spot_img
Homeຂ່າວຕ່າງປະເທດເກີດນ້ຳຖ້ວມຢູ່ອິນໂດເນເຊຍ

ເກີດນ້ຳຖ້ວມຢູ່ອິນໂດເນເຊຍ

Published on

ຕາມ​ຂ່າວ​ຕ່າງປະ​ເທດ​, ໃນວັນທີ 24 ເດືອນ12, ​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ:​ ແຂວງ ອາເຈາະ ແລະ ແຂວງຊວາ ທາງພາກຕາເວັນຕົກຂອງອິນໂດເນເຊຍ ເກີດນ້ຳຖ້ວມເຮັດ​ໃຫ້​ເຈົ້າໜ້າທ່ີກ່ຽວຂ້ອງ ອິນໂດເນເຊຍ ຕ້ອງ​ເລັ່ງອົບ​ພະຍົບປະຊາຊົນ​ ທ່ີອາໄສຢູ່ໃນພື້ນທ່ີດັ່ງກ່າວ ໃຫ້ໄປ​ຍັງສະຖານ​ທີ່​ປອດໄພ​ປະມານ 34.642ຄົນ.

ທ່ານ ສຸ​ໂຕໂປປຣູ​ໂວນູໂກ​ໂຮ, ​ໂຄສົກປະຈຳ​ສຳນັກງານ​ໄພພິບັດ​ທາງ​ທຳ​ມະ​ຊາດອິນໂດເນເຊຍກ່າວ​ວ່າ: ​ໃນ​ເຂດ​ຕາ​ເມຍ​ຂອງ​ແຂວງ​ອາ​ເຈາະ ທາງ​ເໜືອ​ສຸດ​ຂອງ​ເກາະ​ສຸ​ມາຕຣາ ມີ​ເຮືອນ​ຂອງ​ປະຊາຊົນ​ຈົມ​ຢູ່​ໃຕ້​ນ້ຳປະມານ 2.370 ຫລັງ ​ເຮັດ​ໃຫ້​ປະຊາຊົນ ຈຳນວນ 28.000​ ຄົນ​ ຕ້ອງ​ອົບ​ພະຍົບ​ໄປ​ຍັງສະຖານ​ທີ່​ພັກຊົ່ວ ຄາວ​ໃນ​ພື້ນທີ່​ສູງ, ສ່ວນ​ແຂວງ​ຊວາ ທາງຕາ​ເວັນ​ຕົກຂອງ​ເກາະ​ຊວາ ແມ່ນມີນ້ຳໄຫລ​ລົ້ນຈາກ​ແມ່ນ້ຳຊິ​ຕາຣຸມ. ປັດຈຸບັນ ມີ​ທ່າ​ອ່ຽງລະດັບນ້ຳຫລຸດ​ລົງ​ແລ້ວ, ​ແຕ່​ເຮືອນ​ຂອງ​ປະຊາຊົນ ຈຳນວນ 5.000 ກວ່າ​ຫລັງ ຍັງ​ຈົມ​ຢູ່​ໃຕ້​ນ້ຳ ແລະ ປະຊາຊົນ​ປະມານ 6.642 ຄົນ ຍັງ​ຕ້ອງ​ອາ​ໄສ​ຢູ່ໃນ​ສະຖານ​ທີ່​ພັກ​ຊົ່ວຄາວ. ເຈົ້າໜ້າ​ທີ່​ກ່ຽວຂ້ອງອິນໂດເນເຊຍ, ຕຳຫລວດ ​ແລະ ທະຫານ​ໄດ້​ເຂົ້າໄປ ຊ່ວຍແຈກ​ຍາຍ​ອາຫານ, ຢາ​ປິ່ນປົວ​ພະຍາດ ແລະ ໃຫ້ການຊ່ວຍເຫລືອ ຕ່າງໆ.

ຂອບໃຈບົດຄວາມຈາກ: ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...