spot_img
Homeຂ່າວຕ່າງປະເທດໂຊນຢູໂຣບເຂົ້າສູ່ພາວະເງິນເຝີ້ ຕິດລົບໜັກ

ໂຊນຢູໂຣບເຂົ້າສູ່ພາວະເງິນເຝີ້ ຕິດລົບໜັກ

Published on

13847715721384771958l
ໂຊນຢູໂຣບ ກ້າວສູ່ພາວະເງິນຝືດ ຫຼັງເງິນເຟີ້ຕິດລົບ ເນື່ອງຈາກລາຄາສິນຄ້າເດືອນ ທັນວາ ປີທີ່ແລ້ວ ຫຼຸດລົງໜັກເພີ່ມແຮງກົດດັນຕໍ່ທະນາຄານກາງຂອງຢູໂຣບ ໃຫ້ໃຊ້ມາດຕະການກະຕຸ້ນເສດຖະກິດ.
ສໍານັກຂ່າວຕ່າງປະເທດລາຍງານວ່າ ຊາດໂຊນຢູໂຣບ ເຂົ້າສູ່ພາວະເງິນເຟີ້ຢ່າງໜັກເນື່ອງຈາກລາຄາສິນຄ້າ ໃນເດືອນ ທັນວາ ປີທີ່ແລ້ວຫຼຸດລົງຕໍ່າ ກວ່າເດືອນດຽວກນັນຂອງປີທີ່ແລ້ວ 0.2 ສ່ວນຮ້ອຍ ໂດຍແນວໂນ້ມກ້າວເຂົ້າສູ່ພາວະເງິນຝືດໄດ້ສ້າງແຮງກົດດັນຕໍ່ທະະນາຄານກາງຢູໂຣບ ເພື່ອໃຫ້ດໍາເນີນການເພີ່ມຫຼາຍຂຶ້ນໃນການກະຕຸ້ນເສດຖະກິດຂອງໂຊນ ຢູໂຣບ ທັງນີ້ເປົ້າໝາຍພາວະເງິນເຟີ້ຂອງທະນາຄານກາງຢູໂຣບ ຢູ່ໃນລະດັບຕໍ່າແຕ່ກໍ່ສະເລ່ຍ 2 ສ່ວນຮ້ອຍຂອງການຫຼຸດລົງຂອງພາວະເງິນເຟີ້ ສ່ວນໃຫຍ່ ໄດ້ຮັບແຮງຄັບເຄື່ອນຈາກລາຄາພະລັງງານ ທີ່ຫຼຸດລົງ
ເນື່ອງຈາກລາຄານໍ້າມັນຫຼຸດລົງຕໍ່ເນື່ອງໂດຍລາຄາພະລັງງານ ໃນເດືອນ ທັນວ່າ ສະເລ່ຍຢູ່ທີ່ 6.3 ສ່ວນຮ້ອຍຕໍ່າກວ່າປີກ່ອນ ພາວະເງິນເຟີ້ໃນເດືອນ ທັນວາ ສໍາລັບໂຊນຢູໂຣບ ສະເລ່ຍຢູທີ່ 0.6 ເທົ້າກັບເດືອນ ພາຈິກ ລາຄາອາຫານ, ເຫຼົ້າ ແລະ ຢາສູບ ຄາດວ່າບໍ່ປ່ຽນແປງຈາກປີກ່ອນຫຼັງຈາກເພີ່ມຂຶ້ນ 0.5 ສ່ວນຮ້ອຍໃນເດືອນ ພາຈິກ ສ່ວນລາຄາສິນຄ້າບໍລິການຄາດວ່າຈະເພີ່ມຂຶ້ນ 1.2 ສ່ວນຮ້ອຍ ເມື່ອທຽບກັບເດືອນ ທັນວາ 2013 ນັບວ່າເປັນຄັ້ງທໍາອິດ ທີ່ ໂຊນຢູໂຣບ ປະສົບບັນຫາເງິນຝືດ ຕັ້ງແຕ່ວີກິດປີ 2009.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...