Homeຂ່າວຕ່າງປະເທດພາບ​ເຫັດ​ຫລິນ​ຈື​ຍັກ ຈາກ​ແດນ​ມັງ​ກອນ ສຸດຍອດ​ເທບ​ພະ​ເຈົ້າ​ແຫ່ງ​ສະ​ໝຸນ​ໄພ

ພາບ​ເຫັດ​ຫລິນ​ຈື​ຍັກ ຈາກ​ແດນ​ມັງ​ກອນ ສຸດຍອດ​ເທບ​ພະ​ເຈົ້າ​ແຫ່ງ​ສະ​ໝຸນ​ໄພ

Published on

558000000188802

 

​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ໄດ້​ເຜີຍ​ແຜ່​ພາບ​ຂອງ​ເຫັດ​ຫລິນ​ຈື​ຍັກ ສາຍ​ພັນ​ກາ​ໂນ​ເດີ​ມ່າ ລູ​ຊິ​ດຳ (ganoderma lucidum) ຂະ​ໜາດ​ເສັ້ນ​ຜ່າ​ສູນ​ກາງ 107 ຊັງ​ຕີ​ແມັດ ແລະ ມີ​ນ້ຳ​ໜັກ 7.44 ກິ​ໂລກ​ຣາມ ຂອງທ້າວ ເວີ່ຍ ຟັງ​ໜິງ ເຈົ້າ​ຂອງ​ຮ້ານ​ຄ້າ​ໃນ​ເມືອງ​ເຫີ​ໂຈວ ເຂດ​ປົກ​ຄອງ​ຕົນ​ເອງ​ຊົນ​ເຜົ່າ​ກວາງ​ຊີ​ຈ້ວງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ຈີນ ໃນ​ມື້​ວັນ​ທີ 6 ມັງ​ກອນ​ຜ່ານ​ມາ.

 

ໂດຍ​ເຫັດ​ຫລິນ​ຈື ແມ່ນ​ໄດ້​ຈັດ​ເປັນ​ສິ່ງ​ທີ່​ຊອກ​ຫາ​ໄດ້​ຍາກ​ແລ້ວ​ໃນ​ທຳ​ມະ​ຊາດ ແລະ ຊ້ຳ​ພັດ​ຊົງ​ຄຸນ​ຄ່າ​ໃນ​ຕຳ​ຫລັບ​ຢາ​ຈີນ​ແຜນ​ບູ​ຮານ ທີ່​ມີ​ປະ​ຫວັດ​ການ​ນຳ​ໃຊ້​ເຫັດ​ຫລິນ​ຈື​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ມາ​ແລ້ວ​ຫລາຍ​ກ່​ວາ 2 ພັນ​ປີ ແລະ ໄດ້​ຮັບ​ການ​ຍົກ​ຍ້ອງ​ໃຫ້​ເປັນ ເທບ​ພະ​ເຈົ້າ​ແຫ່ງ​ສະ​ໝຸນ​ໄພ ດ້ວຍ​ຄຸນ​ປະ​ໂຫຍດ​ທີ່​ຫລາກ​ຫລາຍ ເຊັ່ນ: ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ, ປັບ​ປຸງ​ລະ​ບົບ​ພູມ​ຄຸ້ມ​ກັນ​ໂລກ ແລະ ປົກ​ປ້ອງ​ຕັບ​ຈາກ​ສານ​ພິດ​ອັນ​ຕະ​ລາຍ ແລະ ອື່ນໆ​ອີກ.

 

ນອກ​ຈາກ​ນີ້ ຍັງ​ເຊື່ອ​ກັນ​ວ່າ​ເຫັດ​ຫລິນ​ຈື ຍັງ​ເປັນ​ຢາ​ອາ​ຍຸ​ວັດ​ທະ​ນະ​ ທີ່​ມີ​ສັບ​ພະ​ຄຸນ​ບຳ​ລຸງ​ຮ່າງ​ກາຍ, ສະ​ໝອງ, ຊະ​ລໍ​ຄວາມ​ແກ່​ຊະ​ລາ ແລະ ເຮັດ​ໃຫ້​ມີ​ອາ​ຍຸ​ຍືນ​ຍາວ ເຈິ່ງ​ເປັນ​ທີ່​ມາ​ຂອງ​ການ​ຂະ​ໜານ​ນາມ​ໃຫ້​ເປັນ ເຫັດ​ແຫ່ງ​ຄວາມ​ເປັນ​ອຳ​ມະ​ຕະ ໂດຍ​ໃນ​ອະ​ດີດ​ນັ້ນ ເຫັດ​ຫລິນ​ຈື​ຖື​ເປັນ​ຂອງ​ສູງ​ຄ່າ​ສຳ​ລັບ​ຄົນ​ຮັ່ງ​ມີ ແລະ ຊົນ​ຊັ້ນ​ສູງ​ເທົ່າ​ນັ້ນ, ແຕ່​ປັດ​ຈຸ​ບັນ ແມ່ນ​ສາ​ມາດ​ຫາ​ຊື້​ໄດ້​ທົ່ວ​ໄປ ໃນ​ລາ​ຄາ 50 ໂດ​ລາ​ສະ​ຫະ​ລັດ ຕໍ່ 1 ປອນ (1 ປອນ ເທົ່າ​ກັບ 0.45 ກິ​ໂລ​ກ​ຣາມ).

 

558000000188801

558000000188803

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...