Homeອຸບັດເຫດແລະປາກົດການຫຍໍ້ທໍ້ບໍລິຄຳໄຊ - ຮ່າຕິ່ງ ຮ່ວມມືມ້າງຄະດີຢາເສບຕິດລາຍໃຫຍ່

ບໍລິຄຳໄຊ – ຮ່າຕິ່ງ ຮ່ວມມືມ້າງຄະດີຢາເສບຕິດລາຍໃຫຍ່

Published on

lao-viet share border

 

ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ ຮ່ວມກັບກອງບັນ ຊາການທະ ຫານຊາຍແດນ ແຂວງຮ່າ ຕິງ ສສ ຫວຽດນາມ ສະຫລຸບຖອດຖອນບົດຮຽນ ການມ້າງຄະດີຢາເສບຕິດລາຍໃຫຍ່ ແລະ ມອບໃບຍ້ອງຍໍຂັ້ນແຂວງ, ຂັ້ນກອງບັນຊາການ ໃຫ້ຜູ້ທ່ີມີຜົນງານດີເດັ່ນ ໃນການປະກອບສ່ວນມ້າງ ຄະດີດັ່ງກ່າວຢ່າງສົມກຽດ.

ໃນທ້າຍອາທິດຜ່ານມານີ້ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສປປ ລາວ ຮ່ວມກັບ ກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ສສ ຫວຽດນາມ ເປີດກອງປະຊຸມສະຫລຸບຖອດຖອນບົດຮຽນ ແລະ ມ້າງລາຍຄະດີ PT1 ( 461-LV) ຢູ່ຫ້ອງປະຊຸມກອງບັນຊາການທະຫານຊາຍແດນແຂວງຮ່າຕິ່ງ. ຝ່າຍລາວ ມີທ່ານນາງ ບຸນຍົງ ສີສຸວັນນະຄອນ ຮອງເຈົ້າແຂວງໆບໍລິຄຳໄຊ, ທ່ານ ພັນເອກ ດຣ. ທອງແດງ ຄຳພິທູນ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ແລະ ຝ່າຍ ສສ ຫວຽດນາມ ມີທ່ານ ພົນໂທ ຫງວຽນ ຈົງຫາຍ ຫົວໜ້າທະຫານຊາຍແດນແຫ່ງຊາດ, ທ່ານ ພັນໂທ ວໍ ເຖື່ອນຫາຍ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ່ງ ພ້ອມດ້ວຍຄະນະ.

ໃນພິທີທ່ານ ພັນເອກ ເຫີງນເຖືອນ ຮອງຫົວໜ້າທະຫານຊາຍແດນ ແຂວງຮ່າຕິ່ງ ໄດ້ຂຶ້ນຜ່ານບົດລາຍງານໃນການ​ມ້າງລາຍ​ຄະດີ​ສະ​ເພາະຄັ້ງວັນ​ທີ 10 ເດືອນ 3 ປີ 2013 ເຈົ້າ​ໜ້າທີ່​ສອງ​ຝ່າຍ​ໄດ້​ປະ​ສານ​ສົມທົບ​ກັນ ມ້າງ​ລາຍ​ຄະດີ P4-1 ສາມາດ​ຈັບ​ຜູ້ຖືກ​ຫາ​ໄດ້ 3 ຄົນ ຢຶດ​ຂອງ​ກາງ​ເປັນປະ​ເພດ​ຢາ​ໄອ​ ຈຳນວນ 4 ຖົງ ນ້ຳໜັກ 4 ກິໂລ,ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 1 ຄັນ; ຄັ້ງວັນ​ທີ 11 ເດືອນ 3 ປີ 2013 ເຈົ້າ​ໜ້າ​ທີສອງ​ຝ່າຍ​ໄດ້ປະສານ​ສົມທົບກັນ​ມ້າງ​ລາຍ​ຄະດີ​ P4-2 ສາມາດ​ຈັບ​ຜູ້ຕ້ອງ​ຫາ​ໄດ້ 3 ຄົນ ຢຶດຂອງ​ກາງ​ເປັນປະ​ເພດ​ເຮ​ໂລ​ອິນ ຈຳນວນ 2 ແທ່ງ, ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 1 ຄັນ, ປືນສັ້ນຫຍີ່​ຫໍ້​ວິ​ແຢດ 1 ກະບອກ ​ແລະ ລູກ​ກະ​ສູນ​ຈຳນວນ 12 ລູກ. ຄ້ັງ​ວັນ​ທີ 13 ເດືອນ 12 ປີ 2014 ເຈົ້າ​ໜ້າ​ທີ່ສອງ​ຝ່າຍ ​ໄດ້​ປະສານ​ສົມທົບ​ກັນ​ມ້າງ​ລາຍ​ຄະດີ PT1 (461- LV) ຈັບ​ຜູ້ຖືກ​ຫາ​ໄດ້ 6 ຄົນ ຢຶດຂອງ​ກາງ​​ປະ​ເພດ ​ເຮ​ໂລ​ອິນ ໄດ້ 92 ແທ່ງ ລົດ​ກະບະ ຍີ່ຫໍ້​ວີ​ໂກ​ 2 ຄັນ.

ຈາກນັ້ນ ທ່ານ ນາງ ບຸນຍົງ ສີສຸວັນນະຄອນ ກໍໄດ້ມີຄຳຄິດຄຳເຫັນ ຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແຂວງບໍລິ​ຄຳ​ໄຊ ​ແລະ ກຳລັງ​ທະຫານ​ຊາຍ​ແດນ​ ແຂວງ​ຮ່າ​ຕິ່ງ ຍາດມາໄດ້ ໂດຍສະເພາະແມ່ນການມ້າງຄະດີລາຍໃຫຍ່ລະດັບຊາດໄດ້ສຳເລັດ. ພ້ອມທັງກ່າວເຖິງມູນ​ເຊື້ອ​ພິລະ​ອາດ​ຫານ, ສາຍ​ພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມ​ມື​ຮອບດ້ານລະຫວ່າງສອງ​ພັກ​, ສອງ​ລັດ ​ແລະ ສອງກຳລັງ​ປະກອບ​ອາວຸດ​ຂອງ​ພວກເຮົາ​ ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ຮອບດ້ານຕະຫລອດໄປ.

ກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍຂັ້ນແຂວງ,ຂັ້ນກອງບັນຊາການໃຫ້ຜູ້ທ່ີມີຜົນງານດີເດັ່ນ ໃນການປະກອບສ່ວນມ້າງຄະດີຢາເສບຕິດລາຍໃຫຍ່ດັ່ງກ່າວ ຢ່າງສົມກຽດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...