Homeຂ່າວຕ່າງປະເທດຍີ່ປຸ່ນຜະຫວາ! ໜຸ່ມຕ້ອງສົງໄສຕິດເຊື້ອອີໂບລາ ໄຂ້ຂຶ້ນສູງຫລັງກັບຈາກ ເຊຍຣາ ລີໂອນ!

ຍີ່ປຸ່ນຜະຫວາ! ໜຸ່ມຕ້ອງສົງໄສຕິດເຊື້ອອີໂບລາ ໄຂ້ຂຶ້ນສູງຫລັງກັບຈາກ ເຊຍຣາ ລີໂອນ!

Published on

Ebola-story

 

ຊາຍຍີ່ປຸ່ນມີອາການຄ້າຍຕິດເຊື້ອອີໂບລາ ມີໄຂ້ຂຶ້ນສູງຫລັງຈາກກັບມາແຕ່ປະເທດ ເຊຍຣາ ລີໂອນ ເຊິ່ງຜູ້ກ່ຽວລະບຸ

ເຄີຍສຳຜັດກັບຖົງຫໍ່ສົບຄົນເຈັບອີໂບລາດ້ວຍມືເປົ່າ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ທັນວາຜ່ານມາວ່າ ໄດ້ກັກຕົວຊາຍ ອາຍຸ 30 ປີ ຈາກນະຄອນຫລວງໂຕ

ກຽວ ໂດຍຄາດອາດຕິດເຊື້ອອີໂບລາ ຫລັງຈາກພົບອາການໄຂ້ຂຶ້ນສູງ ໂດຍຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ວ່າ ຕົນເອງໄດ້

ເດີນທາງໄປປະເທດ ເຊຍຣາ ລີໂອນ ຕັ້ງແຕ່ວັນທີ 17 ທັນວາ ແລະ ໄດ້ເຄີຍສຳຜັດກັບຖົງຫໍ່ສົບຄົນເຈັບເຊື້ອອີໂບລາ

ດ້ວຍມືເປົ່າ ໃນລະຫວ່າງທີ່ມີການຝັງຮ່າງຂອງຜູ້ເສຍຊີວິດຈາກໄວຣັສມໍລະນະ ໃນມື້ວັນທີ 21 ທັນວາຜ່ານມາ.

 

ຊາຍຄົນດັ່ງກ່າວນີ້ ເດີນທາງກັບມາເຖິງຍີ່ປຸ່ນ ໃນມື້ວັນທີ 23 ທັນວາຜ່ານມາ ແລະ ຖືກກັກບໍລິເວນຢູ່ແຕ່ໃນເຮືອນ

ຕາມຄຳສັ່ງຂອງທາງການ, ແຕ່ສະເພາະໃນຕອນບ່າຍຂອງວັນຈັນທີ 29 ທັນວາຜ່ານມານີ້ ທາງແພດໄດ້ກວດພົບໄຂ້

ຂຶ້ນສູງ 38.2 ອົງສາ ຈິ່ງຮີບນຳຕົວຂອງຜູ້ກ່ຽວເຂົ້າໂຮງໝໍ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...