Homeຊີວິດແລະຄວາມຮັກຜູ້ຍິງແບບໃດທີ່ເຮົາຄວນແລ່ນຕາມ!

ຜູ້ຍິງແບບໃດທີ່ເຮົາຄວນແລ່ນຕາມ!

Published on

Young couple talking women-health

ຜູ້ຍິງມີພຽງ ແບບດຽວເທົ່ານັ້ນທີ່ເຮົາຄວນແລ່ນຕາມ ແລະ ກໍ່ຄືຜູ້ຍິງແບບນີ້!

ຜູ່ຍິງມີຫຼາຍແບບບໍ່ຕ່າງຈາກຄົນເຮົາທີ່ມີຫຼາຍແບບ ຫຼາຍແນວຄິດ ແນ່ນອນວ່າຄົນເຮົາທຸກຄົນມີຄວາມແຕກຕ່າງກັນອອກໄປ ແຕ່ມັນກໍ່ມີຄຸນລະສະນະນິດໄສ ການໃຊ້ຊີວິດມູມມອງຄວາມຮັກ ແລະ ເລື່ອງອຶ່ນໆທີ່ພໍຈະຈັດໄດ້ວ່າແຕ່ລະຄົນຢູ່ໃນກຸ່ມແບບໃດ

ຫາກເວົ້າເຖິງເລື່ອງຂອງຄວາມຮັກ ໂດຍສະເພາະຄົນທີ່ເຮົາມັກນັ້ນ ເຮົາມີສະເປັກທີ່ຕ່າງກັນອອກໄປຜູ່ຍິງທີ່ເປັນອຸດົມຄະຕິຂອງຜູ້ຊາຍທຸກຄົນຕ່າງກັນອອກໄປ ບາງຄົນກໍ່ມັກຜູ່ຍິງທີລຽບງ່າຍ ບາງຄົນກໍ່ມັກຜູ່ຍິງທີ່ຊັບຊ້ອນ  ທະເຍີທະຍານມຸ້ງໝັ້ນໃນຊີວິດ ແລະ ຢາກຈະບອກວ່າພໍເວົ້າເຖິງເລື່ອງສະເປັກ ແຕ່ລະຄົນນັ້ນຈະຈິນຕະນາການໃນຄວາມຄິດ ຄວາມຕ້ອງການ ຄວາມຢາກຂອງຕົວເອງ.

ແຕ່ໃນທີ່ນີ້ເຮົາບໍ່ໄດ້ຕ້ອງການທີ່ຈະບອກວ່າທ່ານຄວນເລີກທີ່ຈະແລ່ນຕາມຜູ່ຍິງໃນແບບທີ່ທ່ານມັກ ເຮົາພຽງທີ່ຈະບອກວ່າທ່ານຍັງມີ ແບບ ຫຼື ສະເປັກທີ່ທ່ານມັກໄດ້ພຽງແຕ່ລວມເອົາແບບ ທີ່ເຮົາຄິດວ່າມັນຈະເປັນຄຸນຄ່າທີ່ຜູ່ຍິງທຸກຄົນຄວນມີທີ່ຈະມີຄ່າພໍໃຫ້ທ່ານແລ່ນຕາມໄປໄດ້

ໃນຊ່ວງເວລາຫຼາຍປີທີ່ຜ່ານມາຜູ້ຂຽນໄດ້ໃຊ້ເວລາອອກງານ ກັບຜູ່ຍິງ ຫຼາຍຄົນໄດ້ເວົ້າຈາ ໄດ້ກິນເຂົ້າໄດ້ທ່ອງທ່ຽວໄປກັບພວກເຂົາເຫຼົ່ານັ້ນ ຈົນເຮັດໃຫ້ຂ້າພະເຈົ້າຮູ້ສຶກໄດ້ວ່າໂລກນີ້ມີຜູ້ຍິງຢູ່ 2 ​ແບບໃຫຍ່ໆ ຜູ້ຍິງແບບທີ່ 1​ຄື: ຜູ່ຍິ່ງທີ່ໂຫຍຫາເອົາທຸກຢ່າງຈາກຊີວີດ ແລະ ຕົວຂອງທ່ານ ແລະ ປະເພດທີ 2 ຄື ຜູ່ຍິງທີ່ບໍ່ພຽງແຕ່ເຮັດໃຫ້ທ່ານມີຊີວິກດີຂຶ້ນເທົ້ານັ້ນ ແຕ່ເຮັດໃຫ້ທ່ານຮູ້ວ່າຊີວິດທີ່ດີຂຶ້ນນັ້ນມັນສາມາດເປັນໄປໄດ້.

ຂ້າພະເຈົ້າເຊື່ອວ່າຜູ່ຍິງຸທຸກຄົນບົນໂລກນີ້ຈັດຢູ່ໃນ 2 ກຸ່ມນີ້ແຕ່ບໍ່ໄດ້ໝາຍຄວາມວ່າ ຜູ່ຍິງຄົນໜຶ່ງຢູ່ໃນກຸ່ມນີ້ຈະເປັນຄົນແບບນີ້ໄປຕະຫຼອດບໍ່ແມ່ນ, ຜູ້ຍິງຈະເປັນໃນແຕ່ລະແບບຕ່າງກັນເມື່ອຢູ່ກັບຄົນທີ່ຕ່າງກັນອອກໄປ ແຕ່ແນ່ນອນວ່າມັນບໍ່ມີຜູ່ຍິງປະເພດທີ່ 2 ​ພຽງພໍສໍາລັບຜູ້ຊາຍທຸກຄົນໃນໂລກດອກ!

ຜູ່ຍິງປະເພດນີ້ຫາຍາກ ຜູ່ຍິງແບບນີ້ບໍ່ພຽງເຮັດໃຫ້ທ່ານຫຼົງຮັກແບບບໍ່ມີເຫດຜົນແຕ່ທ່ານຈະຮູ້ສຶກວ່າ ເຂົາຄົນນີ້ຄຸ້ມຄ່າທີ່ຈະຖືກຮັກ. ຜູ່ຍິງແບບນີ້ຈະເຮັດໃຫ້ຜູ້ຊາຍຢາກເປັນຜູ້ຊາຍທີ່ດີທີ່ສຸດເທົ້າທີ່ເຂົາຈະເຮັດໄດ້ ເຂົາຈະສ້າງແຮງບັນດານໃຈໃຫ້ທຸກຄົນໃຫ້ເຮັດວຽກໜັກຂຶ້ນ ພັດທະນາຕົນເອງໃຫ້ດີຂຶ້ນເປັນຄົນຈິດໃຈດີຂຶ້ນ ຊຶ່ງຄວາມສໍາພັນແບບນີ້ຄືຄວາມສໍາພັນທີ່ສົມບຸນແບບເພາະມັນຄືການເຮັດໃຫ້ຄົນທັງ 2​ຄົນດີຂຶ້ນຄວາມສໍາພັນກໍ່ດີຂຶ້ນພ້ອມ ແລະ ນີ້ຄືຄວາມສໍາພັນແບບດຽວທີ່ເຮົາຄວນຫຼົງໄຫຼປັກຫຼັກປັກຖານດ້ວຍ.

ແຕ່ກໍ່ຄືວ່ານັ້ນແລະ ຊີວິດບໍ່ມີຫຍັງງ່າຍ ຄວາມສໍາພັນ ແລະ ຄວາມຮັກບໍ່ແມ່ນເລື່ອງງ່າຍ ຊີວິດທ່ານ ແລະ ຄົນຮັກ ຈະເຈີບົດທົດສອບທີ່ຫຼາກຫຼາຍແຕ່ຖ້າທ່ານເຈີຄົນທີ່ທ່ານຄິດວ່າເປັນຄົນທີ່ຖືກຊາຕາກັບທ່ານ ທ່ານຈະບໍ່ຫວັນກົວເພາະວ່າຄວາມສໍາພັນໃນສາຍຕາຂອງທ່ານມັນຈະບໍ່ແມ່ນພຽງແຕ່ການແບ່ງປັນຄວາມສຸກ ຫຼື ຄວາມທຸກເທົ້ານັ້ນ ແຕ່ມັນຄືຄວາມພ້ອມທີ່ຈະເຮັດວຽກໜັກ ສູ້ເພື່ອໄປສູ່ເປົ້າໝາຍທີ່ທ່ານຕັ້ງເອົາໄວ້ຮ່ວມກັນຫັນລະ! ທ່ານໃຊ້  ຊີວິດກັນເປັນທີມແກ້ບັນຫາກັນເປັນທີມ ທ່ານຮູ້ດີວ່າ ບໍ່ວ່າຈະມີຫຍັງເກີດຂຶ້ນອີກຝ່າຍຈະພ້ອມຍຶ່ນມືມາຊ່ວຍສະໝີ ແລະ ບໍ່ລົ້ມເລີກ ແລະ ໝົດຫວັງໃນຕົວທ່ານ

ເວລາເປັນສິ່ງທີ່ມີຄ່າ ຖ້າທ່ານຄວນຄິດວ່າຄົນທີ່ທ່ານຄົບຫາຢູ່ຕ່າງຈາກສິ່ງທີ່ພວກເຮົາເລົ່າມາທ່ານຄົງຮູ້ວ່າບາງທີ່ຄົນຂ້າງໆ ທ່ານຕອນນີ້ອາດຈະບໍ່ແມ່ນຄົນທີ່ເໝາະສົມທີ່ສຸດສໍາລັບທ່ານ ລອງເລື່ອກ ແລະ ຄິດດີໆ ເພື່ອຈະໄດ້ຜູ້ຍິງທີ່ເໝາະສົມ ແລະ ຄຸ່ມຄ່າທີ່ຈະຕ້ອງແລ່ນຕາມ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...