spot_img
Homeຄວາມງາມເທນແຕ່ງ​ຕາ​ງາມ​ເດັ່ນ​ເປັນ​ປະ​ກາຍ

ເທນແຕ່ງ​ຕາ​ງາມ​ເດັ່ນ​ເປັນ​ປະ​ກາຍ

Published on

 

12

     ຂັ້ນ​ຕອນ​ການ​ແຕ່ງ​ດວງ​ຕາ​ໃຫ້​ງາມ​​ ​ລົມ​ໜາວ​ພ້ອມ​ກັບ​ແຕ່ງ​ງາມ​ໄປ​ທ່ຽວ​ມື້​ວັນຢຸດ​ຍາວ​ໃນ​ໄລຍະ​ປີ​ໃໝ່​ດ້ວຍ​ໄລຍະ​ນີ້​ຍັງ​ຢູ່ໃນ​ໄລຍະ​ໜ້າ​ໜາວ ເຖິງແມ່ນ​ອາ​ກາດ​ຈະ​ບໍ່​ໄດ້​ໜາວ​ຈັບ​ໃຈ ແຕ່​ກໍ​ມີ​ລົມ​ເຢັນ​ໆ ມາ​ສຳ​ຜັດ​ຕົວ​ໃຫ້​ເຮົາ​ພໍ​ຮັບ​ຮູ້​ໄດ້ ສິ່ງ​ສຳຄັນ​ສຳ​ລັບຜູ້​ຍິງ​ແບບ​ເຮົາ​ນອກ​ຈາກ​ການ​ບຳ​ລຸງ​ຜິວ​ແລ້ວ ຫລາຍ​ຄົນ​ຍັງ​ຄົງ​ກຳ​ລັງ​ຊອກ​ຫາ​ເທຣນການ​ແຕ່ງ​ໜ້າ ໃນ​ໜ້າ​ໜາວ​ກັນ​ຢູ່​ແມ່ນບໍ​

ມື້​ນີ້ laopost ຈຶ່ງ​ຂໍ​ນຳ​ຂັ້ນ​ຕອນ​ການ​ແຕ່ງ​ດວງ​ຕາ​ໃຫ້​ງາມ​ເດັ່ນ​ເປັນ​ປະ​ກາຍ ໃຫ້​ເຈົ້າ​ສາວໆ ໄດ້​ງາມ​ ຮັບລົມ​ໜາວ​ພ້ອມ​ກັບ​ແຕ່ງ​ງາມ​ໄປ​ທ່ຽວ​ມື້​ຢຸດ​ຍາວ​ໃນ​ໄລຍະ​ປີ​ໃໝ່​ດ້ວຍ​

– ກ່ອນອື່ນ​ທີ່​ເຮົາ​ຈະ​ທາ​ໄປ​ທີ່​ເປືອກ​ຕາ​ຄວນ​ຈະ​ເປັນ​ສີ​ອ່ອນ​ຢ່າງ​ສີ​ເບດ ຫລື ​ສີ​ຂາວ​ຄີມ​ທີ່​ບໍ່​ມີ​ປະ​ກາຍ​ວິ້ງ​ຫລື ​ຊິມ​ເມີໃດໆ ເພາະ​ຖ້າ​ເຈົ້າ​ເລືອກ​ທາ​ອາຍ​ແຊ​ໂດວ໌​ທີ່​ເປັນ​ປະ​ກາຍ​ຫລາຍ​ໄປ ຕາ​ຈະ​ເບິ່ງ​ບວມຄື​ຄົນ​ຮ້ອງ​ໄຫ້​ມາ​ໝົດມື້

– ສີ​ທີ່​ສອງ​ໃຊ້​ສີ​ບົວ​ອ່ອນໆ ທີ່​ບໍ່​ມີ​ຊິມ​ເມີລ໌​ຄືກັນ ໂດຍ​ເນັ້ນ​ການ​ທາ​ທີ່​ຫົວ​ຕາ​ໄປ​ຈົນ​ເຖິງ​ເຄິ່ງ​ກາງ​ຂອງ​ດວງ​ຕາ

– ເມື່ອ​ໄດ້​ສີ​ພື້ນ​ຂອງ​ເປືອກ​ຕາ​ໃຫ້​ເບິ່ງ​ສະຫວ່າງ​ຂຶ້ນ​ແລ້ວ ໃຊ້​ສີ​ເທົາ​ອ່ອນ​ຄັດ​ເບົ້າ​ຕາຄ່ອຍໆ ພໍ​ໃຫ້ເປັນ​ແນວ​ໃນ​ການ​ທາ​ສີ​ຕໍ່ໄປ

– ໃຊ້​ສີ​ນ້ຳ​ຕານ​ຄັດ​ເບົ້າຕາ​ໃຫ້ເປັນ​ວີ​ເຊ​ຟ ໂດຍ​ທາ​ໃຫ້​ສູງ​ກວ່າ​ສີ​ເທົາ​ທີ່​ເຮົາ​ທາ​ເປັນ​ແນວ​ໄວ້​ໃນ​ຂັ້ນ​ຕອນ​ກ່ອນ​ໜ້າ​ນີ້

– ເພື່ອ​ດວງ​ຕາ​ຂອງ​ເຈົ້າ​ເບິ່ງ​ມີ​ມິ​ຕິ ໃຊ້​ອາຍ​ແຊ​ໂດວ໌​ສີ​ບົວ​ປະ​ກາຍ​ຊິມ​ເມີລ໌​ທາ​ທີ່​ບໍລິເວນ​ເຄິ່ງ​ກາງ​ຂອງ​ດວງ​ຕາ
– ຍັງ​ບໍ່​ຈົບ​ທໍ່ນັ້ນ​ ຖ້າ​ເຈົ້າ​ຢາກ​ມີ​ຫົວ​ຕາ​ທີ່​ເບິ່ງ​ແບ໊ວ​ໆ ອ່ອນ​ໄວ ໃຊ້​ແປງ​ຫົວ​ນ້ອຍ​ທາ​ອາຍ​ແຊ​ໂດ​ວ໌ ​ສີ​ຂາວ​ປະ​ກາຍ​ຊິມ​ເມີລ໌​ທີ່​ຫົວ​ຕາ​ທັງ​ດ້ານ​ເທິງ​ແລະ​ລຸ່ມ

– ຫລັງ​ຈາກ​ນັ້ນ​ປາດ​ອາຍ​ໄລ​ເນີລ໌​ສີ​ດຳ​ໃຫ້​ໃກ້​ໂຄນ​ຂົນ​ຕາ​ຫລາຍ​ທີ່ສຸດ ດັດ​ຂົນ​ຕາ ປັດ​ມາດ​ຄາ​ລ່າ ຖ້າ​ສາວໆ ຄົນ​ໃດ​ທີ່​ມັກ​ຕິດ​ຂົນ​ຕາ​ປອມ​ແນະ​ນຳ​ໃຫ້​ເລືອກ​ຂົນ​ຕາ​ທີ່​ເນັ້ນ​ໃຫ້​ດວງ​ຕາ​ກົມ​ໃຫຍ່​ແບບ​ທຳມະຊາດ​ຈະ ເຂົ້າ​ກັບ​ລຸກ​ນີ້​ຫລາຍກວ່າ​ຂົນ​ຕາ​ແບບ​ອື່ນໆ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...