Homeຂ່າວຕ່າງປະເທດຫວຽດນາມ ສະເໜີຄວາມຊ່ວຍເຫລືອ ຄົ້ນຫາ ແລະ ກູ້ໄພ QZ8501 ສູນຫາຍ

ຫວຽດນາມ ສະເໜີຄວາມຊ່ວຍເຫລືອ ຄົ້ນຫາ ແລະ ກູ້ໄພ QZ8501 ສູນຫາຍ

Published on

20141227_airasia

 

ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ທ່ານ ຟາມ ບິງ ມິງ ໄດ້ໂທລະ

ສັບ ກັບຄູ່ຮ່ວມຕຳແໜ່ງຂອງອິນໂດເນເຊຍ ຢືນຢັນຈຸດປະສົງທີ່ຈະເຂົ້າຮ່ວມຄົ້ນຫາ ແລະ ກູ້ໄພ QZ8501 ສູນຫາຍ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ທັນວານີ້ວ່າ ທ່ານ ຟາມ ບິງ ມິງ ໄດ້ໂທລະສັບເຖິງທ່ານ ນາງ ໂຣດໂນ ເລສະ

ຕາຣີ ມາສຸດີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິນໂດເນເຊຍ ໃນວັນທີ 28 ທັນວາຜ່ານມາ ໂດຍກ່າວຢ້ຳວ່າ

ລັດຖະບານ ແລະ ປະຊາຊົນຊາວຫວຽດນາມ ມີຄວາມຫ່ວງໄຍຢ່າງເລິກເຊິ່ງ ຕໍ່ຄອບຄົວຂອງຜູ້ໂດຍສານໄປກັບຖ້ຽວບິນດັ່ງ

ກ່າວ ທີ່ຂາດການຕິດຕໍ່ກັບຫໍບັງຄັບການບິນ ໃນຕອນເຊົ້າຂອງວັນທີ 28 ທັນວາຜ່ານມານີ້ ໂດຍທາງດ້ານອິນໂດເນເຊຍ

ເອງກໍໄດ້ແຈ້ງຕໍ່ຫວຽດນາມ ເຖິງສະຖານະການລ່າສຸດ ພ້ອມທັງສະແດງຄວາມຂອບໃຈ ຕໍ່ຂໍ້ສະເໜີໃຫ້ຄວາມຊ່ວຍເຫລືອ

ດັ່ງກ່າວ, ທາງການຂອງອິນໂດເນເຊຍ ຈະໃຫ້ການພິຈາລະນາ ຖ້າຫາກມີຄວາມຈຳເປັນ.

 

ທັງນີ້ ສິງກະໂປໄດ້ສົ່ງເຮືອບິນ ແລະ ເຮືອເດີນທະເລເຂົ້າຮ່ວມໃນການຄົ້ນຫາແລ້ວ ໃນຂະນະທີ່ສະຫະລັດ, ອົດສະຕາລີ ແລະ

ອິນເດຍ ກໍໄດ້ປະກາດຄວາມປະສົງທີ່ຈະເຂົ້າຮ່ວມຄົ້ນຫາ ແລະ ກູ້ໄພ ຕໍ່ເຫດການດັ່ງກ່າວເຊັ່ນດຽວກັນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...