spot_img
Homeຂ່າວຕ່າງປະເທດ''ໂນເລ '' ຄວ້າໄຊຊະນະ ແຕ່ '' ຣາຟາ '' ຕົກຮອບທໍາອິດແບບພິກລັອກ !

”ໂນເລ ” ຄວ້າໄຊຊະນະ ແຕ່ ” ຣາຟາ ” ຕົກຮອບທໍາອິດແບບພິກລັອກ !

Published on

929220

”ໂນເລ ” ຄວ້າໄຊຊະນະ ແຕ່ດ້ານ” ຣາຟາ ” ພັດຕົກຮອບທໍາອິດ ສຶກເທນນິດ ກາຕາຣ໌” ທີ່ກຸງໂດຮາ ປະເທດກາຕາຮ໌ ເມື່ອວັນອັງຄານທີ່ຜ່ານມາ ສຶກເທນນິດ ເອທີພີ ທົວຣ໌  ລາຍການ ” ກາຕາຣ໌ ເອ໊ກຊ໌ຊອນໂມບີລ ໂອເພັນ ” ທີ່ກຸງ ໂດຮາ ປະເທດກາຕາຣ໌ ເມື່ອວັນອັງຄານທີ່ຜ່ານມາເປັນປະເພດຊາຍດຽວຮອບທໍາອິດ ”  ໂນເລ ” ໂນວັກ ຍໍໂຄວິຊ ມື1 ຂອງໂລກຈາກ ເຊີຣ໌ເບຍ ເອົາຊະນະເພື່ອນຮ່ວມຊາດ ດູຊານ ລາໂຢວິຊ 2 ແຊັດລວດ 6-2, 6-1 ເກັມຜ່ານເຂົ້າສູ່ຮອບທີ່ 2 ຕໍ່ໄປໄດ້ສໍາເລັດ ເຊັນດຽວກັບດາບິດ ເຟຣ໌ເຣຣ໌ ມື 4 ຂອງລາຍການຈາກ ສະເປນ ທີ່ຕ້ອງອອກແຮງເມື່ອຍເຖິງ 3 ແຊັດ ກວ່າຈະເອົາຊະນະ  ທີໂມ ເດີ ບັດເກີຣ໌ ຈາກ ເນເທີແລນດ໌ 2-1 ແຊັດ 4-7 , 6-4, 6-3 .

ດ້ານ ” ຣາຟາ  ” ຣາຟາເອລ ນາດາລ ມື 2 ຂອງລາຍການ ຈາກ ສະເປນ ເສຍແບບພິກລັອກ ໃຫ້ກັບ ມິຊາເອລ ເບີຣ໌ເຣີຣ໌ ຈາກ ເຢຍລະມັນ 1-2 ແໍຊັດ 1-6, 6-3, 6-4 ກະເດັນຕົກຮອບແບບ ຄາດບໍ່ເຖິງສຸດໆ ຂະນະທີ່ ຟີລິປປ໌ ໂຄຫ໌ລຊໄຣເບີຣ໌ ມື 5 ຂອງລາຍການຈາກເຢຍລະມັນ ພາດທ່າ ເສຍໃຫ້ກັບຄູ່ແຂ່ງຮ່ວມຊາດ ແຢນ-ເລນນາຣ໌ດ ສະຕຣັຟຟ໌ 1-2 ແຊັດ 3-7, 6-4, 1-6

ຜົນຄູ່ອຶ່ນໆ ທີ່ໜ້າສົນໃຈ ອັນເຄຼຍສ ເຊປປິ (ອີຕາລີ) ຊະນະ ເລໂອນາຣ໌ໂດ ເມເຍີຣ໌ (ອາຣ໌ເຈນຕີນ່າ, ມື8) 5-7,7-4,7-4, ໂທມັສ ເບີຣ໌ດິຊ (ເຊ໊ກ, ມື 3) ຂະນະ ເດນີສ ອິສໂຕມິນ (ອຸຊເບກິສຖານ) 6-1,6-4.

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...