Homeອຸບັດເຫດແລະປາກົດການຫຍໍ້ທໍ້ປີ 2014 ຜ່ານມາ ມີຄະດີອາຍາເກີດຂຶ້ນເກືອບ 4 ພັນເລື່ອງ

ປີ 2014 ຜ່ານມາ ມີຄະດີອາຍາເກີດຂຶ້ນເກືອບ 4 ພັນເລື່ອງ

Published on

20150105094313

 

ປັດຈຸບັນ ເສດຖະກິດ-ສັງຄົມຂອງ​ບ້ານ​ເຮົາ ​ຖື​ວ່າ​ມີ​ການ​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ແລະ ເຂັ້ມແຂງ ອັນ​ໄດ້​ເຮັດ​ໃຫ້​

ວຽກງານ​ການ​ພັດທະນາ​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ ບັນດາເຜົ່າ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ ຄຽງ​ຄູ່ກັບ​ການ​ຂະ

ຫຍາຍຕົວ​ທາງ​ດ້ານເສດຖະກິດ-ສັງຄົມ ຕາມ​ຍຸກ​ສະໄໝ ບັນຫາ​ປາກົດການ​ຫຍໍ້ທໍ້​ໃນສັງຄົມ​ ກໍ່​ນັບ​ມື້​ເກີດ​ຂຶ້ນ-ຮຸນ​

ແຮງ ແລະ ເພີ່ມ​ຂຶ້ນ ໂດຍ​ທຸກ​ພາກສ່ວນ​ຕ້ອງ​ເປັນ​ເຈົ້າ​ການ​ແກ້​ໄຂຢ່າງ​ຮີບ​ດ່ວນ ເພື່ອ​ສ້າງ​ໃຫ້ ​ສປປ ລາວ ມີ​ການ​

ພັດທະນາ​ທີ່​ຍືນ​ຍົງ.

 

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈັດ​ກອງ​ປະຊຸມ​ວຽກ​ງານປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປະເທດ ປະຈຳ​ປີ 2014 ໃນ​ລະ

ຫວ່າງວັນ​ທີ 5-6 ມັງກອນ 2015 ຢູ່​ທີ່​ຫ້ອງ​ປະຊຸມ​ໃຫຍ່​ກະຊວງ​ດັ່ງກ່າວ ໂດຍ​ການ​ເຂົ້າ​ຮ່ວມຂອງ​ທ່ານ ພົນ​ຈັດຕະວາ

ສົມແກ້ວ ສີ​ລາ​ວົງ ຮັກສາ​ການ​ລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ພ້ອມ​ດ້ວຍ​ລັດຖະ​ມົນຕີ​ຊ່ວຍ​

ວ່າການ ແລະ ບັນດາ​ຫົວໜ້າ​ກົມ ຫ້ອງການ​ກ່ຽວຂ້ອງ.

 

ທ່ານ ພົນ​ຈັດຕະວາ ສິນ​ທະ​ວົງ ໄຊ​ຍະ​ກອນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ຜ່ານ​ບົດ​ສະ

ຫຼຸບ​ປະຈຳ​ປີ 2014 ແລະ ແຜນ​ວຽກ​ປີ 2015 ໂດຍ​ຕະຫຼອດ 1 ປີຜ່ານມາ ຄະນະ​ພັກ ຄະນະ​ນຳ​ກະຊວງ​ໄດ້​ເອົາໃຈ​ໃສ່​ຢ່າງ​

ຫ້າວຫັນ​ ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ເຜີຍແຜ່-ສຶກ​ສາ​ອົບຮົມ​ການເມືອງ​ ແນວຄິດ​ໃຫ້​ສະມາຊິກ​ພັກ-ພະນັກ

ງານ​ທົ່ວ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຄຽງ​ຄູ່​ກັບ​ການ​ປະຕິບັດວຽກ​ງານ​ວິຊາ​ສະເພາະ​ດ້ວຍຄວາມ​ຮັບຜິດຊອບ​ສູງ

ເຊິ່ງ​ໄດ້​ສຸມໃສ່​ແກ້​ໄຂ​ປາກົດການ​ຫຍໍ້ທໍ້​ໃນ​ສັງຄົມ ປີ 2014 ມີ​ຄະດີ​ອາຍາ​ເກີດຂຶ້ນ​ທັງ​ໝົດ 3.956 ເລື່ອງ ມ້າງໄດ້ 1.938

ເລື່ອງ ກັກ​ຕົວ​ຜູ້​ຖືກຫາ 4.543 ຄົນ/ຍິງ 819 ຄົນ ທຽບໃສ່​ປີ 2013 ຄະດີ​ເພີ່ມ​ຂຶ້ນ 517 ເລື່ອງ (ສະເພາະ​ຢູ່​ນະຄອນຫຼວງ

ວຽງ​ຈັນ ມີ 2.460 ເລື່ອງມ້າງ​ໄດ້ 1.348 ເລື່ອງ ກັກ​ຕົວ 2.271 ຄົນ/ຍິງ 313 ຄົນ) ຄະດີ​ອຸບັດ​ຕິ​ເຫດເກີດ​ຂຶ້ນ​ທັງ​ໝົດ

5.037 ເລື່ອງ ພາຫາ​ນະ​ເປ່​ເພ 9.204 ຄັນ ບາດເຈັບ 8.212 ຄົນ ເສຍ​ຊີວິດ 917 ຄົນ ທຽບໃສ່​ປີ 2013 ອຸບັດຕິ​ເຫດ​ຫຼຸດ

​ລົງ 369 ເລື່ອງ ແຕ່​ຜູ້ເສຍ​ຊີວິດ​ເພີ່ມ​ຂຶ້ນ 99 ຄົນ ບັນຫາ​ອັກຄີ​ໄພ ປີ 2014 ມີ​ອັກຄີ​ໄພເກີດ​ຂຶ້ນ​ທັງ​ໝົດ 158 ຄັ້ງ ມູນ​ຄ່າ

ເສຍ​ຫາຍ 33,5 ຕື້​ກວ່າ​ກີບ ແລະວຽກ​ງານ​ຕ້ານ-ແກ້​ໄຂ​ຢາ​ເສບ​ຕິດທົ່ວ​ປະເທດ ມີ​ຄະດີ​ຢາ​ເສບ​ຕິດເກີດ​ຂຶ້ນ​ທັງ​ໝົດ

1.658 ເລື່ອງ ກັກຕົວ​ໄດ້ 2.538 ຄົນ/ຍິງ 590 ຄົນ ຄົນ​ຕ່າງປະເທດ 45 ຄົນ/ຍິງ 14 ຄົນ ສາມາດ​ຢຶດ​ຂອງ​ກາງປະເພດ​

ຢາ​ບ້າ 363,31 ກິ​ໂລ ເຮ​ໂລອິນ 163,94 ກິ​ໂລ ຢາ​ໄອ້ 8,85 ກິ​ໂລ ຝິ່ນ 15,1 ກິ​ໂລ ກັນຊາ​ແຫ້ງ 1.252 ກິ​ໂລ​ກຼາມ ລົດ​ໃຫຍ່

59 ຄັນ ແລະ ລົດຈັກ 229 ຄັນ ທຽບໃສ່​ປີ 2013 ເພີ່ມ​ຂຶ້ນ 339 ເລື່ອງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...