Homeຂ່າວຕ່າງປະເທດນັກສຶກສາສາວຈີນ ແຕ່ງຊຸດບູຮານ ຖືປ້າຍປຸກລະດົມ ຕ້ານສະຫລອງ ຄຣິສຕ໌ມາສ!

ນັກສຶກສາສາວຈີນ ແຕ່ງຊຸດບູຮານ ຖືປ້າຍປຸກລະດົມ ຕ້ານສະຫລອງ ຄຣິສຕ໌ມາສ!

Published on

557000015345701

 

ສຳນັກຂ່າວຕ່າງປະເທດ ໄດ້ເຜີຍແຜ່ພາບສາວນັກສຶກສາຈີນກຸ່ມໜຶ່ງ ສວມຊຸດຈີນບູຮານ ແລະ ຖືປ້າຍປຸກລະດົມບໍ່ເອົາ

ການສະຫລອງຄຣິສຕ໌ມາສ ເທິງຖະໜົນແຫ່ງໜຶ່ງໃນເມືອງສັງຊາ ແຂວງຫູໜານ ເມື່ອວັນທີ 24 ທັນວາຜ່ານມາ.

 

ລາຍງານຂ່າວໄດ້ກ່າວວ່າ ນັກສຶກສາສາວກຸ່ມນີ້ ໄດ້ຖືປ້າຍຂໍ້ຄວາມເຊິ່ງຂຽນເຊີນຊວນ ໃຫ້ປະຕິເສດສິນຄ້າ ແລະ ງານສະ

ຫລອງຄຣິສຕ໌ມາສ ແລະ ບາງປ້າຍກໍຂຽນວ່າ ປະເພນີຈີນບໍ່ສະເຫລີມສະຫລອງເທດສະການຂອງຊາວຕ່າງປະເທດ.

 

ທັງນີ້ ປະກົດເຫັນການປຸກລະດົມໃນລັກສະນະນີ້ ໄດ້ຮັບຄວາມສົນໃຈຈາກຜູ້ຄົນທີ່ຜ່ານກາຍໄປມາ ເພາະເປັນການກະທຳ

ໃນເຂດພື້ນທີ່ ເຊິ່ງກຳລັງຈັດກິດຈະກຳຄຣິສຕ໌ມາສກັນຢູ່ຢ່າງມ່ວນຊື່ນ, ພ້ອມນັ້ນຍັງໄດ້ປະເຊີນໜ້າກັບຊານຕາຄຣອສ໌

ຈີນໃນບໍວິເວນດັ່ງກ່າວອີກດ້ວຍ.  ແນວໃດກໍຕາມ, ເຫດການກໍຜ່ານໄປດ້ວຍດີ ເຊິ່ງຫລາຍຄົນກໍເຂົ້າໃຈວ່າ ນັກສຶກສາກຸ່ມ

ດັ່ງກ່າວນີ້ ຕ້ອງການຢາກໃຫ້ສັງຄົມເບິ່ງເຫັນຄວາມສຳຄັນຂອງເທດສະການປະເພນີຈີນ ແລະ ສະເຫລີມສະຫລອງເທດ

ສະການຂອງຕ່າງຊາດຢ່າງສົມເຫດສົມຜົນ.

557000015345702

557000015345703

557000015345704

557000015345705

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...