Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕິດຄຸກ 2 ຄັ້ງ ຍັງບໍ່ຫລາບ ອອກລັກຊັບມູນຄ່າມະຫາສານ ປກສ ຄຳມ່ວນ ຈັບດຳເນີນຄະດີ!

ຕິດຄຸກ 2 ຄັ້ງ ຍັງບໍ່ຫລາບ ອອກລັກຊັບມູນຄ່າມະຫາສານ ປກສ ຄຳມ່ວນ ຈັບດຳເນີນຄະດີ!

Published on

366 001

 

ເມື່ອບໍ່ດົນມານີ້ ປກສ ແຂວງຄຳມ່ວນ ສາມາດນຳຈັບຕົວໂຈນມືກາວຕົວອັນຕະລາຍ ຊື່ທ້າວ ສອນສັກດາ ອາຍຸ 30 ປີ

ຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ ມາດຳເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຜູ້ກ່ຽວໄດ້ລົງມືງັດແງະ

ຮ້ານແລກປ່ຽນເງິນ ຢູ່ບ້ານສັນຕິສຸກ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ກວາດຊັບສີນໄປຫລາຍກວ່າໜຶ່ງຕື້ກີບ.

 

ຜ່ານການສືບສວນ – ສອບສວນ ຂອງເຈົ້າໜ້າທີ່ ທ້າວ ສອນສັກດາ ຮັບສາລະພາບວ່າ: ກ່ອນໜ້ານັ້ນ ຕົນໄດ້ໄປປ່ຽນ

ເງິນຢູ່ຮ້ານດັ່ງກ່າວເປັນປະຈຳ, ມາຮອດວັນທີ 25 ພະຈິກ 2014 ຕົນຈຶ່ງໄດ້ງັດແງະເຂົ້າຮ້ານດັ່ງກ່າວ ແລະ ໄດ້ກວາດເອົາ

ຊັບສີນຄື: ເງິນ 300 ລ້ານກີບ, 2,8 ລ້ານບາດ, 6.500 ໂດລາສະຫະລັດ, 2.250 ໂດລາ ອົດສະຕາລີ, 2.700 ໂດລາການາ

ດາ, 12.400 ເອີໂຣ, 1.200 ລ້ານດົງ (ສະກຸນເງິນຫວຽດນາມ), 1,2 ລ້ານກວ່າເຢນ(ສະກຸນເງິນຍີ່ປຸ່ນ), ສາຍແອວທອງ

ນາກ 5 ເສັ້ນ ໜັກ 38 ບາດ ແລະ ຄຳຮູບປະພັນໜັກ 40 ບາດ ແລະ ຕົກມາຮອດວັນທີ 19 ທັນວາ 2014 ຈຶ່ງຖືກເຈົ້າ

ໜ້າທີ່ຈັບຕົວໄດ້ຢູ່ເຮືອນຂອງຕົນມາດໍາເນີນຄະດີ, ສ່ວນຊັບສີນທີ່ຜູ້ກ່ຽວເອົາໄປ ເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້

ຈຳນວນໜຶ່ງ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ ທ້າວ ສອນສັກດາ ເຄີຍຕ້ອງໂທດມາແລ້ວສອງຄັ້ງ, ຄັ້ງທີໜຶ່ງຖືກຈຳຄຸກຢູ່ແຂວງສະຫວັນນະເຂດ

ເປັນເວລາ 3 ປີ ແລະ ຄັ້ງທີສອງ ຈຳຄຸກຢູ່ນະຄອນຫລວງວຽງຈັນເປັນເວລາ 3 ເດືອນໃນຂໍ້ຫາລັກຊັບພົນລະເມືອງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...