Homeຂ່າວການພັດທະນາສະໜາມບິນສາກົນວັດໄຕ ຈະເລີ່ມໃຫ້ບໍລິການ Air Cargo

ສະໜາມບິນສາກົນວັດໄຕ ຈະເລີ່ມໃຫ້ບໍລິການ Air Cargo

Published on

20141226090940

 

ພິທີ​ເຊັນ​ສັນຍາ​ການ​ມອບເໝົາ ໃຫ້​ບໍລິການ​ດ້ານ Air Cargo ຫຼື ການ​ຂົນສົ່ງ​ສິນຄ້າ​ສາກົນ ຈັດ​ຂຶ້ນ​ວັນ​ທີ 25 ທັນວາ

2014ທີ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ລົງ​ນາມ​ລະຫວ່າງ​ທ່ານ​ນາງ ຄັດ​ທະ​ຈັນ ຈັນທະ​ບູ​ລີ ປະທານ​ບໍລິ​ສັດ ຮຸ່ງເຮືອງ​ລາວ

ໂລ​ເຈັສ​ຕິກ ຈຳກັດ ແລະ ທ່ານ ກາຍ​ແກ້ວ ວໍລະ​ລາດ ຜູ້ອຳນວຍການ​ບໍລິສັດ ລາວ-ຍີ່ປຸ່ນ ບໍລິການ​ອາຄານ​ສະໜາມ

​ບິນ ຈຳກັດ ມີ​ທ່ານ ຢາ​ກົວ ລໍ​ປາງ​ກາວ ຫົວໜ້າ​ກົມ​ການບິນພົນ​ລະ​ເຮືອນ ພ້ອມ​ດ້ວຍ​ແຂກຖືກ​ເຊີນ​ເຂົ້າ​ຮ່ວມ​ເປັນ

​ພິຍານ.

 

ທ່ານ​ນາງ ຄັດ​ທະ​ຈັນ ຈັນທະ​ບູ​ລີ ກ່າວ​ວ່າ: ພາຍຫຼັງ​ທີ່​ເຊັນສັນຍາ​ກັນ​ແລ້ວ ບໍລິສັດ​ພວກ​ເຮົາຈະ​ເລັ່ງ​ພັດທະນາ ແລະ

ປັບປຸງສາງ​ດັ່ງກ່າວ ທັງ​ທາງ​ດ້ານ​ອຸປະກອນ​ເຄື່ອງມື​ຕ່າງໆ ເຝິກອົບຮົມພະນັກງານ ລະບົບ​ຊອບ​ແວ​ສາງ ໃຫ້​ໄດ້​ມາດ

ຕະຖານ​ທຽບ​ເທົ່າ​ສາກົນ ນອກຈາກ​ນີ້​ຍັງ​ໄດ້​ຮ່ວມ​ມື​ກັບ ບໍລິສັດ Profreight International (ປະເທດ​ໄທ) ເພື່ອ​ເປັນ

​ທີ່​ປຶກສາ ໃນ​ການ​ບໍລິຫານ​ຈັດການ​ສາງຂົນສົ່ງ​ສິນຄ້າ ເຊິ່ງ​ຈະ​ໃຊ້​ເວລາປະມານ 3 ເດືອນ ຈຶ່ງ​ຈະ​ສາມາດ​ເປີດ​ໃຫ້​ບໍລິ

ການ ເພື່ອ​ຮອງຮັບ​ການ​ຂົນສົ່ງ​ສິນຄ້າ​ທາງ​ອາກາດ​ທີ່​ນັບ​ມື້​ຫຼາຍ​ຂຶ້ນ ທັງ​ນີ້​ກໍ່ເພື່ອ​ກຽມພ້ອມ​ຮອງ​ຮັບ​ການ​ເຂົ້າເປັນ

​ສະມາຊິກ ​ປະຊາ​ຄົມ​ເສດ​ຖະກິດ​ອາ​ຊຽນ ຫຼື (AEC) ໃນ​ທ້າຍປີ 2015.

 

ທ່ານ ກາຍ​ແກ້ວ ວໍລະ​ລາດ ກ່າວ​ວ່າ: ການ​ມອບ​ໝາຍ​ໃຫ້​ບໍລິ​ສັດ ຮຸ່ງເຮືອງ​ລາວ ໂລ​ເຈັສ​ຕິກ ເປັນ​ຜູ້​ໃຫ້​ບໍລິການ​ວຽກ

​ງານ​ດັ່ງກ່າວ ຢູ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ຈະ​ເຮັດ​ໃຫ້​ວຽກ​ງານ​ການ​ຂົນສົ່ງທາງ​ອາກາດ ໄດ້​ຮັບ​ການ​ຍົກ​ລະດັບ​ຂຶ້ນ​

ຕື່ມ​ອີກ​ບາດກ້າວ​ໜຶ່ງ ເນື່ອງ​ຈາ​ກວ່າ​ລະບົບ​ສາງ​ມີຄວາມ​ພ້ອມ​ຢ່າງ​ຄົບ​ຊຸດ ອີກ​ທັງບໍລິສັດ​ດັ່ງກ່າວ ​ໄດ້​ມີ​ບົດຮຽນ

ແລະ ປະສົບ​ການ​ໃນ​ການ​ໃຫ້​ບໍ​ລິການ​ວຽກ​ງານ​ດັ່ງກ່າວ​ນີ້​ມາ​ກ່ອນແລ້ວ ຍິ່ງ​ໄປ​ກວ່າ​ນັ້ນ ປັດຈຸບັນ​ກໍ່ຍັງ​ໄດ້​ໃຫ້​ບໍລິ

ການ​ແກ່​ສາຍ​ການບິນ ເຊັ່ນ: Air Asia ແລະ Bangkok Airways ເປັນ​ປະຈຳຢູ່​ແລ້ວ ແລະ ກຳລັງ​ເຈລະຈາ​ຕື່ມກັບ

​ບາງ Airline ຢູ່.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...