spot_img
Homeນານາສາລະ5 ອາຫານ​ອຳມະຕະ ກິນ​ໄດ້​ເຖິງຈະ​ໝົດ​ອາ​ຍຸ​ແລ້ວ

5 ອາຫານ​ອຳມະຕະ ກິນ​ໄດ້​ເຖິງຈະ​ໝົດ​ອາ​ຍຸ​ແລ້ວ

Published on

index

ທຸກ​ມື້​ນີ້​ຄົນ​ທົ່ວ​ໂລກ​ຖິ້ມ​ອາຫານ​ເກືອບ​ເຄິ່ງ​ໂດຍ​ບໍ່​ຈຳເປັນ ພຽງ​ເພາະ​ກິນ​ເຫລືອ ຫລື ​ເພາະ​ມັນ​ໝົດ​ອາ​ຍຸ ໂດຍ​ບໍ່​ສົນ​ໃຈ​ວ່າ​ຄົນ​ອີກ​ເກືອບເ​ຄິ່ງ​ໂລກ​ກຳ​ລັງ​ຢູ່ໃນ​ພາ​ວະ​ອົດ​ຢາກ ແຕ່​ບັນຫາ​ນີ້​ອາດ​ແກ້​ໄຂ​ໄດ້ ຫາກ​ເຮົາ​ຫັນ​ມາ​ກິນ​ອາຫານ​ທີ່​ໝົດ​ອາ​ຍຸ​ແລ້ວ​ໃຫ້​ຫລາຍ​ຂຶ້ນ ອາຫານ​ຊະນິດ​ໃດ​ທີ່​ນັກ​ວິທະຍາ​ສາດ​ຢືນຢັນ​ວ່າ​ຍັງ​ບໍ່​ເສຍ ເຖິງຈະຜ່ານ​ມື້​ໝົດ​ອາ​ຍຸ​ໄປ​ແລ້ວ ເມື່ອ​ບໍ່​ຈັກ​ເດືອນ​ທີ່​ຜ່ານມາ ມີ​ການ​ເປີດ​ເຜີຍ​ຜົນ​ສຳ​ລວດ​ຊັອກ​ໂລກ​ທີ່​ວ່າ​ອາຫານ​ທີ່​ຜະລິດ​ໃນ​ລະບົບ​ເສດຖະກິດ​ໂລກ​ປະ​ມານ​ຮ້ອຍ ລະ30-50 ຖືກ​ຖິ້ມ​ໂດຍ​ບໍ່​ເຄີຍ​ຕົກ​ເຖິງ​ທ້ອງ​ປະຊາຊົນ ໂດຍ​ສະເພາະ​ໃນ​ຍຸ​ໂລບ​ແລະ​ອະ​ເໝ​ລິ​ກາ ທີ່​ອາຫານເ​ຄິ່ງ​ໜຶ່ງ​ຖືກ​ຖິ້ມ​ພຽງ​ເພາະ​ໝົດ​ອາ​ຍຸ ທັ້ງໆ​ທີ່​ແທ້ໆ​ແລ້ວ​ອາຫານ​ຫລາຍ​ຊະນິດ​ຍັງ​ກິນ​ໄດ້

ຕົວ​ເລກ​ນີ້​ນຳ​ມາ​ຊຶ່ງ​ການ​ວິ​ພາກວິ​ຈານຊູ​ບເປີມາ​ເກັດ ທີ່​ມີ​ຄ່າ​ນິຍົມ​ເລືອກ​ຂາຍ​ອາຫານ​ສະເພາະ​ທີ່​ຮູບ​ຮ່າງ​ໜ້າ​ຕາ​ສົມບູນ​ແບບ ບໍ່​ມີ​ຮອຍ​ດ່າ​ງແປ້ວ ລວມ​ເຖິງ​ກົດ​ເກນ​ການ​ກຳນົດ​ມື້​ໝົດ​ອາ​ຍຸ​ອາຫານ​ໃນ​ຍຸ​ໂລບ​ແລະ​ອະ​ເມ​ລິ​ກາ​ທີ່​ເຂັ້ມ​ງວດ​ເກີນ​ໄປ ຊຶ່ງ​ທັງ​ສອງ​ຢ່າງ​ນີ້ ເຮັດໃຫ້​ອາຫານ​ຈຳນວນ​ຫລາຍ​ຕ້ອງ​ຖືກ​ຖິ້ມ​ໄປ​ໂດຍ​ທີ່​ບໍ່​ໄດ້​ເຮັດ​ປະໂຫຍດ​ຫຍັງ​ໃຫ້​ແກ່​ໂລກ ແລະ​ຄົນ​ອີກເຄິ່ງ​ໂລກ​ໜຶ່ງ​ທີ່​ຫິວ​ໂຫຍ ທັ້ງໆ​ທີ່​ຕ້ອງ​ສູນ​ເສຍຊັບພະຍາ​ກອນ​ທຳມະຊາດ​ແລະ​ພະລັງ​ງານ​ມະຫາ​ສານ​ໃນ​ການ​ຜະລິດ​ພວກ​ມັນ​ອອກ​ມາ

ເມື່ອ​ການ​ປ່ຽນ​ກົດ​ການ​ກຳນົດ​ມື້​ໝົດ​ອາ​ຍຸ​ອາຫານ ເປັນ​ສິ່ງ​ທີ່​ເຮັດ​ໄດ້​ຍາກ​ແລະ​ຕ້ອງ​ໃຊ້​ເວລາ​ດົນ ນັກ​ວິທະຍາ​ສາດ​ຈຶ່ງ​ຫັນ​ມາ​ໃຊ້​ອີກ​ວິທີ​ທີ່​ແກ້​ບັນຫາ​ໄດ້​ວ່ອງໄວ​ກວ່າ ແມ່ນ​ຈະ​ບໍ່​ງ່າຍ​ດາຍ​ໄປ​ກວ່າ​ວິທີ​ທຳອິດ ນັ້ນ​ກໍ​ຄື​ການ​ປ່ຽນ​ທັດ​ສະນະຄະ​ຕິ​ທີ່​ຄົນ​ມີ​ຕໍ່​ມື້​ໝົດ​ອາ​ຍຸ​ຂອງ​ອາຫານ ນັກ​ວິທະຍາ​ສາດ​ການ​ອາຫານ​ຂໍ​ງົດ​ອອກ​ລາຍ​ງານ​ທີ່​ລະ​ບຸ​ວ່າ​ມື້​ໝົດ​ອາ​ຍຸ​ຂອງ​ອາຫານ​ຫລາຍ​ຊະນິດ ບໍ່​ໄດ້​​ຄິດໄລ່​ຈາກ​ອາ​ຍຸ​ອາຫານ​ແທ້ໆ ແຕ່​ເປັນ​ການ​ປ່ຽນ​ແປງ​ຂອງ​ລົດ​ຊາດ​ແລະ​ໜ້າ​ຕາ ແທ້ໆ​ແລ້ວ​ມີ​ອາຫານ​ຢ່າງ​ນ້ອຍ 5 ຊະນິດ​ທີ່​ຍັງບໍ​ລິ​ໂພກ​ໄດ້ ເຖິງຈະຜ່ານ​ມື້​ໝົດ​ອາ​ຍຸ​ໄປ​ແລ້ວ​ດົນ​ນັບ​ເດືອນ

1.ອາຫານ​ປະ​ເພດ​ຂະໜົມ​ ​ທັງ​ຫລາຍ ຍັງ​ກິນ​ໄດ້ ເຖິງຈະ​ຜ່ານ​ມື້​ໝົດ​ອາ​ຍຸ​ທີ່​ຂ້າງ​ຖົງ​ໄປ​ແລ້ວ​ນັບ​ເດືອນ ພຽງ​ແຕ່​ມັນ​ອາດຈະ​ເລີ່ມ​ມີ​ກິ່ນ​ຫືນ ແລະ​ ບໍ່​ກອບ​ເທົ່າ​ເດີມ ຊຶ່ງ​ວິທີ​ແກ້​ກໍ​ເຮັດ​ໄດ້​ງ່າຍໆ ໂດຍ​ການ​ເທ​ຂະໜົມ​ໃສ່​ຖາດ ພົມ​ນ້ຳ​ມັນ​ເພີ່ມ​ເລັກນ້ອຍ ແລ້ວ​ນຳ​ໄປ​ອົບ ກໍ​ຈະ​ໄດ້​ຂະໜົມ​ກອບ​ກອບ​ທີ່​ສົດ​ໃໝ່​ເໝືອນ​ເດີມ

2.ອາຫານ​ອີກ​ຊະນິດ​ທີ່ເກືອບຈະ​ບໍ່​ມີ​ມື້​ໝົດ​ອາ​ຍຸ ກໍ​ຄື​ໂຍ​ເ​ກິ​ດ ເພາະໂຍ​ເ​ກິດເປັນ​ນົມ​ທີ່​ຖືກ​ເຮັດໃຫ້​ບູດ​ໄປ​ແລ້ວ​ເທື່ອ​ໜຶ່ງ ແລະ​ ເຕັມ​ໄປ​ດ້ວຍ​ຈຸລິນຊີ​ຊະນິດ​ດີ​ທີ່​ຂ້າ​ແບກ​ທີ​ເລຍ​ ແລະ ​ຈຸລິນຊີ​ທີ່​ເຮັດໃຫ້​ເຈົ້າເຈັບ​ທ້ອງ​ໄດ້ດ້ວຍ​ເຫດ​ນີ້​ເຈົ້າ​ຈຶ່ງ​ກິນ​ໂຍ​ເ​ກິດ​ໄດ້​ເຖິງຈະເມື່ອ​ມັນ​ໝົດ​ອາ​ຍຸ​ແລ້ວ​ຫລາຍ​ເດືອນ

3.ຊັອກ​ໂກ​ແລັຂອງ​ຫວານ​ທີ່​ເກືອບ​ບໍ່​ມີ​ໃຜ​ປະຕິເສດ​ໄດ້ ກໍ​ເປັນ​ອາຫານ​ອີກ​ຊະນິດ​ທີ່​ບໍ່​ເນົ່າ​ເສຍ ນອກ​ຈາກ​ເຈົ້າ​ຈະ​ເຮັດ​ມັນ​ລະ​ລາຍ ຊັອກ​ໂກ​ແລັດ​ທີ່​ເກັບ​ໄວ້​ດົນ​ເກີນ​ໄປ​ຈະ​ມີ​ຝ້າ​ຂາວ​ຂຶ້ນ ຊຶ່ງ​ບໍ່ແມ່ນ​ເຊື້ອ​ລາ ແຕ່​ເປັນ​ປະຕິ​ກິ​ລິ​ຢາ​ຂອງ​ໄຂ​ມັນ​ໃນ​ຊັອກ​ໂກ​ແລດ​ເມື່ອຖືກກັບ​ອາ​ກາດ

4ໄຂ່ ອາຫານ​ຄູ່​ຄົວ​ທົ່ວ​ໂລກ ສາມາດ​ເກັບ​ໄດ້​ດົນ​ກວ່າ​ທີ່​ເຈົ້າ​ຄິດ ພຽງ​ເກັບ​ໄຂ່​ໄວ້​ໃນ​ທີ່​ແຫ້ງ​ແລະ​ເຢັນ ອຸນຫະພູມ​ຕ່ຳ​ກວ່າ 5 ອົງ​ສາ​ ເຈົ້າ​ກໍ​ສາມາດ​ເກັບ​ໄຂ່​ໄວ້​ໄດ້​ດົນ 3-5 ອາທິດ ເນື່ອງ​ຈາກ​ອຸນຫະພູມ​ລະ​ດັບ​ນີ້​ສາມາດ​ຍັບ​ຍັ້ງ​ການ​ເຕີບໂຕ​ຂອງ​ເຊື້ອ​ຊັນ​ໂມ​ເນ​ລາ ເຊື້ອ​ພະຍາດ​ຮ້າຍແຮງ​ທີ່​ມັກ​ກໍ່​ຕົວ​ໃນ​ໄຂ່​ໄດ້

5ນົອາຫານ​ຊະນິດ​ສຸດ​ທ້າຍ​ທີ່​ເຈົ້າ​ອາດ​ບໍ່​ຄິດວ່າ​ຈະ​ເກັບ​ໄດ້​ດົນ​ຫລັງ​ມື້​ໝົດ​ອາ​ຍຸ ກໍ​ຄືນົມ ແມ່ນຢູ່​ທີ່​ນົມ​ອາດ​ມີ​ກິ່ນ​ ແລະ ​ລົດ​ຊາດ​ບໍ່​ດີ​ຫາກ​ຖິ້ມ​ໄວ້​ໃນ​ອຸນຫະພູມ​ຫ້ອງ​ດົນ​ເກີນ​ໄປ ແຕ່​ກິ່ນ​ແລະ​ລົດ​ທີ່​ປ່ຽນ​ໄປ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ນົມ​ກ໋ອງ​ນັ້ນ​ບູດ ເພາະ​ວ່າ​ນົມ​ຈະ​ບູດ​ເຖິງ​ຂັ້ນ​ເຮັດໃຫ້​ເຈົ້າ​ທ້ອງ​ເສຍ​ເມື່ອ​ດື່ມ​ເຂົ້າໄປ ຕ້ອງ​ໃຊ້​ເວລາ​ຫລັງ​ຈາກ​ນົມ​ນັ້ນ​ເລີ່ມ​ມີ​ກິ່ນ​ດົນ​ຫລາຍ​ຊົ່ວ​ໂມງ ແຕ່​ຫາກ​ເຈົ້າ​ຢາກ​ຍືດ​ອາ​ຍຸ​ນົມ​ໂດຍ​ບໍ່​ຕ້ອງ​ອົດ​ດື່ມ​ນົມ​ມີ​ກິ່ນ ກໍ​ຄວນ​ຮີບ​ປິດ​ຝາ​ກ໋ອງນົມ​ແລະ​ເກັບ​ເຂົ້າ​ຕູ້​ເຢັນ​ທັນທີ ​ພາຍຫລັງ​ໃຊ້​ງານ ອຸນຫະພູມ​ທີ່​ເໝາະ​ສົມ​ໃນ​ການ​ເກັບ​ນົມ​ຄື 2 ອົງ​ສາ​ເຊ ພຽງ​ເທົ່າ​ນີ້​ນົມ​ຂອງ​ເຈົ້າ​ກໍ​ຈະ​ຢູ່​ໄດ້​ດົນ ບໍ່​ຕ້ອງ​ໂຍນ​ຖິ້ມ​ພຽງ​ເພາະ​ດື່ມ​ນົມ​ບໍ່​ໝົດ​ກ່ອນ​ມື້​ໝົດ​ອາ​ຍຸ​ຂ້າງ​ກ໋ອງອີກ​ຕໍ່ໄປ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...