Homeຂ່າວທ້ອງຖິ່ນນະຄອນຫລວງວຽງຈັນ ມີຂີ້​ເຫຍື້ອ​ລົ້ນ​ມືນັບ​ຮ້ອຍ​ໂຕນ!

ນະຄອນຫລວງວຽງຈັນ ມີຂີ້​ເຫຍື້ອ​ລົ້ນ​ມືນັບ​ຮ້ອຍ​ໂຕນ!

Published on

28c323877eec5a689a5743a8bd95563d

 

ຂີ້​ເຫຍື້ອ​ແມ່ນ​ບັນ­ຫາ​ໜຶ່ງ​ທີ່​ພວມສົ່ງ​ຜົນ​ກະ­ທົບ​ທັງ​ທາງ​ກົງ ແລະ ທາງອ້ອມ​ຕໍ່​ສິ່ງ­ແວ­ດລ້ອມ​ຂອງ​ຕົວ​ເມືອງ ໂດຍ​ສະ­

ເພາະ​ໃນ​ເມືອງ​ໃຫຍ່​ນະ­ຄອນຫຼວງ​ວຽງ​ຈັນ ທີ່​ເປັນ​ສູນ​ກາງ​ທາງ​ດ້ານເສດ­ຖະ­ກິດ​ມີ​ປະ­ຊາ­ຊົນ​ເຂົ້າ​ມາ​ອາ​ໃສ​ຢູ່ຫຼາຍ​ ຂຶ້ນ

​ແຕ່​ລະ​ປີ​ປະ­ລິ­ມານ​ຂີ້​ເຫຍື້ອ​ເປັນເງົາ​ເພີ່ມ​ຂຶ້ນ​ຕາມ​ຕົວ ເຮັດ​ໃຫ້​ພະ­ນັກ­ງານກ່ຽວ­ຂ້ອງ​ບໍ່​ສາ­ມາດ​ເກັບ​ມ້ຽນ​ອອກ​ຈາກ

ຕົວ​ເມືອງ​ໄດ້​ ໝົດ​ໃນ​ແຕ່​ລະ​ມື້​ສະ­ເລ່ຍ ປະ­ມານ 1 ຮ້ອຍ​ໂຕນ ທີ່​ປະ­ຊາ­ຊົນ​ຕ້ອງມ້ຽນ​ເອງ ທັງ​ນີ້ ອັນ​ເນື່ອງ​ມາ​ຈາກ​ສະ

ພາບ​ຍານ­ພາ­ຫະ­ນະ​ຮັບ​ໃຊ້​ເປ່​ເພ, ກຳ​ມະກອນ​ຍົກ-ຂົນ​ຂີ້​ເຫຍື້ອ​ຂື້ນ​ລົດ​ຂ້ອນ​ຂ້າງຫາ​ຍາກ, ຄວາມ​ຕື່ນ​ຕົວ​ຂອງ​ບຸກ­

ຄົນ​ຈຳ­ນວນ​ໜຶ່ງ​ຍັງ​ຖື​ເບົາ​ສະ­ແດງ​ອອກ​ພັນ­ທະ​ບໍ່​ ຢາກ​ເສຍ ແລະ ອື່ນໆ.

 

ທ່ານ ພູ​ດອນ ເມກ​ສະ­ຫວັນ ຮອງ​ປະ ທານ​ອົງ­ການ​ພັດ­ທະ­ນາ ແລະ ບໍ­ລິ­ຫານ ຕົວ​ເມືອງ​ວຽງ​ຈັນ (ອພບ) ໄດ້​ຊີ້​ແຈງ​ໃຫ້

​ຮູ້​ຫວ່າງ​ບໍ່​ດົນ​ມາ​ນີ້​ຮູ້​ວ່າ: ປະ­ຈຸ​ບັນ​ນີ້ ປະ­ລິ­ມານ​ຂີ້​ເຫຍື້ອ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ແມ່ນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຊຶ່ງ​ກ່ຽວ​ພັນ

ກັບ​ບັນ­ຫາ​ການ​ເພີ່ມ​ຂຶ້ນຂອງ​ປະ­ຊາ­ກອນ, ຕິດ​ພັນ​ກັບ​ການ​ຫຼັ່ງ ໄຫຼ​ຂອງ​ປະ­ຊາ­ຊົນ​ຢູ່​ເຂດ​ຊົນ­ນະ­ບົດ ຫຼື ບັນ­ດາ​ແຂວງ​

ຕ່າງໆ​ເຂົ້າ​ມາ​ອາ​ໃສ​ຢູ່ຕາມ​ຕົວ​ເມືອງ​ຂອງ​ນະ­ຄອນ­ຫຼວງ​ວຽງຈັນ ​ຫຼາຍ​ຂຶ້ນ​ນຳ​ອີກ​ດ້ານ​ໜຶ່ງ​ຍ້ອນ​ການຂະ­ຫຍາຍ­ຕົວ

​ທາງ​ດ້ານ​ເສດ­ຖະ­ກິດ- ສັງ­ຄົມ​ຂອງ​ຕົວ​ເມືອງ​ທີ່​ວ່ອງ­ໄວ ຢ່າງໃດ​ກໍ​ຕາມ ນະ­ຄອນ­ຫຼວງ​ວຽງ​ຈັນ​ກໍ​ຄືພາກ­ສ່ວນ​ທີ່​ກ່ຽວ

­ຂ້ອງ​ກໍ​ໄດ້​ພະ­ຍາ­ຍາມຢ່າງ​ ຕັ້ງ­ໜ້າ​ທີ່​ຈະ​ແກ້​ໄຂ​ໃຫ້​ມີ​ການ​ຫັນ ປ່ຽນ ແລະ ມີ​ການ​ຄຸ້ມ​ຄອງ​ທີ່​ດີ.

 

ສຳ­ລັບ​ໃນ​ໄລ­ຍະ​ຜ່ານ​ມາ​ນັ້ນ​ທາງ ອພບ ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ໜ້າ­ທີ່​ຂອງຕົນ​ຕາມ​ພາ­ລະ​ບົດ­ບາດ-ໜ້າ­ທີ່ ທີ່​ຂັ້ນ​ເທິງ

ມອບ​ໝາຍ​ໃຫ້​ຢ່າງ​ມີ​ຜົນ­ສຳ­ເລັດ​ຫຼາຍດ້ານ, ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ໄດ້ມີ​ການ​ແບ່ງ​ງານ​ແບ່ງ​ຄວາມ​ຮັບ​ຜິດ

ຊອບ​ໃຫ້​ແຕ່​ລະ​ພາກ­ສ່ວນ​ເພື່ອ​ຈັດ​ຕັ້ງ​ປະຕິ​ບັດ​ຢ່າງ​ເປັນ​ເອ­ກະ​ພາບ ໂດຍ​ສະ­ເພາະປະ­ຈຸ​ບັນ​ນີ້​ມີ​ຜູ້​ປະ­ກອບ​ການ​ເກັບ​

ມ້ຽນ-ຂົນ­ສົ່ງ​ຂີ້​ເຫຍື້ອ ​ນັບ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ​ຈຳ­ນວນ 7 ພາກ­ສ່ວນ​ດ້ວຍ​ກັນ ໃນ​ນີ້ ລັດ​ມີ 1 ພາກ­ສ່ວນ​ຄື

ກອງ​ບໍ­ລິ­ການຂົນ­ສົ່ງ​ຂີ້​ເຫຍື້ອ​ທີ່​ຂື້ນ​ກັບ​ການ​ຊີ້​ນຳ ໂດຍກົງ​ຂອງ ອພບ, ທີ່​ຍັງ​ເຫຼືອ​ແມ່ນ​ພາກເອ­ກະ​ຊົນ​ທີ່​ເຄື່ອນ​ໄຫວ

​ບໍ­ລິ­ການ​ຕາມຂອບ​ເຂດ​ພື້ນ ​ທີ່​ທີ່ ອພບ ໄດ້​ຈັດ​ສັນ​ໃຫ້ ແລະ ອພບ ເປັນ​ຜູ້​ຄຸ້ມ​ຄອງ.

 

ໂດຍ​ປະ­ລິ­ມານ​ຂີ້​ເຫຍື້ອ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ມີ​ປະ­ມານ 300-350 ໂຕນ​ຕໍ່​ມື້, ໃນ​ນີ້ ສາ­ມາດ​ເກັບ​ມ້ຽນ-ຂົນໄປ​ບຳ

­ບັດ​ຢູ່​ສະ­ໜາມ​ຫຼັກ 32 ໄດ້​ປະ­ມານ 220-250 ໂຕນ​ຕໍ່​ມື້​ເທົ່າ​ນັ້ນ ຊຶ່ງ​ໝາຍຄວາມ​ວ່າ​ຍັງ​ມີ​ຂີ້​ເຫຍື້ອ​ຄົງ​ຄ້າງ​ຢູ່​ໃນ ນວ

ປະ­ມານ 80-100 ໂຕນ​ຕໍ່​ມື້ ທີ່​ປະ­ຊາ­ຊົນຫາ​ວິ­ທີ​ກຳ­ຈັດ​ກັນ​ເອງ (ອາດ​ຈະ​ດ້ວຍວິ­ທີ​ຂົນ​ໄປ​ຖິ້ມ​ເອງ, ຈູດ​ເຜົາ, ຝັງ​) ຊຶ່ງ

ສາ­ເຫດ​ທັງ​ໝົດ​ນັ້ນ​ແມ່ນ​ຂົນ­ສົ່ງ​ບາງ​ຄັ້ງຍັງ​ບໍ່​ທ່ວງ​ທັນ​ກັບ​ເວ­ລາ ​ກຳ­ນົດ​ໝາຍ​ລົດຂົນ­ສົ່ງ​ເປ່​ເພ ເພາະ​ນຳ​ໃຊ້​ມາ

​ຫຼາຍ​ປີ​ປະສິດ­ທິ​ພາບ​ບໍ່​ສູງ​ເທົ່າ​ທີ່​ຄວນ, ກຳ­ມະ­ກອນທີ່​ເຮັດ​ວຽກ​ຍົກ-ຂົນ​ຂີ້​ເຫຍື້ອ​ຂຶ້ນ​ລົດຂ້ອນ​ຂ້າງ​ຫາ​ຍາກ ແລະ

ຈຳ­ກັດ ເພາະສັງ­ຄົມ​ລາວ​ຍັງ​ຖື​ວ່າ​ເປັນ​ວຽກ​ທີ່​ຕ່ຳ-ເປື້ອນ​ເປິ ຫຼື ສັງ­ຄົມ​ລັງ​ກຽດ, ຄວາມ​ຕື່ນຕົວ​ຂອງ​ບຸກ­ຄົນ​ຈຳ­ນວນ

​ໜຶ່ງ​ຍັງ​ຖື​ເບົາສະ­ແດງ​ອອກ​ພັນ­ທະ​ບໍ່​ ຢາກ​ຈ່າຍ, ປະ­ຊາ­ຊົນ​ຈຳ­ນວນ​ໜຶ່ງ​ຍັງ​ມີ​ລາຍ​ຮັບ​ສະ­ເລ່ຍ​ຕ່ຳແລ້ວ​ກໍ​ບໍ່​ຢາກ​ໃຊ້

​ ບໍ­ລິ­ການ​ເກີດ​ມີ​ປາ­ກົດການ​ຖິ້ມ​ຂີ້​ເຫຍື້ອ​ຊະ­ຊາຍ​ຕາມ​ຈຸດ​ຕ່າງໆ​ໂດຍ​ເຈດ ​ຕະ​ນາ ຫຼື ບໍ່​ເຈດ​ຕະ​ນາ.

 

ແນວ­ໃດ​ກໍ​ດີ ໃນ​ທິດ​ທາງ​ຕໍ່­ໜ້າ​ແຜນການ​ຂະ­ຫຍາຍ​ການ​ບໍ­ລິ­ການ-ຂົນ­ສົ່ງເກັບ​ມ້ຽນ​ຂີ້​ ເຫຍື້ອ​ທີ່​ເປັນ​ລະ­ບົບ, ຮ່ວມ​

ມືກັບ​ອົງ­ການ​ໄຈ​ກາ​ປະ­ເທດ​ຍີ່­ປຸ່ນ​ໃນ​ການປັບ­ປຸງ​ຫັນ­ປ່ຽນ​ພາ­ຫະ­ນະ ​ທີ່​ນຳ​ໃຊ້​ມາດົນ​ນານ​ແລ້ວ​ນັ້ນໃຫ້​ຫັນ​ໄປ​ສູ່​ມາດ

​ຕະຖານ​ເພື່ອ​ຮັບ­ປະ­ກັນ ​ໃນ​ການ​ບໍ­ລິ­ການ​ທີ່ວ່ອງ­ໄວ ແລະ ມີ​ພາ­ຫະ­ນະ​ທີ່​ພຽງ­ພໍ​ຕໍ່​ການບໍ­ລິ­ການ​ຂົນ­ສົ່ງ ແລະ ປີ 2015

ນີ້ ລັດ​ຖະບານ​ຍີ່­ປຸ່ນ​ຈະ​ຊ່ວຍ­ເຫຼືອ​ລ້າ​ລົດ​ຂົນ­ສົ່ງເກັບ​ມ້ຽນ​ຂີ້​ເຫຍື້ອ​ ຕື່ມ​ອີກ​ຈຳ­ນວນ 50 ຄັນ, ເພີ່ມ​ຂະ­ຫຍາຍ​ການ​ໃຫ້

­ການ​ບໍ​ລິການ​ຄວບ​ຄຸມ​ຢ່າງ​ທົ່ວ​ເຖິງ​ໃນ​ພື້ນ​ທີ່ຂອບ ​ເຂດ​ການ​ບໍ­ລິ­ການ​ຂອງ​ກອງ​ບໍ​ລິການ​ຂົນ­ສົ່ງ​ຂີ້​ເຫຍື້ອ (ທຸກ​ຄອບ

­ຄົວ​ແມ່ນເຮັດ​ສັນ­ຍາ).

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...