spot_img
Homeຂ່າວຕ່າງປະເທດລົດ​ໄຟ​ສອງ​ຂະ​ບວນ​ ຕຳ​ກັນຢູ່ບ​ຣາ​ຊິນ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 229 ຄົນ

ລົດ​ໄຟ​ສອງ​ຂະ​ບວນ​ ຕຳ​ກັນຢູ່ບ​ຣາ​ຊິນ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 229 ຄົນ

Published on

z-1_63

 

ເກີດ​ເຫດ​ລົດ​ໄຟ​ສອງ​ຂະ​ບວນ​ຕຳ​ກັນ​ ໃນ​ຊານ​ເມືອງ ຣິ​ໂອ ເດິ ຈາ​ເນ​ໂຣ ຂອງ​ປະ​ເທດບ​ຣາ​ຊິນ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​

ບາດເຈັບ 229 ຄົນ.

 

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງາ​ນ​ໃນ​ວັນ​ທີ 7 ມັງ​ກອນ​ນີ້​ວ່າ ເກີດ​ອຸ​ບັດ​ເຫດ​ລົດ​ໄຟ​ສອງ​ຂະ​ບວນ ຕຳ​ກັນ​ເມື່ອ​ເວ​ລາ 20 ໂມງ

20 ນາ​ທີ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ເມື່ອ​ລົດ​ໄຟ​ຂະ​ບວນ​ໜຶ່ງ​ໄດ້​ຢຸດ​ລົດ​ທີ່​ສະ​ຖາ​ນີ​ແລ້ວ ແຕ່​ກັບ​ມີ​ລົດ​ໄຟ​ອີກ​ຂະ​ບວນ​ໜຶ່ງ​ແລ່ນ

ເຂົ້າ​ມາ​ຕຳ​ເຂົ້າ​ດ້ານ​ຫລັງ ເຊິ່ງ​ເກີດ​ຂຶ້ນ​ທີ່​ເມືອງເມ​ສະ​ກິ​ຕາ ຢູ່ນອກ​ເມືອງ ຣິ​ໂອ ເດິ ຈາ​ເນ​ໂຣ ຫ່າ​ງ​ອອກ​ໄປ 34 ກິ​ໂລ​ແມັດ ເຊິ່ງ

ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 229 ຄົນ ໂດຍ​ເປັນ​ການ​ບາດ​ເຈັບ​ເລັກ​ໜ້ອຍ​ເທົ່າ​ນັ້ນ, ແຕ່​ກໍ​ມີ​ເຖິງ 7 ຄົນ ບາດ​ເຈັບ​ເຖິງ​ຂັ້ນ​ໄດ້​ເຂົ້າ​ປິ່ນ

ປົວ​ຢູ່​ໂຮງ​ໝໍ ແຕ່​ກໍ​ໂຊກ​ດີ​ທີ່​ບໍ່​ມີ​ໃຜ​ເສຍ​ຊີ​ວິດ​ຈາກ​ເຫດ​ການ​ດັ່ງ​ກ່າວ.

 

z-2_38

z-5_10

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...