Homeຂ່າວຕ່າງປະເທດໂຮງໝໍໃນອາເມຣິກາ ໃຊ້ຜ້າອ້ອມຖົງຕີນຊານຕ້າ ຫໍ່ເດັກເກີດໃໝ່ ເປັນຂອງຂວັນຄຣິສຕ໌ມາສ

ໂຮງໝໍໃນອາເມຣິກາ ໃຊ້ຜ້າອ້ອມຖົງຕີນຊານຕ້າ ຫໍ່ເດັກເກີດໃໝ່ ເປັນຂອງຂວັນຄຣິສຕ໌ມາສ

Published on

HT_magee_womens_hospital_newborns_2_blur_jt_141224_16x9_992

 

ໂຮງໝໍໃນລັດເພັນຊິນວາເນຍ ສະຫະລັດອາເມຣິກາ ເກາະກະແສຄຣິສຕ໌ມາສ ຫໍ່ຕົວເດັກເກີດໃໝ່ດ້ວຍຖົງຕີນຂອງ

ຊານຕ້າ ເປັນຂອງຂັວນໃຫ້ແກ່ແມ່ອຸ້ມລູກກັບໄປສະຫລອງກັບຄອບຄົວ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ທັນວາຜ່ານມານີ້ວ່າ ໂຮງໝໍແມ່ ແລະ ເດັກ ແມກີ ແຫ່ງມະຫາວິທະຍາ

ໄລແພດສາດພິດສະເບີກ ລັດເພັນຊິນວາເນຍ ສະຫະລັດອາເມຣິກາ ໄດ້ເອົາຜ້າເຊິ່ງມີລັກສະນະເປັນຖົງຕີນຂອງຊານ

ຕ້າຄຣອສ໌ ມາຫໍ່ເດັກນ້ອຍເກີດໃໝ່ ສຳລັບແມ່ທີ່ມາເກີດລູກໃນຊ່ວງເທດສະການສະຫລອງຄຣິສຕ໌ມາສ ເພື່ອໃຫ້ແມ່

ໄດ້ອຸ້ມລູກດ້ວຍຜ້າອ້ອມສີແດງດັ່ງກ່າວ ກັບຄືນໄປສະຫລອງກັບຄອບຄົວ.
ທັງນີ້ ນອກຈາກຈະມີການຫໍ່ຕົວໃຫ້ເດັກນ້ອຍແລ້ວ ທາງໂຮງໝໍຍັງມີການແຈກໝວກຊານຕ້າຄຣອສ໌ໃຫ້ແກ່ທຸກໆ

ຄົນອີກດ້ວຍ.

 

HT_magee_womens_hospital_newborns_blur_jt_141224_4x3_992

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...