Homeຂ່າວການພັດທະນາສຶກສາ​ຄວາມ​ເປັນ​ໄປ​ໄດ້​ ສ້າງເຂື່ອນຂະໜາດນ້ອຍນ້ຳ​ເຟືອງ ​ເມືອ​ງກາສີ ແຂວງ​ວຽງຈັນ

ສຶກສາ​ຄວາມ​ເປັນ​ໄປ​ໄດ້​ ສ້າງເຂື່ອນຂະໜາດນ້ອຍນ້ຳ​ເຟືອງ ​ເມືອ​ງກາສີ ແຂວງ​ວຽງຈັນ

Published on

DAM

 

ແຂວງ​ວຽງຈັນ ​ໄດ້​ອະນຸມັດ​ໃຫ້ ບໍລິສັດ ​ທອງ​ຄູນຊັບ ​ບໍລິການ​ຄຸດ​ຄົ້ນ​ບໍ່​ແຮ່​ທາດ ຈຳກັດ​ຜູ້ດຽວ ດຳ​ເນີນ​ການ​ສຶກສາ, ສຳ

ຫຼວດຄວາມ​ເປັນ​ໄປ​ໄດ້​ ເພື່ອ​ສ້າງ​ເຂື່​ອນໄຟຟ້າ​ນຳ​ຕົກ​ຂະໜາດນ້ອຍ ( 15 MV ລົງ​ມາ) ທີ່ນ້ຳ​ເຟືອງ​ ເຂດ​ເໜືອບ້ານ​ຖ້ຳ​

ເຖີບ ​ເມືອງ​ກາສີ ແຂວງ​ວຽງຈັນ, ​ເຊິ່ງພິທີ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກ່ຽວກັບ​ການ​ສຳຫຼວດດັ່ງກ່າວ,

ລະຫວ່າງ ທ່ານ ອຸ​ດົງ ພົງ​ໄພ​ປະດິດ ຫົວໜ້າພະ​ແນ​ກ​ແຜນການ ແລະ ການ​ລົງ​ທືນ​ແຂວງ​ວຽງຈັນ ແລະ ທ່ານ ທອງ​ຄູນ

ພິມ​ມະ​ສອນ ປະທານ​ບໍລິສັດ ທອງ​ຄູນ​ຊັບ ບໍລິການ​ຄຸດ​ຄົ້ນ​ແຮ່​ທາດ​ຈຳກັດ​ຜູ້ດຽວ ​ໃນ​ວັນ​ທີ 30 ທັນວາ 2014.

 

ທ່ານ ທອງ​ຄູ​ນ ໃຫ້​ຮູ້​ວ່າ: ການ​ສຳຫຼວດຈະ​ເລີ່​ມຂຶ້ນ​ໃນ​ທ້າຍ​ເດືອນມັງກອນ ນີ້, ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ລະອຽດ, ອອກ​ແບບ ​

ແລະ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ຜົນ​ກະທົບ​ຕ່າງໆທີ່​ຈະ​ຕາມ​ມາ ​ເຊິ່ງຈະ​ໃຫ້​ສຳ​ເລັດ​ພາຍ​ໃນ 18 ເດືອນ. ພິທີ​ເຂົ້າ​ຮ່ວມ​ເປັນ​ສັກຂີ​

ພະຍານ​ໃນ​ນີ້​ມີ​ທ່ານ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງ​ເຈົ້າ​ແຂວງໆວຽງຈັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...