Homeຂ່າວທ້ອງຖິ່ນທ່ານເຈົ້າຄອງນະຄອນຫຼວງ ລົງຢ້ຽມຢາມພື້ນຖານການຜະລິດ ເມືອງປາກງື່ມ

ທ່ານເຈົ້າຄອງນະຄອນຫຼວງ ລົງຢ້ຽມຢາມພື້ນຖານການຜະລິດ ເມືອງປາກງື່ມ

Published on

20141223154927

 

ທ່ານ ​ດຣ. ສິນ​ລະ​ວົງ ຄຸດໄພທູນ ເຈົ້າ​ຄອງ​ນະຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ພະແນກການ​ອ້ອມ​ຂ້າງ

ໄດ້ລົງ​ໄປ​ຢ້ຽມຢາມ​ພື້ນຖານ​ການ​ຜະລິດ ສະຖານ​ບູຮານ ແລະ ບັນດາໂຄງການ​ພັດທະນາ​ຢູ່​ເມືອງ​ປາກງື່ມ ນະຄອນ

ຫຼວງ​ວຽງ​ຈັນ ວັນ​ທີ 23 ທັນວາ 2014 ໂດຍ​ຖືກ​ຕ້ອນຮັບ​ຈາກ​ທ່ານ ວົງ​ເດືອນ ບຸນ​ຍະແສງ ເຈົ້າເມືອງ​ປາກ​ງື່ມ ພ້ອມ

ດ້ວຍ​ເຈົ້າ​ຂອງ​ກິດຈະການ ແລະ ພະນັກງານ​ກ່ຽວຂ້ອງ.

 

ໂອກາດ​ນີ້ ທ່ານ​ເຈົ້າ​ຄອງນະຄອນຫຼວງ ພ້ອມ​ດ້ວຍ​ຄະນະ ໄດ້​ໄປ​ຢ້ຽມຢາມ​ຟາມ​ລ້ຽງ​ງົວ​ພັນຊີ້ນ ຫຼັກ 44 ຂອງ​ໂຄງການ

​ພັດທະ​ນາ​ຈະເລີນ​ການ​ກະເສດ ໂດຍໄດ້​ຮັບ​ການ​ລາຍ​ງານ​ຈາກ​ຄະນະອຳນວຍ​ການ​ວ່າ: ຟາມ​ລ້ຽງ​ງົວພັນ​ຊີ້ນ ຫຼັກ 44

ເປັນ​ໂຄງການສ້າງຕັ້ງ​ຂຶ້ນ​ປີ 2012 ມີ​ທຶນ​ຈົດ​ທະບຽນ 10 ຕື້​ກີບ ມີ​ເນື້ອທີ່ 17 ເຮັກຕາ ປັດຈຸບັນ​ມີ​ງົວ 672 ໂຕ ຈຸດປະ

ສົງ​ຫຼັກ​ແມ່ນ​ລ້ຽງ​ງົວ ​ເພື່ອ​ສະໜອງ​ຕະຫຼາດ​ສ້າງ​ເປັນ​ຟາມ​ຕົວແບບ​ໃຫ້​ນັກ​ສຶກ​ສາ ນັກ​ຄົ້ນຄວ້າ ນັກທຸລະກິດ ແລະ

ຊາວນາ​ຢູ່ພາຍ​ໃນ​ປະເທດ ​ເຂົ້າ​ມາ​ສຶກ​ສາຮ່ຳຮຽນ ສົ່ງເສີມ​ການ​ລ້ຽງ​ງົວ ໂດຍ​ການ​ມີ​ສ່ວນ​ຮ່ວມ​ກັບ​ປະຊາຊົນ ນອກ​ນີ້

ຍັງ​ມີ​ການ​ປູກ​ຫຍ້າເປັນ​ອາຫານ​ໃຫ້​ງົວ ເຮັດ​ອາຫານຂຸ້ນ​ເພື່ອ​ເປັນ​ອາຫານ​ເສີມ ມີ​ການອັດ​ເຟືອງ​ແຫ້ງ​ໄວ້​ໃຫ້​ງົວ​ກິນ

​ໃນລະດູແລ້ງ.

 

ພາຍຫຼັງ​ຮັບ​ຟັງ​ສະພາບ​ການລ້ຽງ​ງົວ​ຂອງ​ຟາມ ​ທີ່​ມີ​ທັງ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ແລ້ວ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ

ໄດ້ສະແດງ​ຄວາມ​ຊົມເຊີຍ​ຕໍ່​ເຈົ້າຂອງ​ກິດຈະການ ​ທີ່​ສາມາດ​ສ້າງເປັນ​ຕົວ​ແບບ​ການ​ລ້ຽງ​ງົວ​ ຕາມມາດຕະຖານ​ສາກົນ

​ແຫ່ງ​ທຳ​ອິດຢູ່​ລາວ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ປະກອບ​ການ​ຂຽນ​ເປັນບົດ​ສະຫຼຸບ ຫຼື ຄູ່​ມື​ການ​ລ້ຽງ​ງົວແບບ​ທັນ

​ສະໄໝ​ ເພື່ອ​ໃຫ້​ພາກສ່ວນ​ອື່ນໆ​ ນຳໄປ​ເປັນ​ບົດຮຽນການ​ກຳນົດ​ຫຼັກການ​ໃນ​ການລ້ຽງ​ຢ່າງ​ຊັດ​ເຈນ ເພື່ອ​ຮອງ​ຮັບຕະ

ຫຼາດ​ສາກົນ ຂະຫຍາຍ​ກິດ​ຈະການ​ໃຫ້​ກວ້າງຂວາງ ແລະ ເພີ່ມຈຳນວນ​ງົວ​ໃຫ້​ຫຼາຍ ເພື່ອ​ຮອງຮັບ​ການ​ສະໜອງ​ຊີ້ນ​ໃຫ້​

ຕະຫຼາດພາຍ​ໃນ ແລະ ຕ່າງປະເທດ ໂດຍສະເພາະຕະຫຼາດ​ຫວຽດນາມ ຕາມ​ແຜນການ​ຂອງ​ນະຄອນຫຼວງ​ວຽງ​ຈັນ

ຕ້ອງ​ມີ​ການ​ເຝິກອົບຮົມ​ໃຫ້​ຜູ້​ທີ່​ມາ​ຖອດ​ຖອນ​ບົດຮຽນ ສົ່ງເສີມ​ໃຫ້​ຟາມ​ລ້ຽງ​ງົວຕ່າງໆ​ພາຍ​ໃນ​ເມືອງ​ໃຫ້​ເປັນ​ຕົວແບບ

ສົ່ງເສີມ​ການ​ປູກ​ຫຍ້າ ແລະ ອື່ນໆ.

 

ຈາກ​ນັ້ນ ຄະນະ​ຜູ້​ແທນ​ກໍ່​ໄດ້ໄປ​ຢ້ຽມ​ຊົມ ແລະ ກາບ​ໄຫວ້​ວັດຖິ່ນ​ສ້ອຍ ຢ້ຽມ​ຊົມ​ຈຸດ​ນ້ຳ​ງື່ມ​ປ່ອງໃສ່​ນ້ຳຂອງ (ບ້ານ​ປາກ

​ງື່ມ) ເພື່ອສຶກ​ສາ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ ​ໃນການ​ສ້າງ​ເມືອງ​ໃໝ່ ແລະ ສະຖານ​ທີ່​ທ່ອງ​ທ່ຽວ ນອກ​ນີ້ ຍັງ​ໄດ້ໄປ​ຢ້ຽມຢາມ​

ສະຖານທີ່​ຈະ​ສ້າງເປັນ​ຟາມ​ລ້ຽງ​ງົວ​ ຂອງ​ນະຄອນຫຼວງ​ວຽງ​ຈັນ (ບ້ານ​ສົມ​ປະເສີດ) ແລະ ຢ້ຽມ​ຊົມ​ຈຸດ​ທີ່​ຈະ​ສ້າງ​ໂຄງ

ການ​ເຂື່ອນ​ຝາຍ​ນ້ຳ​ລົ້ນ​ບ້ານ​ເວີນກະເບົາ (ເຂື່ອນ​ບ້ານ​ພ້າວ).

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...