Homeຂ່າວຕ່າງປະເທດລະທຶກອີກ! ແອຣ໌ ເອເຊຍ ຟິລິບປິນ ໄຫລອອກນອກຣັນເວ ໂຊກດີບໍ່ມີໃຜບາດເຈັບ!

ລະທຶກອີກ! ແອຣ໌ ເອເຊຍ ຟິລິບປິນ ໄຫລອອກນອກຣັນເວ ໂຊກດີບໍ່ມີໃຜບາດເຈັບ!

Published on

EyWwB5WU57MYnKOuFNByUmWndQT8u6jqKSyRu5L9Mm9P0FRpA8xnw1

 

ເຮືອບິນແອຣ໌ ເອເຊຍ ຖ້ຽວບິນ Z2272 ມະນິລາ – ຄາລິໂບ ໄຫລອອກນອກຣັນເວຢູ່ຟິລິບປິນ ໂຊກດີບໍ່ມີຜູ້ໄດ້ຮັບບາດ

ເຈັບ ຄາດອາດຍ້ອນສະພາບອາກາດບໍ່ດີ.

 

ມື້ວານນີ້ (30 ທັນວາ) ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນເວລາ 17:00 ໂມງ ຕາມເວລາໃນທ້ອງຖິ່ນ ໄດ້ເກີດເຫດ

ເຮືອບິນຂອງສາຍການບິນແອຣ໌ ເອເຊຍ ຖ້ຽວບິນທີ Z2272 ທີ່ບິນຈາກມະນິລາ ໄປຍັງເມືອງຄາລິໂບ ເກີດມື່ນໄຫລອອກ

ນອກຣັນເວ ຢູ່ສະໜາມບິນຄາລິໂບ ປະເທດຟິລິບປິນ ໂດຍບໍ່ມີໃຜໄດ້ຮັບບາດເຈັບ, ໂດຍເຮືອບິນດັ່ງກ່າວໄດ້ບັນທຸກຜູ້

ໂດຍສານ 153 ຄົນ ເຮັດໃຫ້ກູ້ໄພສະໜາມບິນ ຕ້ອງໄດ້ມີການອົບພະຍົບຜູ້ຄົນລົງຈາກເຮືອບິນແບບສຸກເສີນ.

 

ແນວໃດກໍຕາມ ທາງພະນັກງານແອຣ໌ ເອເຊຍ ຟິລິບປິນ ໄດ້ນຳຜູ້ໂດຍສານທັງໝົດ ເຂົ້າພັກທີ່ໂຮງແຮມຢ່າງປອດໄພ

ໂດຍບໍ່ມີເຫດຮ້າຍອັນໃດເກີດຂຶ້ນ.

 

NjpUs24nCQKx5e1DGz6PUsKaR8y9EcjKy6q84k39pmy

NjpUs24nCQKx5e1DGz6PUsKaR8y9EcmpyhV7vQaSA35

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...