spot_img
Homeຂ່າວຍົນຕົກ5 ໂສກນາຕະກຳທາງເຮືອບິນ ປະຈຳປີ 2014

5 ໂສກນາຕະກຳທາງເຮືອບິນ ປະຈຳປີ 2014

Published on

ສະບາຍດີເພື່ອນຜູ້ອ່ານ ມາພົບກັນອີກ ມື້ນີ້ ແອັດມິນຊຽງ ໄດ້ສະຫຼຸບເອົາ 5 ເຫດການໂສກນາຕະກຳທາງເຮືອບິນ ຄັ້ງໃຫຍ່ໆ ພາຍໃນປີ 2014 ມານຳສະເໜີ ເພື່ອວ່າບັນດາທ່ານອາດຈະຢາກຮູ້ ວ່າແລ້ວເຮົາໄປອ່ານນຳກັນເລີຍ:

mole-MH370-SAR-4

ຕົກມາປີໃໝ່ 2014 ໄລຍະທີ່ແມ່ຍິງທົ່ວໂລກກຳລັງສະເຫຼີມສະຫຼອງວັນແມ່ຍິງສາກົນຢ່າງຄຶກຄື້ນນັ້ນ ກໍໄດ້ເກີດເຫດການອັນສະເທືອນຂວັນ, ເລິກລັບ, ມະຫັດສະຈັນ ທີ່ສຸດເມື່ອເຮືອບິນໂດຍສານ Boeing 777-200 ທ່ຽວບິນ MH370 ພ້ອມດ້ວຍຜູ້ໂດຍສານແລະຈຸບິນ 239 ຄົນ ທີ່ບິນຈາກກົວລາລຳເປີປະເທດມາເລເຊຍ ມຸ່ງໜ້າໄປຍັງປັກກິ່ງ ປະເທດຈີນ ພໍຂຶ້ນບິນໄດ້ບໍ່ທໍ່ໃດນາທີ ແລ້ວໄດ້ຫາຍໄປໃນທ້ອງຟ້າຢ່າງມະຫັດສະຈັນ ແລະຍັງຫາບໍ່ພົບຈົນຮອດມື້ນີ້.

 

NjpUs24nCQKx5e1DHNESIWMpRq4YdpJJ5H1YSuimAuZ

ວັນທີ 17/05/2014 ເຮືອບິນໂດຍສານAntonov AN 74-300 ຂອງກອງທັບປະຊາຊົນລາວ ທີ່ໂດຍສານພະນັກງານການນຳຂອງລາວແລະຈຸບິນລວມທັງໝົດ 17 ຄົນ ເດິນທາງໄປຍັງແຂວງຊຽງຂວາງ ເພື່ອຮ່ວມພິທີສະຫຼອງລະນຶກວັນໄຊຊະນະຜ່າວົງປິດລ້ອມສັດຕູຂອງກອງພັນທີ 2 ໄດ້ເກີດອຸບັດເຫດຕົກລົງໃນເຂດບ້ານນາດີ, ເມືອງແປກ, ແຂວງຊຽງຂວາງ ກ່ອນເຮືອບິນໂດຍສານລຳດັ່ງກ່າວຈະລົງເດິ່ນພຽງບໍ່ທໍ່ໃດກິໂລແມັດ. ເຫດການດັ່ງກ່າວໄດ້ສ້າງຄວາມເສົ້າສະຫຼົດໃຈແກ່ພັກ-ລັດ ແລະປະຊາຊົນລາວຫຼາຍທີ່ສຸດ ເຊິ່ງມີຜູ້ເສຍຊີວິດຄາທີ່ 14 ຄົນ, ບາດເຈັບສາຫັດ 3 ຄົນ ແລະຕໍ່ມາຜູ້ບາດເຈັບອີກຜູ້ໜຶ່ງໄດ້ເສຍຊີວິດ ລວມເປັນເສຍຊີວິດ 15 ຄົນ ແລະລອດຊີວິດ 2 ຄົນ.

 

1405854252736_wps_7_mh17_MAP

ວັນທີ 17 ກໍລະກົດ 2014 ເຮືອບິນໂດຍສານຂອງສາຍການບິນມາເລເຊຍ ທີ່ນຳພາຜູ້ໂດຍສານພ້ອມດ້ວຍຈຸບິນລວມ 298 ຄົນບິນຂຶ້ນຈາກນະຄອນຫຼວງອຳສະເຕີດຳ ຂອງປະເທດເນເທີແລນ ມຸ່ງໜ້າໄປຍັງນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະໃນຂະນະທີ່ບິນຜ່ານນ່ານຟ້າຂອງປະເທດຢູເຄຣນ ເຊິ່ງເປັນເຂດທີ່ມີສົງຄາມ ຈຶ່ງເຮັດໃຫ້ເຮືອບິນໂດຍສານລຳດັ່ງກ່າວນັ້ນ ຖືກຈະຫຼວດປ້ອງກັນອາກາດທີ່ບໍ່ຮູ້ວ່າເປັນຂອງຝ່າຍໃດ ຍິງຍົນລຳດັ່ງກ່າວໃຫ້ຕົກລົງໃນປະເທດຢູເຄຣນ ໃກ້ກັບຊາຍແດນລະຫວ່າງປະເທດ ຢູເຄຣນແລະລັດເຊຍ ສົ່ງຜົນໃຫ້ຜູ້ໂດຍສານແລະຈຸບິນທັງໝົດຈົບຊີວິດລົງຢ່າງໜ້າສະເທືອນໃຈແກ່ຄົນທົ່ວໂລກ.

 

EyWwB5WU57MYnKOuFZnJWqVqriNO7GnSUFG08qMDpCXBjvp2G4KRLk

ວັນທີ 23 ກໍລະກົດ 2014  ເຮືອບິນ ATR-72-500 ຂອງສາຍການບິນທຣານເອເຊຍ ທ່ຽວບິນ ລົງຈອດຟາດໃສ່ພື້ນໃກ້ກັບສະໜາມບິນໝ່າກົງ ເທິງເກາະເຜິງຫູ່ ຂອງໄຕ້ຫວັນ ເຮັດໃຫ້ເຮືອບິນມີໄຟລຸກໄໝ້ ມີຜູ້ເສຍຊີວິດ 51 ຄົນ ລອດຊີວິດ 7 ຄົນ. ທ່ຽວບິນດັ່ງກ່າວມີກຳນົດຂຶ້ນບິນຈາກສະໜາມບິນສ່ຽວກັງ ໃນເມືອງເກົາສົງ ທາງພາກຕາເວັນຕົກສຽງໃຕ້ຂອງເກາະໄຕ້ຫວັນ ເມື່ອເວລາ 16 ໂມງ 00 ນາທີ, ແຕ່ວ່າບໍ່ສາມາດຂຶ້ນບິນໄດ້ ເນື່ອງຈາກພາຍຸໄຕ້ຝຸ່ນມັດໂມ ເຮັດໃຫ້ກວ່າຈະບິນຂຶ້ນໄດ້ ກໍເລື່ອນໄປເປັນເວລາ 17 ໂມງ 43 ນາທີ.

588988-02

ຫຼ້າສຸດ ວັນທີ 28 ທັນວາ 2014 ຍົນໂດຍສານແອເອເຊຍ ທ່ຽວບິນ QZ8501 ບັນທຸກຜູ້ໂດຍສານແລະຈຸບິນລວມ 162 ຄົນ ບິນອອກເດິນທາງຈາກເມືອງສຸຣາບາຢາ ປະເທດອິນໂດເນເຊຍ ມຸ່ງໜ້າໄປຍັງປະເທດສິງກະໂປ ໄດ້ຫາຍໄປຈາກຈໍເຣດ້າ ເຈົ້າໜ້າທີ່ອາກາດຂອງອິນໂດຍເນເຊຍ, ສິງກະໂປ ແລະນານາຊາດໄດ້ຮ່ວມກັນຂຸ້ນຂ້ຽວຄົ້ນຫາ ຈົນມາເຖິງຕອນບ່າຍຂອງວັນທີ 30 ທີມຄົ້ນຫາໄດ້ພົບຮ່າງຜູ້ເສຍຊີວິດກະແຈກກະຈາຍ ຢູ່ທ້ອງທະເລ.


ອ່ານບົດທີ່ກ່ຽວຂ້ອງເພິ່ມ:

ຍົນກອງທັບອາກາດລາວຕົກທີ່ຊຽງຂວາງ ການນຳລາວເສຍຊີວິດ

ຄວາມຕ່າງລະຫວ່າງການຫາຍໄປຂອງ MH370 ກັບ QZ8501

ຜູ້ຊ່ຽວຊານເຊື່ອວ່າ ກັບຕັນ MH370 ເຮັດໃຫ້ຜູ້ໂດຍສານຂາດອົກຊີແຊນ ກ່ອນດິ່ງລົງກົ້ນທະເລ

ສາເຫດການຕົກຂອງ ຍົນໂດຍສານການບິນລາວ QV301

ເຮືອບິນທຣານເອເຊຍຂອງໄຕ້ຫວັນຕົກ

ເຮືອບິນໂດຍສານຂອງມາເລເຊຍ MH17 ຕົກທີ່ອູແກຣນ

ຣັດເຊຍຕອກອາເມລິກາ ພາບຖ່າຍດາວທຽມຊີ້ MH17 ຖືກກອງທັບອູແກຣນສອຍ

ປະຫວັດອຸບັດເຫດຂອງເຮືອບິນ ATR

ພຽງ 4 ປີ ຍົນໃນອາຊ່ຽນຕົກນັບ 10 ລຳ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...