Homeຂ່າວການພັດທະນາຂົວມິດຕະພາບລາວ-ມຽນມາ ສອງຟາກນ້ຳໄດ້ເຊື່ອມຈອດກັນແລ້ວ

ຂົວມິດຕະພາບລາວ-ມຽນມາ ສອງຟາກນ້ຳໄດ້ເຊື່ອມຈອດກັນແລ້ວ

Published on

7dd7ec838a8e7825c4fccf668ed52413

 

ປະ­ຈຸ​ບັນ ການ​ກໍ່­ສ້າງ​ຂົວ​ມິດ​ຕະພາບ​ລາວ-ມຽນ​ມາຂອງ​ເບື້ອງ​ລາວ ແລະ ເບື້ອງ​ມຽນ​ມາ ແມ່ນ​ໄດ້​ເຊື່ອມ​ຕໍ່ຈອດ​ກັນ​

ແລ້ວ ພາຍ­ຫຼັງ​ທີ່​ໄດ້​ລົງ­ມື​ກໍ່­ສ້າງມາ​ເປັນ​ເວ­ລາ 20 ກວ່າ​ເດືອນ ແລະ ຄາດ​ວ່າ​ຈະ​ສຳ­ເລັດພ້ອມ​ເປີດ​ນຳ​ໃຊ້​ໃນ​ເດືອນ​ມີ­

ນາ​ປີ­ໜ້າ​ນີ້.

 

ທ່ານ ໄຊ​ສົງ­ຄາມ ມະ­ໂນ​ທັມ ຫົວ­ໜ້າໂຄງ­ການ​ກໍ່­ສ້າງ​ຂົວ​ມິດ­ຕະ­ພາບ​ລາວ-ມຽນ​ມາ​ໄດ້​ລາຍ​ງານ​ຕໍ່​ນັກ​ ຂ່າວ​ເສດ​ຖະ

ກິດ-ສັງ­ຄົມ​ເມື່ອ​ບໍ່​ດົນ​ມາ​ນີ້​ໃຫ້​ຮູ້​ວ່າ: ຫຼັງຈາກ​ເລີ່ມ​ລົງ­ມື​ກໍ່­ສ້າງ​ແຕ່​ວັນ​ທີ 16 ກຸມພາ 2013 ເປັນ­ຕົ້ນ​ມາ​ຈົນ​ຮອດ​ທ້າຍ

ເດືອນ​ທັນ­ວາ 2014 ໂຄງ­ການ​ກໍ່­ສ້າງຂົວ​ມິດ­ຕະ­ພາບ​ລາວ-ມຽນ​ມາ​ກໍ່​ໄດ້ເຊື່ອມ​ຕໍ່​ເຂົ້າ​ຫາ​ກັນ ​ແລ້ວ​ຄາດ​ວ່າ​ຈະ​ໃຫ້ສຳ­

ເລັດ​ກ່ອນ​ຄາດ­ໝາຍ ແລະ ສາ­ມາດເປີດ​ນຳ​ໃຊ້​ຕາມ​ແຜນ­ການ​ໃນ​ເດືອນ​ມີ­ນາ 2015 ນີ້, ໂດຍ​ຂະ­ນະ​ນີ້ ສະ­ເລ່ຍ​ລວມ

​ທຸກໜ້າ​ວຽກ​ໄດ້​ແລ້ວ 93%.

 

ຊຶ່ງ​ໂຄງ­ການ​ແມ່ນ​ເປັນ​ສັນ­ຍະ­ລັກແຫ່ງ​ສາຍ​ພົວ­ພັນ​ການ​ຮ່ວມ​ມື ແລະ ຄວາມ​ສາ­ມັກ­ຄີ​ລະ­ຫວ່າງ​ປະ­ຊາ­ຊົນ​ຂອງສອງ​

ປະ­ເທດ​ລາວ ແລະ ມຽມ​ມາ ໂດຍ​ຈະເຊື່ອມ​ຕໍ່​ທາງ​ຫຼວງ​ເລກ​ທີ 17 ຂອງ​ລາວເຂົ້າ​ກັບ​ທາງ​ຫຼວງ​ເລກ​ທີ 4 ຂອງ​ມຽນມາ

ແນ­ໃສ່​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມສະ­ດວກ​ໃນ​ການ​ໄປ­ມາ­ຫາ­ສູ່ ແລະ ຄ້າຂາຍ​ນຳ​ກັນ, ຊຶ່ງ​ຈະ​ເອົາ​ຜົນ​ປະ­ໂຫຍດອັນ​

ໃຫຍ່​ຫຼວງ​ມາ​ໃຫ້​ປະ­ຊາ­ຊົນ​ສອງ​ຊາດ, ລວມ​ທັງ​ບັນ­ດາ​ປະ­ເທດ​ໃນ​ອະ­ນຸ​ພາກ​ພື້ນ ໂດຍ​ສະ­ເພາະ​ລະ­ຫວ່າງ​ລາວ, ມຽນ​

ມາ, ຫວຽດ­ນາມ ແລະ ສປ ຈີນ, ນອກ​ນີ້ ອາດ​ຈະ​ຂະ­ຫຍາຍ​ໄປ​ສູ່​ອິນ​ເດຍ ແລະ ບັງກລາ​ເດັດ​ອີກ​ດ້ວຍ.

 

ໂດຍ​ຕົວ​ຂົວ ທ່ານ ໄຊ​ສົງ­ຄາມ ມະ­ໂນທັມ ກ່າວ​ວ່າ: ມີ​ທີ່​ຕັ້ງ​ຢູ່​ບ້ານ​ຫ້ວຍ​ກຸ່ມ​ປະມານ 15 ກິ­ໂລ­ແມັດ ຫ່າງ​ຈາກ​ບ້ານ​ຊຽງ

ກົກ​ໄປ​ທາງ​ທິດ​ເໝືອ​ຂຶ້ນ​ກັບ​ເມືອງ​ລອງ ແຂວງ​ຫຼວງ​ນ້ຳ​ທາ ແລະ ປະ­ມານ 500 ແມັດ, ທາງ​ໃຕ້​ຂອງ​ບ້ານ​ຊຽງ​ລາບ

ເມືອງ​ທ່າ​ຂີ້­ເຫຼັກ ລັດ​ສານ ສສ ມຽນ​ມາ, ຕົວ​ຂົວ​ມີ​ຄວາມ​ຍາວ​ທັງ​ໝົດ 691,6 ແມັດ, ກວ້າງ 10,9 ແມັດ, ມີ​ທາງ​ລົດ

ແລ່ນ 2 ຄອງ, ກວ້າງ 8,5 ແມັດ, ທາງ ຍ່າງ 2 ເບື້ອງໆ​ລະ 1,2 ແມັດ, ເປັນ​ຂົວ ທີ່​ມີ​ຂາງ​ປະ­ສົມ ຊຶ່ງ​ມີ​ຂາງ​ເຫຼັກ​ຍາວ

360 ແມັດ, ສູງ 12 ແມັດ ຢູ່​ທາງ​ກາງ (ຢູ່​ວັງ) ແລະ ຂາງ​ເບ​ຕົງ​ອັດ​ແຮງ​ຍາວ 330 ແມັດ ຢູ່​ທາງ​ຝັ່ງ​ໃນ​ເບື້ອງ​ລາວ​ຮັບ

ຜິດ​ຊອບ​ແມ່ນ 330,8 ແມັດ ແລະ ຝ່າຍ ມຽນ​ມາ​ຮັບ­ຜິດ­ຊອບ 360,8 ແມັດ ໂດຍ​ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ

26 ລ້ານ​ໂດ​ລາ​ສະ­ຫະ­ລັດ ທີ່​ເປັນ​ການ​ນຳໃຊ້​ງົບ­ປະ­ມານ​ຂອງ​ລັດ­ຖະ­ບານ​ສອງ​ປະເທດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...