Homeຂ່າວຕ່າງປະເທດແອຣ໌ ເອເຊຍ ພ້ອມຈ່າຍຊົດເຊີຍຜູ້ເສຍຊີວິດ QZ 8501 ຄົນລະ 194 ລ້ານ

ແອຣ໌ ເອເຊຍ ພ້ອມຈ່າຍຊົດເຊີຍຜູ້ເສຍຊີວິດ QZ 8501 ຄົນລະ 194 ລ້ານ

Published on

NjpUs24nCQKx5e1DGz6Te66DREck1b8tKn2vE4LzdS7

 

ແອຣ໌ ເອເຊຍ ພ້ອມຈ່າຍເງິນຊົດເຊີຍເບື້ອງຕົ້ນແກ່ຄອບຄົວຜູ້ເສຍຊີວິດ ຄົນລະ 24,000 ໂດລາ ຈາກເຫດຖ້ຽວບິນ

QZ 8501 ຕົກໃນວັນທີ 28 ທັນວາ 2014 ຜ່ານມາ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມັງກອນຜ່ານມານີ້ວ່າ ສະມາຊິກຄອບຄົວຂອງຜູ້ເສຍຊີວິດຫລາຍຄອບ

ຄົວ ໄດ້ເປີດເຜີຍຕໍ່ສື່ມວນຊົນວ່າ ພວກຕົນໄດ້ຮັບຈົດໝາຍຈາກທາງສາຍການບິນ ແອຣ໌ ເອເຊຍ ເປັນລາຍລະອຽດ

ກ່ຽວກັບການທີ່ສາຍການບິນ ຈະຈ່າຍເງິນຊົດເຊີຍເບື້ອງຕົ້ນ ໃຫ້ແກ່ຜູ້ເສຍຊີວິດ ຄົນລະ 24,000 ໂດລາສະຫະລັດ ຫລື

ປະມານ 194 ລ້ານກີບ ພ້ອມທັງລະບຸວ່າ ເງິນຊົດເຊີຍດັ່ງກ່າວນີ້ ແມ່ນສຳລັບໃຫ້ຄອບຄົວຂອງຜູ້ສູນເສຍ ແກ້ໄຂຜ່ານ

ຄວາມຍາກລຳບາກ ໃນໄລຍະເວລາຂອງການຄົ້ນຫາຜູ້ເສຍຊີວິດ.

 

ທັງນີ້ ທີມຄົ້ນຫາຂອງສາຍການບິນ ສາມາດກູ້ສົບຂຶ້ນຈາກທະເລໄດ້ແລ້ວ 34 ສົບ ຈາກຈຳນວນຜູ້ໂດຍສານ ແລະ ລູກ

ເຮືອທັງໝົດ 162 ຄົນ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...