spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປະໝາດ! ເຮັດ​ປືນ​ລັ່ນ​ໃສ່​ເມຍ ​ເສຍ​ຊີວິດຄາ​ທີ່ ຢູເມືອງຊະນະຄາມ!

ປະໝາດ! ເຮັດ​ປືນ​ລັ່ນ​ໃສ່​ເມຍ ​ເສຍ​ຊີວິດຄາ​ທີ່ ຢູເມືອງຊະນະຄາມ!

Published on

Untitled-3

 

ໃນ​ວັນ​ທີ 14 ພະຈິກ​ຜ່ານ​ມາ, ​ເຈົ້າໜ້າ​ທີ່​ ປກສ ​ເມືອງ​ຊະນະ​ຄາມ ​ແຂວງ​ວຽງ​ຈັນ ​ໄດ້​ຮັບ​ແຈ້ງ​ຈາກ​ພົນລະ​ເມືອງ​ດີ​ວ່າ

​ເກີດ​ເຫດ​ປືນ​ລັ່ນ ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ ຈຶ່ງ​ໄດ້​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ລົງ​ໄປ​ກວດກາ​ສະຖານ​ທີ່​ເກີດ​ເຫດ

ຈຶ່ງ​ຮູ້​ວ່າ: ເຈົ້າຂອງ​ປືນ​​ຊື່​ທ້າວ ບຸນ​ມາ ອາຍຸ 63 ປີ ຢູ່​ບ້ານ​ສີ​ພູມ ​ເມືອງ​ຊະນະ​ຄາມ ​ແຂວງ​ວຽງ​ຈັນ ​ເຮັດ​ປືນ​ແກັບ​​ລັ່ນ​

ໃສ່​ເມຍ​ຊື່ ​ນາງ ​ແດງ ມີ​ຮອຍ​ລູກ​ວ່າ​ນປືນ​ແກັບ​ຫລາຍ​ລູກ​ເຂົ້າບໍລິ​ເວນກ້ອງ​ຄາງ​ເບື້ອງຊ້າຍ ນອນ​ເສຍ​ຊີວິດ​ຢູ່ທົ່ງ​ນາ.

ມາ​ຮອດວັນ​ທີ 16 ພະຈິກ​ຜ່ານ​ມາ,​ ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ຊະນະ​ຄາມ ຈຶ່ງ​ໄດ້​ກັກ​ຕົວ ​ທ້າວ ບຸນ​ມາ ມາ​ດຳ​ເນີນ​ຄະດີ

​ຂໍ້​ຫາທີ່ປະໝາດເຮັດ​ໃຫ້​ຄົນ​ອື່ນ​ເສຍ​ຊີວິດ.

 

ຜ່ານ​ການ​ສືບສວນ​-ສອບ​ສວນ ທ້າວ​ ບຸນ​ມາ ​​ຮັບ​ສາລະພາບ​ວ່າ: ​ໃນ​ວັນ​ທີ 14 ພະຈິກ ຜ່ານ​ມາ, ​ເວລາ 16:00 ​ໂມງ

ຕົນ​ເອງ​ພ້ອມ​ເມຍ​ໄດ້​ຂີ່​ລົດຈັກ​ອອກ​ຈາກ​ບ້ານເພື່ອ​​ໄປ​ນາ, ​ໃນ​ເວລາ​ນັ້ນຕົນ​ເອງ​ໄດ້​ພາຍ​ປືນ​ແກັບ​ໄປ​ນຳ, ​ແຕ່​ພໍ​ຂີ່​

ລົດ​​ໃກ້​ຈະ​ຮອດ​ນາ​ຕົນ​ເອງປາກົດ​ວ່າ​ສະພາບ​ເສັ້ນທາງ​ເປັນ​ບວກ-​ເປັນ​ຂຸມ ​ເຮັດ​ໃຫ້​ລົດ​ລົ້ມ ​ແລ້ວ​ກໍ​່ເກີດ​ເຫ​ດບັງ

​ເອີນ​ປືນ​​ທີ່​ຕົນ​ຢັດໝື້ ແລະ ຍັດ​ລູກ​ແກັບ​​ລັ່ນ​ໃສ່​ກ້ອງ​ຄາງ​ເບື້ອງຊ້າຍ​ຂອງ​​ເມຍ. ​ເບື້ອງຕົ້ນ​ເມຍ​ຂອງຕົ້ນຍັງ​ມີ​ສະຕິ

​ຢູ່​ແຕ່​ປາກ​ບໍ່​ໄດ້, ຕົນ​ເອງ​ໄດ້​ຈັບ​ປືນ​​ໂຍນ​ຖິ້ມທົ່ງ​ນາ​ແລ້ວ​ເອີ້ນຫາ​ຄົນ​ມາ​ຊ່ວຍ​ເຫລືອ, ພໍດີ ​ນາງ ຄຳ ຄົນ​ບ້ານ​ດຽວ​

ກັນ​ມາ​ຊ່ວຍ​ອູ້ມ​ເອົາ​ເມຍ​ຂອງ​ຕົນ​ໄປ​ນອນ​ຢູ່​ແຄມ​ທາງ ​ແລ້ວ​ກັບ​ໄປ​ລາຍ​ງານ​ຕໍ່​ອຳນາດ​ການ​ປົກຄອງ​ບ້ານ ​ແລະ

​ເຈົ້າໜ້າ​ທີ່, ​ແຕ່​ເວລາ​ຕໍ່​ມາ​ເມຍ​ຂອງ​ຕົນ​ໄດ້​ເສຍ​ຊີວິດ​. ມາ​ຮອດ​ວັນ​ທີ 16 ພະຈິກ​ຜ່ານ​ມາ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່ ປກສ

ເມືອງ​ຊະນະ​ຄາມ​ ກັກ​ຕົວ​ມາ​ດຳ​ເນີນ​ຄະດີ.

ເຈົ້າໜ້າ ​ທີ່ ປກສ ​ເມືອງຊະນະ​ຄາມ ​ໃຫ້​ຮູ້​ຕື່ມ​ວ່າ: ການ​ກະທຳ​ຂອງ​ທ້າວ ບຸນ​ມາ ​ແມ່ນ​ຍ້ອນ​ຄວາມປະໝາດ​ເຮັດ​ໃຫ້​

ຄົນ​ອື່ນ​ເສຍ​ຊີວິດ ​ແລະ ຖື​ອາວຸດ​ລ່າ​ເນື້ອ​ໂດ​ຍບໍ່​ໄດ້​ຮັບ​ອະນຸ​ຍາດຜິດ​ຕໍ່​ລະບຽບກົດໝາຍ​ຂອງບ້ານ​ເມືອງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...