Homeຂ່າວຕ່າງປະເທດລົດຂົນເງິນຮົ່ງກົ່ງ ປະສົບອຸບັດເຫດ ຄົນແຫ່ເກັບເງິນເຮ່ຍ ເຕັມຖະໜົນ!

ລົດຂົນເງິນຮົ່ງກົ່ງ ປະສົບອຸບັດເຫດ ຄົນແຫ່ເກັບເງິນເຮ່ຍ ເຕັມຖະໜົນ!

Published on

EyWwB5WU57MYnKOuFNDoomFpruSZcnTFbd4lpAbkQ6oEzZyKww7som

ຊາວຮົ່ງກົງແຕກຕື່ນ ສວາຍໂອກາດເກັບເງິນກາງຖະໜົນ ຫລັງລົດຂົນເງິນປະສົບອຸບັດເຫດ ເງິນຕົກເຮ່ຍເດຍລະດາດ

35 ລ້ານໂດລາຮົ່ງກົ່ງ ຕຳຫລວດເຕືອນຮີບສົ່ງຄືນ ກ່ອນຈະຖືກຂໍ້ຫາຮ້າຍແຮງ.

 

ເມື່ອວັນທີ 25 ທັນວາຜ່ານມານີ້ ເກີດອຸບັດເຫດທີ່ສ້າງຄວາມວຸ້ນວາຍກາງຖະໜົນ ຢູ່ເກາະຮົງກົງ ສປ ຈີນ ເມື່ອມີລົດຂົນ

ເງິນຄັນໜຶ່ງ ປະສົບອຸບັດເຫດຢູ່ເຂດ ຫວັ່ນ ຈ໋າຍ ໃນຂະນະທີ່ກຳລັງຂົນເງິນຈຳນວນ 525 ລ້ານໂດລາຮົ່ງກົ່ງ ເປັນເຫດເຮັດ

ໃຫ້ມີເງິນຕົກເຮ່ຍກາງຖະໜົນເຖິງ 35 ລ້ານໂດລາຮົ່ງກົ່ງ ກະຈາຍຢູ່ນອກລົດ ສົ່ງຜົນເຮັດໃຫ້ຜູ້ທີ່ເຫັນເຫດການ ຕ່າງກໍ

ຮີບເຂົ້າມາເກັບເອົາເງິນທີ່ຕົກເຮ່ຍຢູ່ກາງຖະໜົນຢ່າງວຸ້ນວາຍ ກ່ອນທີ່ຕະຫລວດຈະເດີນທາງມາເຖິງ.

 

ພະຍານທີ່ພົບເຫັນເຫດການໄດ້ເລົ່າວ່າ ມີຜູ້ຄົນຫລາຍສິບຄົນ ລົງຈາກລົດຂອງຕົນ ແລ້ວມາເກັບເອົາເງິນທີ່ເຮ່ຍຕາມ

ຫົນທາງ ໂດຍຊ່ວງເວລາທີ່ລົດຂົນເງິນປະສົບອຸບັດເຫດນັ້ນ ເປັນຊ່ວງເວລາພັກທ່ຽງ ຈິ່ງເຮັດໃຫ້ເກີດມີການຈະລາຈອນ

ຕິດຂັດ.

 

 

ບົດຄວາມຫຼ້າສຸດ

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...