spot_img
Homeຂ່າວພາຍ​ໃນສົກ​ນີ້ ຮສສ ຈະ​ພັດ­ທະ­ນາ​ສີ­ມື​ແຮງ​ງານ​ ໃຫ້​ໄດ້​ຫຼາຍ​ກວ່າ 90 ພັນ​ຄົນ

ສົກ​ນີ້ ຮສສ ຈະ​ພັດ­ທະ­ນາ​ສີ­ມື​ແຮງ​ງານ​ ໃຫ້​ໄດ້​ຫຼາຍ​ກວ່າ 90 ພັນ​ຄົນ

Published on

69f9bbb85aacf2b589f23b56c65dbd6d

 

ການ​ສ້າງ​ແຮງ​ງານ​ທີ່​ມີ​ສີ­ມື​ເພື່ອຮັບ­ປະ­ກັນ​ມີ​ວຽກ​ເຮັດ​ງານ​ທຳ​ທີ່​ໝັ້ນຄົງ, ມີ​ລາຍ​ຮັບ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ຫຼັກຄ້ຳ­ປະ­ກັນ

​ພື້ນ­ຖານ​ໃນ​ຊີ­ວິດ​ແມ່ນ​ຄວາມມຸ່ງ​ມາດ​ປາ­ຖະ­ໜາ​ຂອງ​ ລັດ­ຖະ­ບານ​ທີ່​ພະ­ຍາ­ຍາມ​ສູ້​ຊົນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ໂດຍ​ສົກ 2014-

2015 ນີ້ ກະ­ຊວງ​ແຮ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ໂດຍ​ສະ­ເພາະ​ຂະ­ແໜງ​ແຮງ​ງານ​ຈະ​ພັດ­ທະ­ນາ​ສີ­ມື​ແຮງ​

ງານ​ໃຫ້​ໄດ້​ຫຼາຍ​ກວ່າ 90 ພັນ​ຄົນ, ພ້ອມ​ສົ່ງ­ເສີມ​ສະ­ຖານ­ທີ່​ພັດ­ທະ­ນາ​ສີ­ມື​ແຮງ​ງານ, ຫົວ­ໜ່ວຍ​ແຮງ​ງານຕ່າງໆ​ດຳ­ເນີນ

​ການ​ທົດ​ສອບ ແລະ ອອກໃບ­ຢັ້ງ­ຢືນ​ມາດ­ຕະ­ຖານ​ສີ­ມື​ແຮງ​ງານຢ່າງ​ກວ້າງ­ຂວາງ​ຂຶ້ນ​ກວ່າ​ເກົ່າ.

 

ອີງ​ຕາມ​ຂໍ້​ມູນ​ຈາກ​ກະ­ຊວງ​ແຮງງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ທິດ​ທາງ​ແຜນ­

ການ​ຈຸດ​ສຸມ​ສົກ​ປີ 2014-2015 ແມ່ນ​ຈະ​ສືບ­ຕໍ່​ເຮັດ​ໃຫ້ ຄາດ­ໝາຍ​ສູ້​ຊົນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​

ທີ IXຂອງ ພັກ, ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຫ່ງ​ຊາດ 5 ປີ​ຄັ້ງ​ທີ VII  ກ່ຽວ​ກັບ​ວຽກແຮງ​ງານ​ຈະ​ສຸມ​ໃສ່​ຈັດ​ຕັ້ງ

​ປະ­ຕິ­ບັດ4 ແຜນ​ງານ 15 ໂຄງ­ການ ເພື່ອ​ບັນ­ລຸວຽກ​ຈຸດ​ສຸມ​ທີ່​ສຳ­ຄັນ​ອັນ​ປະ­ກອບ​ດ້ວຍການ​ສ້າງ​ສູນ​ຂໍ້​ມູນ​ ຂ່າວ­ສານ​ຕະ

­ຫຼາດແຮງ​ງານ​ໃຫ້​ໄດ້ 4 ແຫ່ງ (ຂັ້ນ​ກະ­ຊວງ 1 ແຫ່ງ, ຂັ້ນ​ພາກ 3 ແຫ່ງ), ພັດ ທະ​ນາ​ສີ­ມື​ແຮງ​ງານ​ໃຫ້​ໄດ້ 91.941 ຄົນ, ສົ່ງ­

ເສີມ​ສະ­ຖານ­ທີ່​ຝຶກ​ວິ­ຊາ​ຊີບ, ສະ ຖານ​ທີ່​ພັດ­ທະ­ນາ​ສີ­ມື​ແຮງ​ງານ ແລະ ຫົວ­ໜ່ວຍ​ແຮງ​ງານ​ຕ່າງໆ ດຳ­ເນີນ​ການທົດ​ສອບ

ແລະ ອອກ​ໃບ­ຢັ້ງ­ຢືນ​ມາດ​ຕະຖານ​ສີ­ມື​ແຮງ​ງານ​ຢ່າງ​ກວ້າງ­ຂວາງ ແລະ ແຂງ­ແຮງ​ກວ່າ​ເກົ່າ, ສືບ­ຕໍ່​ສ້າງມາດ­ຕະ­ຖານ​ສີ­

ມື​ແຮງ​ງານ​ຂົງ­ເຂດ​ບໍລິ​ການ​ໃຫ້​ໄດ້ 5 ສາ­ຂາ​ອາ­ຊີບ (ການບໍ­ລິ­ການ​ຕ້ອນ­ຮັບ, ການ​ບໍ­ລິ­ການ​ອາຫານ ແລະ ເຄື່ອງ​ດື່ມ, ການ

​ບໍ​ລິ​ການ­ທ່ອງ­ທ່ຽວ, ການ​ປຸງ​ແຕ່ງ­ອາ­ຫານ-ແມ່­ເຮືອນ) ແລະ ຈັດ​ຕັ້ງ​ການ​ແຂ່ງ­ຂັນ​ຊ່າງ​ສີ­ມື​ແຮງງານ​ພາຍ​ໃນ​ລະ­ດັບ​

ຕ່າງໆ​ຢ່າງ​ກວ້າງຂວາງ.

 

ຊຸກ­ຍູ້​ສົ່ງ­ເສີມ​ທຸກ​ຂະ­ແໜງ­ການ​ເສດ­ຖະ­ກິດລວມ​ທັງ​ຂົງ­ເຂດ​ການ​ ບໍ­ລິ­ຫານ, ສູ້​ຊົນ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ໄດ້ປະ­ມານ

70,1 ພັນ​ຄົນ, ເຮັດ​ໃຫ້​ອັດ­ຕາ​ສ່ວນ​ແຮງ​ງານ​ໃນ​ຂົງ­ເຂດ​ກະ­ສິ­ກຳ​ຫຼຸດ​ລົງ​ເປັນ 68%, ຂົງ­ເຂດ​ອຸດ­ສາ­ຫະ­ກຳ-ກໍ່­ສ້າງ​ເພີ່ມ​ຂຶ້ນ​

ເປັນ 8,2% ແລະ ການບໍ­ລິ­ການ​ເພີ່ມ​ຂຶ້ນ​ເປັນ 24,1% ຄວບ ຄຸມ​ອັດ­ຕາ​ວ່າງ​ງານ​ໃຫ້​ຢູ່​ໃນ​ລະ­ດັບ 2%, ສູ້​ຊົນ​ໂຄ­ສະ­ນາ​ເຜີຍ

­ແຜ່​ກົດ­ໝາຍນິ­ຕິ​ກຳ​ກ່ຽວ​ກັບ​ແຮງ​ງານ, ກວດ­ກາ​ແຮງງານ​ກ່ຽວ​ກັບ​ຫົວ­ໜ່ວຍ​ແຮງ​ງານ ແລະ ໂຄງ­ການ​ຕ່າງໆ​ຢ່າງ​ກວ້າງ

­ຂວາງ,ສະ­ເໜີ​ຕໍ່​ລັດ­ຖະ­ບານ​ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ຜົນ​ການ​ປັບ­ປຸງ​ຄ່າ​ແຮງ​ ງານ​ຂັ້ນ​ຕ່ຳ​ຂອງ​ຜູ້​ອອກ­ແຮງ​ງານ​ໃນ​ຂົງ­ເຂດ

​ທຸ­ລະ​ກິດ, ສືບ­ຕໍ່​ປະ­ສານ​ງານ​ກັບ​ຂະແໜງ​ການ​ກ່ຽວ­ຂ້ອງຂັນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ມະ­ຕິ 03/ລບ

ກ່ຽວ​ກັບ​ການ​ແກ້​ໄຂ​ຊາວ​ຕ່າງ​ປະເທດ​ທີ່​ເຂົ້າ​ມາ​ທຳ​ມາ​ຫາ​ກິນ​ດ້ວຍ​ ການຄ້າ­ຂາຍ ແລະ ອອກ­ແຮງ​ງານ​ຮັບ­ຈ້າງ​ຢູ່ ສປປ ລາວ

ໃຫ້​ມີ​ປະ​ສິດ­ທິຜົນ​ກວ່າ​ເກົ່າ.

 

ແນວ­ໃດ​ກໍ​ດີ ໃນ​ຊຸມ​ປີ­ຜ່ານ­ມາ ຂະ­ແໜງ ຮສສ ແລະ ພາກ­ສ່ວນ​ຕ່າງໆນັບ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ, ການຈັດ​ຕັ້ງ​ສັງ­ຄົມ,

ຫົວ­ໜ່ວຍ​ການ​ຜະ­ລິດ​ທຸລະ​ກິດ, ໂຄງ­ການ​ລົງ­ທຶນ​ທຸກ​ລະ­ດັບ​ສາມາດ​ຈັດ​ຕັ້ງ​ການ​ຝຶກ​ວິ­ຊາ​ຊີບ ແລະ ພັດທະ​ນາ ສີ­ມື​ແຮງ​ງານ

​ໄດ້​ທັງ​ໝົດ 158.622 ຄົນ, ຍິງ 71.490 ຄົນ, ທຽບ ໃສ່​ແຜນ­ການ 5 ປີ ເທົ່າ​ກັບ 71,59% (ແຜນ­ການ​ວາງ​ໄວ້ 221.583 ຄົນ),

ໃນ​ນັ້ນ​ຂະ­ແໜງ​ກະ­ສິ­ກຳ 46.208 ຄົນ, ບໍ­ລິ­ການ 65.921 ຄົນ, ອຸດ­ສາ­ຫະ­ກຳ ແລະ ກໍ່­ສ້າງ 46.496 ຄົນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...