spot_img
Homeຂ່າວຕ່າງປະເທດເຈີຣ໌ຣາຣ໌ດ ເຜີຍການທີ່ບໍ່ໄດ້ຕໍ່ສັນຍາກັບທີມ ‘‘ ຫົງແດງ’’

ເຈີຣ໌ຣາຣ໌ດ ເຜີຍການທີ່ບໍ່ໄດ້ຕໍ່ສັນຍາກັບທີມ ‘‘ ຫົງແດງ’’

Published on

929496

ສະຕີເວັນ ເຈີຣ໌ຣາຣ໌ດ ເຜີຍຖ້າໄດ້ສັນຍາໃໝ່ຕອນຜັກແລ້ງ ມີຫວັງຕໍ່ສັນຍາຢູ່ຍາວກັບ ‘‘ ຫົງແດງ’’ ໄປດົນແລ້ວ.

ສະຕີເວັນ ເຈີຣ໌ຣາຣ໌ດ ກອງກາງກັບຕັນທີມ ລີເວີຣ໌ພູລ ຍັກໃຫຍ່ແຫ່ງສຶກພຣີເມຍລີກ ອັງກິດ ອອກມາເປີດເຜີຍວ່າຕົນອາດຈະຕໍ່ສັນຍາສະບັບໃໝ່ກັບ “ ຫົງແດງ ” ໄປແລ້ວ ຫາກສະໂມສອນຍື່ນຂໍ້ສະ  ເໜີໃຫ້ພິຈາລະນາຕັ້ງແຕ່ຫຼັງຈົບສຶກບານໂລກ ເມື່ອຊ່ວງ ພັກແລ້ງທີ່ຜ່ານມາ ຫຼັງຈາກເຈົ້າໂຕປະຕິເສດສັນຍາສະບັບໃໝ່ທີ່ຕົ້ນສັງກັດສະເໜີມາເມື່ອຊ່ວງເດືອນ ພາຈິກ ທີ່ຜ່ານມາ ແລະ ຕັດສິນໃຈຈະຍ້າຍອອກຈາກທີມຫຼັງຈາກຈົບລະດູການນີ້ໃນທີ່ສຸດ.

ເຈີຣ໌ຣາຣ໌ດ ຊຶ່ງຕົກເປັນຂ່າວວ່າໃກ້ທີ່ຈະເຊັນສັນຍາ 18 ເດືອນກັບ “ລອສແອນເຈີລິສ ກາແລກຊີ”ທີມດັງໃນເມເຈີຣ໌ລີກ ຊອກເກີຣ໌ ສະຫະລັດ ພ້ອມກັບຄ່າເມື່ອຍ 6 ລ້ານປອນດ໌, 300 ລ້ານບາດ ( 75 ຕື້ກີບ) ເຕັມທີ່ແລ້ວນັ້ນກ່າວວ່າ ‘‘ແມ່ນແລ້ວ ຖ້າສັນຍາ ໃໝ່ຢູ່ຕໍ່ໜ້າຂ້າພະເຈົ້າໃນຊ່ວງປຣີລະດູການ ຂ້າພະເຈົ້າຄົງຈະເຊັນໄປແລ້ວ ຕ້ອນນັ້ນຂ້າພະເຈົ້າຈະຫາປະກາດອໍາລາທີມຊາດ ເພື່ອມຸ່ງສຳມາທິກັບ ລີເວີຣ໌ພູລ ຢ່າງເຕັມທີ່ ແຕ່ຊ່ວງເວລາຕັ້ງແຕ່ພັກແລ້ງມາຮອດ ເດືອນ ພາຈິກ ມັນກໍ່ໄດ້ເຮັດໃຫ້ຂ້າພະເຈົ້າມີເວລາຄິດ ຂ້າພະເຈົ້າບໍ່ໄດ້ໂທດໃຜ ແລະ ບໍ່ໄດ້ໂກດເຄືອງໃຜ ທັງນັ້ນ ໃນທີມຍັງມີຄົນອຶ່ນທີ່ຕ້ອງເວົາເຖິງ ແລະ ສະໂມສອນກໍ່ຍັງມີຢ່າງອຶ່ນທີ່ຕ້ອງເຮັດອີກຫຼາຍຢ່າງ’’.

>>http://www.dailynews.co.th/Content/sports/292295/

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...