spot_img
Homeຂ່າວຕ່າງປະເທດອິນໂດເນເຊຍເລີ່ມພາລະກິດຄົ້ນຫາເຄຶ່ອງບິນທີ່ສູນຫາຍ

ອິນໂດເນເຊຍເລີ່ມພາລະກິດຄົ້ນຫາເຄຶ່ອງບິນທີ່ສູນຫາຍ

Published on

EyWwB5WU57MYnKOuFNDpc6e5bUm9FPZFZCfmY9kJ5UBrBDenIiBbGa

ທາງການອິນໂດເນເຊຍ ເລີ່ມພາລະກິດການຄົ້ນຫາ ເຄື່ອງບິນໂດຍສານຂອງ ແອຣ໌ເອເຊຍ ພ້ອມ 162 ຊີວິດທີ່ສູນຫາຍ ຕັ້ັງແຕ່ວັນອາທິດ ທີ 28 ທັນວາ ຂະນະບີນຢູ່ເໜືອທະເລເປີດເພື່ອມຸ້ງໜ້າສູ່ສິງກະໂປ ເປັນວັນທີ 2 ໂດຍໄດ້ຮັບຄວາມຊ່ວຍເຫຼືອຈາກເພື່ອນບ້ານທັງມະເລເຊຍ ແລະ ສີງກະໂປ

ສໍານັກຂ່າວຕ່າງປະເທດລາຍງານຂ່າວຈາກກຸງຈັກກະຕາ ປະເທດອິນໂດເນເຊຍ ເມື່ອວັນທີ 29 ທັນວາ ວ່າ ສໍານັກງານຄົນຫາ ແລະ ຊ່ວຍເຫຼືອຜູ້ປະສົບໄພແຫ່ງຊາດຂອງອິນໂດເນເຊຍ (ບາຊາຣ໌ນາສ) ອອກມາຖະແຫຼງການເລື່ອງການກັບມາເລີ່ມພາລະກິດການຄົ້ນຫາເຄື່ອງບີນໂດຍສານ ຂອງສາຍການບີນ ແອຣ໌ເອເຊຍ ອິນໂດເນເຊຍ ທ່ຽວບິນຄິວແຊັດ 8501 ອີກຄັ້ງ ຕັ່ງແຕ່ເວລາ 6:00 ນ. ຕາມເວລາທ້ອງຖິນ ໂດຍໃຊ້ເຮືອກວດການ 12 ລໍາ ເຄື່ອງບີນ 5 ລໍາ ເຮລີຄົບເຕີ 3 ລໍາ  ແລະ ເຮືອລົບອີກຈໍານວນໜຶ່ງ ຊຶ່ຶງໄດ້ຮັບການສະໜັບສະໜູນຈາກກອງທັບເຮືອຂອງອິນໂດເນເຊຍ

ຂະນະດຽວກັນລັດຖະບານຂອງສິງກະໂປ ແລະ ມາເລເຊຍ ສະແດງຄວາມຊ່ວຍເຫຼືອ ດ້ວຍການສົ່ງເຄື່ອງບີນ ແລະ ເຮືອເຂົ້າຮ່ວມພາລະກິດຄົ້ນຫາຮ່ວມນໍາອີກ. ສໍາລັບທັດສະນະວິໄສເບື້ອງຕົ້ນຢູ່ໃນເກນດີ ສ້າງຄວາມຫວັງໃຫ້ກັບທຸກຝ່າຍວ່າຈະພົບຮ່ອງຮອຍເຄື່ອງບີນທີ່ຫາຍໄປໃນອະນາຄົດອັນໃກ້ໆນີ້

ດ້ານ ນາຍໂທນີ ເຟີຣ໌ມັນເດຊ ປະທານຄະນະເຈົ້າໜ້າທີ່ບໍລິຫານ (ຊີວີໂອ) ຂອງແອຣ໌ເອເຊຍ ຊຶ່ງເດີນທາງໄປຍັງເມືອງສູລາບາຍາ ຕົ້ນທາງຂອງທ່ຽວບີນທີ່ຫາຍສາບສູນ ເມື່ອວັນອາທິດ ຖະແຫຼງສະແດງເຖີງຄວາມຕົກຕະລືງຍ່າງຍິ່ງກັບເຫດການທີ່ເກີດຂຶ້ນແຕ່ຍືນຍັນພາລະກິດທີ່ສໍາຄັນທີ່ສຸດໃນເວລານີ້ຄືການເລັ່ງຄົ້ນຫາເຄືີ່ອງບີນໃຫ້ພົບ ແລະ ມອບຄວາມຊ່ວຍເຫຼືອຢ່າງເຕັມທີ່ໃຫ້ກັບຄອບຄົວຂອງຜູ້ທີ່ຢູ່ໃນເຄື່ອງບິນ

ທ່ຽວບິນ ຄິວແຊັດ 8501 ໃຊ້ເຄື່ອງບີນແອຣ໌ບັສເອ 320-200 ມີກໍາໜົດນໍາຜູ້ໂດຍສານ 155 ຄົນ ສ່ວນໃຫຍ່ ເປັນຊາວອິນໂດເນເຊຍ ແລະ ລູກເຮືອອີກ 6 ຄົນອອກເດີນທາງຈາກສະໜາມບິນສຸລາບາຍາ ເມືອງໃຫຍ່ອັນດັບ 2 ຂອງອິນໂດເນເຊຍ ຕັ້ງຢູ່ເທີງເກາະຊາວາ ມູ່ງໜ້າສູ່ສິງກະໂປ ເມື່ອຕອນເຊົ້າຂອງວັນອາທິດຕາມເວລາທ້ອງຖິ່ນ ຢ່າງໃດກໍ່ຕາມເຄື່ອງບີນຂາດການຕິດຕໍ່ປະມານ 42 ນາທີຫຼັງຈາກອອກເດີນທາງ ຂະນະບີນຢູ່ເໜືອທະເລຊາວາລະຫວ່າງເກາະກາລິຕຸງກັບເກາະກາລິມັນຕັນ ໂດຍນັກບິນຕິດຕໍ່ມາຍັງຫໍບັງຄັບການບິນເພື່ອຂໍປ່ຽນເສັ້ນທາງດ້ວຍການເພີ່ມເພດານບີນໃຫ້ສູງຂຶ້ນເພື່ອລົບກຸ່ມເມກຝົນ ກ່ອນຂາດການຕິດຕໍ່ໄປ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...