spot_img
Homeຄວາມງາມສີຕາດຸ ເຮັດໃຫ້ມີຮີ້ວຮອຍແທ້ ຫລື ບໍ່

ສີຕາດຸ ເຮັດໃຫ້ມີຮີ້ວຮອຍແທ້ ຫລື ບໍ່

Published on

Lovely Smile
ສີຕາ​ເລື້ອຍໆ ເຮັດໃຫ້​ເກີດ​ຮີ້ວ​ຮອຍ​ແທ້ ​ຫລື ບໍ່ ຄຳ​ຖາມ​ນີ້​ສາວໆ ຄົງ​ໄດ້ຍິນ​ກັນ​ມາ​ເລື້ອຍໆ ແລະ ​ເຊື່ອ​ວ່າ​ຄົງ​ມີ​ຫລາຍ​ຄົົນທີ່​ກຳ​ລັງ​ສົງ​ໄສ​ກ່ຽວກັບ​ເລື່ອງ​ນີ້​ກັນ​ຢູ່​ ຊຶ່ງ​ຈະ​ແທ້ ​ຫລື ​ບໍ່ ມື້​ນີ້ລາວໂພສມີ​ຄຳ​ຕອບ​
ສາວໆເປັນກັນຫລືບໍ່ ເມື່ອ​ເວລາ​ຄັນ​ຕາ​ຍາມໃດ​ ​ຕ້ອງ​ເອົາ​ມື​ໄປສີຕາ​ໃຫ້​ເຊົາ​ຄັນ​ ໂດຍ​ສະເພາະ​ສາວໆ ທີ່​ເປັນ​ພູ​ມ​ແພ້ ທີ່​ມັກ​ຈະ​ເກີດ​ອາການ​ຄັນ ​ແລະ ​ເຄືອງ​ຕາ​ເລື້ອຍ​ໆກວ່າ​ຄົນ​ອື່ນໆ… ຈາກ​ຈຸດ​ນີ້​ຈຶ່ງ​ເປັນ​ທີ່​ມາ​ຂອງ​ຄຳ​ບອກ​ກ່າວ​ເລົ່າ​ລື​ວ່າ ກາ​​ສີ​ຕາ​ເລື້ອຍໆຈະ​ເຮັດໃຫ້​ເກີດ​ຮິ້ວ​ຮອຍ​ໄດ້​ງ່າຍ ຊຶ່ງ​ສາມາດ​ສັງເກດ​ໄດ້​ຈາກ​ສາວໆ ຜູ້ທີ່​ເປັນ​ພູ​ມ​ແພ້​ມັກ​ຈະ​ມີ​ຮິ້ວ​ຮອຍ​ຫລາຍກວ່າ​ຄົນ​ປົກກະຕິ ສິ່ງ​ນີ້​ຈຶ່ງ​ເປັນ​ເຄື່ອງ​ຢືນຢັນ​ໄດ້​ວ່າ ການສີຕານີ້​ຫລາຍເຮັດໃຫ້ເກີດຮິ້ວຮອຍ​​ແທ້​ແນ່ນອນ ແຕ່​ຈະ​ເປັນ​ເພາະ​ສາ​ເຫດ​ຫຍັງ​ນັ້ນ ມາ​ເບິ່ງ​ກັນ​ເລີຍ​
ສຳລັບ​ສາ​ເຫດ​ຂອງ​ບັນຫາ​ນີ້ ກ່ອນ​ອື່ນ​ຕ້ອງ​ຂໍ​ບອກ​ແລະ​ເຕືອນ​ສາວໆ ໄວ້​ກ່ອນ​ເລີຍ​ວ່າ​ກາ​ນສີ​ຕາ​ເລື້ອຍໆ ຖື​ເປັນ​ການ​ກະທຳ​ທີ່​ລົບກວນ​ຜິວ​ກ້ອງຕາ​ຢ່າງ​ຮຸນແຮງ ແລະ​ຈະ​ເຮັດໃຫ້​ຜິວ​ໜັງ​ທີ່​ບອບ​ບາງ​ບໍລິເວນ​ຮອບ​ດວງຕາ​ນັ້ນ​ເກີດ​ຮອຍ​ຍັບ​ ຫລື​ ຮອຍ​ຕີນ​ກາ​ແບບ​ໄດ້​ງ່າຍ ນອກ​ຈາກ​ນີ້​ຍັງ​ຈະ​ເຮັດໃຫ້​ເກີດ​ຮອຍ​ຄ້ຳ​ກ້ອງ​ຕາ​ກາຍ​ເປັນ​ໝີ​ແພນ​ດ້າ​ໄດ້​ອີກ​ດ້ວຍ ແຕ່​ທັງ​ນີ້​ໃນ​ຂະນະ​ທີ່​ສາວໆ ອາ​ຍຸ​ຍັງ​ນ້ອຍ​ບັນຫາ​ນີ້​ກໍ​ອາດຈະ​ຍັງ​ບໍ່​ເຫັນ​ຜົນ​ຊັດເຈນ​ເທົ່າໃດ​ ແຕ່​ຖ້າ​ຫາກ​ອາ​ຍຸ​ເພີ່ມ​ຫລາຍ​ຂຶ້ນ ຄວາມ​ຍືດ​ຫຍຸ່ນ​ຂອງ​ຜິວ​ກໍ​ຈະ​ລຸດລົງ​ແລະ​ຈະ​ເຮັດໃຫ້​ເກີດ​ຮິ້ວ​ຮອຍ​ເລິກ​ ຫລື ​ຮອຍ​ຕີນ​ກາ​ຢ່າງ​ຖາວອນ ຂຶ້ນ​ມາ​ນັ້ນ​ເອງ
ເມື່ອ​ຮູ້​ກັນ​ແລ້ວ​ວ່າ​ການສີຕາ​ເລື້ອຍໆ ຈະ​ເຮັດໃຫ້​ເກີດ​ຮິ້ວ​ຮອຍ ດັ່ງ​ນັ້ນ​ສາວໆ ຈຶ່ງ​ຄວນ​ຫລີກ​ລ້ຽງ​ກາ​ນສີຕາ​​ໂດຍ​ເດັດ​ຂາດ ແຕ່​ຖ້າ​ຫາກ​ເກີດ​ອາການ​ຄັນ​ຕາ​ຂຶ້ນ​ມາ​ແທ້ໆ ໃຫ້​ລ້ຽງ​ການ​ໃຊ້​ມື​ສີ​ຕາ ໂດຍ​ໃຫ້​ຫລັບ​ຕາ​ແລ້ວ​ໃຊ້​ນິ້ວ​ມືກົດ​ເບົາໆກໍ​ພໍ​ ສ່ວນ​ສາວໆທີ່​ສີ​ຕາ​ເລື້ອຍ​ຈົນ​ເກີດ​ລິ້ວ​ຮອຍ​ຂຶ້ນ​ມາ​ແລ້ວ ກໍ​ໃຫ້​ປິ່ນປົວ​ຣິ້ວ​ຮອຍ​ໂດຍ​ການ​ໃຊ້​ຜະລິດຕະພັນ​ບຳ​ລຸງ​ຜິວ​ຮອບ​ດວງ​ຕາ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຄອນ​ລາເຈນ ສະ​ເຕັມ​ເຊລ໌ ຫລື​ ສາ​ນສະ​ກັດ​ຈາກ​ສາ​ຫລ່າຍ​ທະ​ເລ​ນ້ຳ​ເລິກ ຊຶ່ງ​ຜະລິດຕະພັນ​ເຫລົ່າ​ນີ້​ຈະ​ຊ່ວຍ​ຮັກແລະ ​ເຕີມ​ເຕັມ​ຮ່ອງ​ລິ້ວ​ຮອຍ​ໃຫ້​ເບິ່ງ​ເພີ່ມຂຶ້ນ​ ແລະ ​ຈະເຮັດໃຫ້​ເຈົ້າ​ກັບ​ມາ​​ເບິ່ງ​ອ່ອນ​ເຍົາ​ໄດ້​ອີກ​ຄັ້ງ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...