Homeຂ່າວຕ່າງປະເທດອິນເດຍຈັບສອງອ້າຍນ້ອງ ກັກຂັງຂົ່ມຂືນ ນັກທ່ອງທ່ຽວຊາວຍີ່ປຸ່ນ ດົນນັບເດືອນ!

ອິນເດຍຈັບສອງອ້າຍນ້ອງ ກັກຂັງຂົ່ມຂືນ ນັກທ່ອງທ່ຽວຊາວຍີ່ປຸ່ນ ດົນນັບເດືອນ!

Published on

EyWwB5WU57MYnKOuFNBx0IymVqf5mSWQUPegL9dOlfzEXpaLEWe9z4

 

ຕຳຫລວດອິນເດຍ ຈັບ 2 ອ້າຍນ້ອງ ລວງນັກທ່ອງທ່ຽວຊາວຍີ່ປຸ່ນ ກັກຂັງ ແລະ ຂົ່ມຂືນຢູ່ເມືອງພຸດທະຄາຍາ ດົນນັບ

ເດືອນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ມັງກອນນີ້ວ່າ ໃນວັນທີ 3 ມັງກອນຜ່ານມານີ້ ຕຳຫລວດອິນເດຍ ໄດ້ຖະ

ແຫລງຂ່າວການຈັບກຸມຜູ້ຕ້ອງຫາຊາຍ 2 ຄົນ ເຊິ່ງເປັນອ້າຍນ້ອງກັນ ເຂົ້າຮັບຟັງຂໍ້ກ່າວຫາຄະດີຂົ່ມຂືນ ແລະ ກັກຂັງ

ໜ່ວງໜ່ຽວນັກທ່ອງທ່ຽວຍິງຊາວຍີ່ປຸ່ນ ອາຍຸ 22 ປີ ເຊິ່ງຜູ້ເສຍຫາຍໄດ້ເຂົ້າແຈ້ງຄວາມດຳເນີນຄະດີກັບຜູ້ຕ້ອງຫາທັງ

ສອງຄົນ ຕັ້ງແຕ່ທ້າຍເດືອນທັນວາ 2014 ຜ່ານມາ ໂດຍນາງໄດ້ລະບຸວ່າ ຖືກ 2 ອ້າຍນ້ອງຊາວອິນເດຍດັ່ງກ່າວ ນຳຕົວ

ໄປກັກຂັງ ແລະ ຂົ່ມຂືນດົນນານນັບເດືອນ ຢູ່ຫ້ອງໃຕ້ດິນຂອງອາຄານແຫ່ງໜຶ່ງ ໃນເມືອງພຸດທະຄາຍາ ລັດພິຫານ

ເຊິ່ງເປັນແຫລ່ງທ່ອງທ່ຽວທີ່ຂຶ້ນຊື່ຂອງອິນເດຍ.

 

ປັດຈຸບັນ ສານອິນເດຍ ໄດ້ມີຄຳສັ່ງກັກຕົວຜູ້ຕ້ອງຫາທັງສອງຄົນແລ້ວ ເພື່ອລໍຖ້າການພິຈາລະນາຄະດີ ເຊິ່ງຈະມີຂຶ້ນ

ໃນວັນທີ 9 ມັງກອນທີ່ຈະມາເຖິງນີ້.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...