Homeຂ່າວພາຍ​ໃນລັດ­ຖະ­ບານ​ຮັບ­ຮອງ ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ເປັນ 9 ແສນກີບ ຕໍ່ເດືອນ

ລັດ­ຖະ­ບານ​ຮັບ­ຮອງ ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ເປັນ 9 ແສນກີບ ຕໍ່ເດືອນ

Published on

7dcf24e645e2e32afc8d5134508d2f11

 

ລັດ­ຖະ­ບານ​ໄດ້​ເຫັນ​ດີ​ຮັບ­ຮອງ​ເອົາ​ແລ້ວ​ຕົວ​ເລກ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ​ສຸດ​ຈາກ 626.000 ກີບ ທີ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​

ຂະ­ນະ​ນີ້​ຂຶ້ນ​ມາ​ເປັນ 9 ແສນ​ກີບ​ຕໍ່​ຄົນ​ຕໍ່​ເດືອນຕາມ​ການ​ສະ­ເໜີ​ຂອງ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການສັງ­ຄົມ

ທັງ​ນີ້ ກໍ​ເພື່ອ​ຍົກ​ສູງ​ປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ແຮງ​ງານ​ລາວ ຫຼີກ­ເວັ້ນ​ການ​ເຄື່ອນ​ຍ້າຍ​ອອກ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​

ປະ­ເທດ ທັງ​ເປັນ​ການ​ສົ່ງ­ເສີມ​ພັດທະ​ນາ​ແຮງ​ງານ​ໃຫ້​ມີ​ຄຸນ​ນະ​ພາບ​ທາງ​ດ້ານ​ສີ­ມື ແລະ ທັດ­ສະ­ນະ​ຄະ­ຕິ​ຕໍ່​ວຽກ.

 

ໃນ​ລະ­ຫວ່າງ​ຕົ້ນ​ເດືອນ​ທັນ­ວາ​ມາ​ນີ້ ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ ໄດ້​ນຳ​ສະ­ເໜີ​ແຜນ​ຂອງ​ກະ­ຊວງ​ແຮງ​ງານ ແລະ ສະ

­ຫວັດ­ດີ​ການ​ສັງ­ຄົມທີ່​ໄດ້​ເປີດ­ເຜີຍ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ລະ­ບຸ​ວ່າ: ຜ່ານ​ມາ​ກະ­ຊວງ​ໄດ້​ມີ​ການ​ສົມ­ທົບ​ຫຼາຍ​ຄັ້ງ​ກັບ​ອົງ

­ການ​ໄຕ​ພາ­ຄີ ເພື່ອ​ປັບ­ປຸງ​ດຳ­ລັດ​ວ່າ​ດ້ວຍ​ການ​ປັບ​ຂຶ້ນ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ໃຫ້​ ແກ່​ຜູ້​ອອກ­ແຮງ​ງານ​ທີ່​ເຮັດ​

ວຽກ​ໃນ​ຂົງ­ເຂດ​ການ​ຜະ­ລິດ, ທຸ­ລະ​ກິດ ແລະ ການ​ບໍ­ລິ­ການ ແລະ ຫຼ້າ​ສຸດ​ແມ່ນ​ໄດ້​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ພິ­ຈາ­ລະ­ນາ

​ຍົກ​ລະ­ດັບ​ຈາກ 626.000 ກີບ ມາ​ເປັນ 900.000 ກີບ ຫຼື ເທົ່າ​ກັບ 112 ໂດ​ລາ​ສະ­ຫະ­ລັດ​ຕໍ່​ຄົນ​ຕໍ່​ເດືອນ.

 

ແນວ­ໃດ​ກໍ​ດີ​ຕໍ່​ການ​ສະ­ເໜີ​ດັ່ງ­ກ່າວ​ໃນ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ ສາ­ມັນ​ປະ­ຈຳ​ເດືອນ​ທັນ­ວາທີ່​ຈັດ​ຂຶ້ນ​ໃນ​ວັນ​

ທີ 22 ທັນ­ວາ​ຜ່ານ​ມາ ກໍ​ໄດ້​ເຫັນ​ດີ​ຮັບ­ຮອງ​ເອົາ​ຕົວ​ເລກ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດຕາມ​ທີ່​ ກະ­ຊວງ​ແຮງ​ງານ ແລະ ສະ

­ຫວັດ­ດີ​ການ​ສັງ­ຄົມ​ສະ­ເໜີ ທັງ​ນີ້ ກໍເພື່ອ​ເປັນ​ການ​ຍົກ​ສູງ​ປັບ­ປຸງ​ຊີ­ວິດ​ການເປັນ​ຢູ່​ຂອງ​ແຮງ​ງານ​ລາວ, ຫຼີກ­ເວັ້ນ​

ຈຳນວນ​ແຮງ​ງານ​ລາວ​ທີ່​ເຄື່ອນ​ຍ້າຍ​ອອກ​ໄປ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່​ຕ່າງ­ປະ­ເທດ ແລະ ທັງ​ເປັນ​ການ​ສົ່ງ­ເສີມ​ພັດ

­ທະ­ນາ​ຕົນ​ເອງ​ໃຫ້​ມີ​ຄຸນ​ນະ​ພາບ​ທາງ​ດ້ານ​ ສີ­ມື ແລະ ທັດ­ສະ­ນະ​ຄະ­ຕິ​ທີ່​ດີ​ຕໍ່​ວຽກ.

 

ໂດຍ​ໃນ­ຕໍ່­ໜ້າ​ຫາກ​ມີ​ບັນ­ຫາ​ໃດ​ຈິ່ງ​ຈະ​ພິ­ຈາ­ລະ­ນາ​ເປັນ​ໄປ​ແຕ່​ລະ​ໄລ­ຍະ ເພື່ອ​ຮັບ­ປະ­ກັນ​ໄດ້​ຊີ­ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ­

ຖານ​ຂອງ​ຜູ້​ອອກ­ແຮງ​ ງານ ແລະ ບໍ່​ໃຫ້​ກະ­ທົບ​ເຖິງ​ການ​ດຶງ​ດູດ​ການ​ລົງ­ທຶນ​ໃນ​ປະ­ຈຸ​ບັນ ແລະ ອະ­ນາ­ຄົດ ຮອດ​ປະ­

ຈຸ​ບັນ​ແມ່ນ​ຍັງ​ບໍ່​ໃຫ້​ມີ​ຂໍ້​ມູນ​ເປີດ­ເຜີຍ​ເຖິງ​ວັນ​ເວ­ລາ​ໃນ​ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ເລກ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ໃໝ່​ນີ້

ແຕ່​ກໍ​ຄາດ​ຄະ­ເນ​ວ່າ​ຈະ​ປະ­ກາດ​ນຳ​ໃຊ້​ໃນ​ມໍ່ໆ​ນີ້.

 

ສຳ­ລັບ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ​ທີ່​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ຂະ­ນະ​ນີ້​ ແມ່ນ​ຖືກ​ປັບ​ຂຶ້ນ​ນັບ​ແຕ່​ຕົ້ນ​ປີ 2012 ເປັນ­ຕົ້ນ​ມາ​

ຈາກ 348.000 ກີບ ເມື່ອ​ກ່ອນ​ມາ​ເປັນ 626.000 ກີບ​ຕໍ່​ຄົນ​ຕໍ່​ເດືອນ ໃນ​ປະ­ຈຸ​ບັນ ຫຼື ຖ້າ​ຄິດ­ໄລ່​ເປັນ​ວັນ​ແມ່ນ​ບໍ່​

ໃຫ້​ຕ່ຳ​ກວ່າ 24.076 ກີບ​ຕໍ່​ຄົນ​ຕໍ່​ເດືອນ ແລະ ຖ້າ​ຄິດ­ໄລ່​ເປັນ​ຊົ່ວ­ໂມງ​ແມ່ນ​ບໍ່​ໃຫ້​ຫຼຸດ 3.009 ກີບ​ຕໍ່​ຄົນ​ຕໍ່​ຊົ່ວ­ໂມງ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...