spot_img
Homeຂ່າວຕ່າງປະເທດຫວຽດນາມພົບຮ່າງກັບຕັນເຮືອຊາວນໍຣ໌ເວຍ໌ແລ້ວ

ຫວຽດນາມພົບຮ່າງກັບຕັນເຮືອຊາວນໍຣ໌ເວຍ໌ແລ້ວ

Published on

ທາງການຫວຽດນາມ ພົບຮ່າງຂອງກັບຕັນ ເຮືອສິນຄ້າ ຕ່າງຊາດແລ້ວ ພ້ອມເລັງຫາ ລູກເຮືອທີ່ຍັງສູນຫາຍຕໍ່ ຂະນະທີ່ສະພາບອາກາດຍັງເປັນອຸປະສັກ
ສື່ຕ່າງປະເທດລາຍງານທາງການຫວຽດນາມກູ້ຄືນຮ່າງກັບຕັນ ໂຣເນລ ອະຄູຊາ ແອນຄຣິລ  ແລະ ຜູ້ຊ່ວຍກັບຕັນ ເຍໂຣມມາຕົວເລງດິກຊີ ຂອງເຮືອສິນຄ້ານໍເວຍ໌ ເຫຍື່ອເຮືອສິນຄ້າ ນໍເວຍ໌ ທີ່ປະສົບເຫດຫຼົ່ມນອກຊາຍຝັງຂອງຫວຽດນາມ ຮຽບຮ້ອຍແລ້ວ ແລະ ກໍາລັງນໍາຮ່າງຜູ້ເສຍຊີວິດລໍາລຽງໄປຍັງແຂວງ ບາເລຍຫວຸງຖົວ ຂອງຫວຽດນາມ
ໂດຍເຮືອບັນທຸກສິນຄ້າ ບູລ໌ຄຈູປີເຕີຣ໌ ນໍ່າໜັກ 56.000 ໂຕ່ນຊຶ່ງບັນທຸກສິນຄ້າອາລູມີນຽມ ພ້ອມລູກເຮືອຊາວຟີລິບປິນ 19 ລາຍມາຈາກມາລເຊຍ ກໍາລັງມຸ້ງຫນ້າໄປຍັງປະເທດຈິນ ກ່ອນຈະເກີດເຫດໃນທະເລຫວຽດນາມເມື່ອອາທິດທີ່ຜ່ານມາ.
ເບື່ອງຕົ້ນລາຍງານລະບຸວ່າ ມີຜູ້ລອດຊີວິດ 1​ລາຍ ຊື່ວ່າ ແອງເຈລີໂຕ ໂຣຈາສ ຊຶ່ງມີຫນ້າທີ່ປະກອບອາຫານເທີງເຮືອລໍາດັ່ງກ່າວ ໃຫ້ຂໍ້ມູນວ່າ ບໍ່ຊາບໄດ້ສາເຫດທີ່ເກີດອຸປະຕິເຫດໃນຄັ້ງນີ້ ແລະ ທັນທີ ທີ່ເຮືອອ່ຽງກ່ອນທີ່ຈະຈົມລົງຕົນເອງໄດ້ຄວາເອົາເສື້ອຊູຊີບມາສວມໃສ່ ແລະ ກະໂດດລົງທະເລກ່ອນທີ່ຈະລອຍເຂົ້າຝັ່ງເພື່ອເອົາຊີວິດລອດ
ຢ່າງໃດກໍ່ຕາມທາງການຫວຽດນາມຍັງຄົງເລັງຫາຜູ້ສູນຫາຍລາຍອຶ່ນໆ ຕໍ່ໄປຂະນະດຽວກັນສະພາບອາກາດທີ່ປ່ວນປັນຍັງຄົງເປັນອຸປະສັກໃນການຄົ້ນຫາ

>>http://www.innnews.co.th/shownews/show?newscode=590051

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...