດັບ​ດ້ວຍ ເພາະ​ມັນ​ເປັນ​ຕ່າງ​ຫູ​ທີ່​ເຈົ້າ​ສາມາດ​ໃສ່​ໄດ້​ທຸກ​ມື້ ແຖມ​ຍັງມີ​ໃຫ້​ເລືອກ​ຮູບ​ແບບ​ ແລະ ​ຫລາຍ​ວັດ​ດຸ​ດ້ວຍຍິ່ງ​ໄປ​ກວ່າ​ນັ້ນ​ມັນ​ບໍ່​ແພງ​ເລີຍ ຊຶ່ງ​ບ່ອນນີ້​ແຫລະ​ທີ່​ເຈົ້າ​ສາມາດ​ປ່ຽນ​ໃສ່​ໄດ້​ທຸກ​ມື້​ບໍ່​ຊ້ຳ​ແບບ​ເລີຍ
  4. ຕ່າງ​ຫູ​ຍ່ອຍ
    ຄວນ​ຈະ​ມີ​ຕ່າງ​ຫູ​ຫ້ອຍ​ໄວ້ນຳ ເພື່ອ​ມື້​ໃດ​ຢາກ​ແຕ່ງ​ຕົວ​ຈັດ​ເຕັມ​ກໍ​ເລືອກ​ຕ່າງ​ຫູ​ຫ້ອຍ​ທີ່​ແມດກັບ​ຊຸດ​ມາ​ໃສ່​ໄດ້​ເລີຍ ຮັບຮອງ​ວ່າ​ເຈີດ​ກວ່າ​ເດີມ​
  5. ແຫວນ​ໃຫຍ່​ໆ
    ສາວໆບາງ​ຄົນ​ອາດຈະ​ບໍ່​ມັກ​ໃສ່​ແຫວນເພາະ​ເວລາ​ຈະ​ລ້າງ​ມື ​ຫລື ​​ຈັບ​ຫຍັງ​ກໍ​ຈະ​ຍາກ​ໄປ​ເສຍ​ໝົດແຕ່​ຄວາມ​ຈິງ​ແລ້ວ​ສາວໆຄວນ​ມີ​ແຫວນ​ອັນ​ໃຫຍ່​ເປັນ​ຂອງ​ຕົວ​ເອງ​ໄວ້​ຈັກ​ວົງ​ສອງ​ວົງ​ ເພາະ​ຫາກ​ແຕ່ງ​ຕົວ​ແລ້ວ​ຍັງ​ເບິ່ງ​ບໍ່​ໂດດ​ເດັ່ນ ພຽງ​ເຕີມ​ແຫວນ​ໃຫຍ່ໆ ທີ່​ດີ​ໄຊ​ງາມ​ກໍ​ເຮັດໃຫ້​ເຈົ້າ​ເດັ່ນ​ຂຶ້ນ​ມາ​ໄດ້​ຢ່າງ​ຄາດ​ບໍ່​ເຖິງ
  6. ຕ່າງ​ຫູ​ບ້ວງ
    ເຊື່ອ​ວ່າ​ສາວໆທຸກ​ຄົນ​ຕ້ອງ​ຫລົງ​ຮັກ​ຕ່າງ​ຫູ​ບ້ວງ​ກັນ​ຫລາຍ​ຢູ່​ແລ້ວ ເພາະ​ມັນ​ຊ່ວຍ​ເຮັດໃຫ້​ເຈົ້າ​ເປັນ​ຜູ້ຍິງ​ທີ່​ໜ້າ​ສົນ​ໃຈ​ຂຶ້ນ​ມາ​ອີກ​ ແຕ່​ຢ່າ​ເລືອກ​ໃສ່​ຕ່າງ​ຫູ​ບ້ວງ​ທີ່​ຂະໜາດ​ບ້ວງ​ໃຫຍ່​ເກີນ​ໄປ​ ພຽງເລືອກ​ອັນ​ນ້ອຍ​ໆທີ່​ພໍ​ເໝາະ​ພໍ​ຄວນ​
  7. ປະລັກແຂນ

ມື້​ໃດ​ທີ່​ໝົດ​ໄອ​ເດຍ​ແຕ່ງ​ຕົວ​ໃຫ້​ງາມ​ເລີດ​ອະ​ຫລັງ​ການ ບອກ​ເລີຍ​ວ່າ​ແຕ່​ເພີ່ມ​ປະລັກແຂນ​ເງີນ​ຫລື​ປະລັກແຂນຄຳ​ເຂົ້າໄປ​ມິກ ແອນ ແມດ​ກັບ​ເສື້ອ​ຜ້າ​ຊຸດ​ເກົ່າ ກໍ​ເຮັດໃຫ້​ເຈົ້າ​ເບິ່ງ​ໂດດ​ເດັ່ນ​ຂຶ້ນ​ມາ​ໄດ້​ຄືກັນເອົາ​ເປັນ​ວ່າ​ໄປ​ຫາ​ປະລັກແຂນ​ດີ​ໄຊ​ສວຍງາມ ຫລື ​​​ມາ​​ໄວ້​ໃນ​ກ່ອງ​ເກັບ​ເຄື່ອງ​ປະ​ດັບ​ຂອງ​ເຈົ້າ​ກັນ​ດີກວ່າ

  1. ໂມງ
    ນອກ​ຈາກ​ຈະ​ເປັນ​ເຄື່ອງ​ປະ​ດັບ​ເພີ່ມ​ຄວາມ​ສວຍງາມ​ໃຫ້​ສາວໆແລ້ວຍັງມີ​ປະໂຫຍດ​ໃນ​ການ​ໃຊ້​ບອກ​ເວລາ​ໄດ້​ນຳ ສະ​ນັ້ນ​ຈຶ່ງ​ປະຕິເສດ​ບໍ່​ໄດ້​ແທ້ໆວ່າ​ໂມງ​ເປັນ​ເຄື່ອງ​ປະ​ດັບ​ທີ່​ສາວໆນັ້ນ​ຂາດ​ບໍ່​ໄດ້ ລອງ​ເລືອກ​ອັນ​ທີ່​ເໝາະ​ກັບ​ໄລ​ສະ​ໄຕລ໌​ຂອງ​ເຈົ້າ​ມາ​ໃສ່​ຈັກ​ອັນ ຮັບຮອງ​ວ່າ​ເຈົ້າ​ຈະ​ເບິ່ງ​ເປັນ​ມື​ອາ​ຊຶບ​ຂຶ້ນ​ມາ​ເປັນ​ກອງ​ເລີຍ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...