Homeຂ່າວພາຍ​ໃນລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງສືບຕໍ່ແພງຂຶ້ນ

ລາຄາສິນຄ້າຢູ່ຕະຫຼາດໃນນະຄອນຫຼວງສືບຕໍ່ແພງຂຶ້ນ

Published on

shopping-market-laos

 

ປັດຈຸບັນລາຄາສິນຄ້າປະເພດ ເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກ ຕ່າງໆຢູ່ຕາມຕະ ຫຼາດໃນນະຄອນຫຼວງ

ວຽງຈັນ ມີການເໜັງຕີງແພງຂຶ້ນ, ເນື່ອງ ຈາກສະພາບອາກາດໃນໄລຍະນີ້ຢູ່ໃນຊ່ວງລະດູໜາວເຮັດໃຫ້ ສິນຄ້າບາງ

ປະ ເພດຮັກສາຢາກ, ປູກບໍ່ໄດ້ຕາມມາດຖານ ແລະ ບໍ່ສາມາດຕອບສະໜອງຄວາມ ຕ້ອງການຂອງຜູ້ບໍລິໂພກໄດ້

ຢ່າງພຽງພໍ.

 

ຜ່ານຈາກການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດຜັກ ຕ່າງໆຂອງນັກຂ່າວພວກເຮົາຢູ່ຕາມຕ

ະຫຼາດຫຼາຍ ແຫ່ງໃນນະຄອນຫຼວງວຽງຈັນເຫັນວ່າລາຄາສິນຄ້າມີການ ເໜັງຕີງເພີ່ມຂຶ້ນ ເຊັ່ນ: ຜັກຫອມບົ່ວ ຈາກ

ລາຄາ 10 ພັນກີບ ມາເປັນ 12-15 ພັນກີບ/ກິໂລ, ໝາກ ເຜັດລາຄາ 14 ພັນກີບ ມາເປັນ 20 ພັນກີບ/ກິໂລ, ໝາກ

ເຫລັ່ນ ລາ ຄາ 5 ພັນກີບ ມາເປັນ 10 ພັນ ກີບ/ກິໂລ, ໝາກນາວ ລາຄາ 12 ພັນກີບ ມາເປັນ 14 ພັນກີບ/ກິໂລ,

ໜາກແຕງ ລາຄາ 4 ພັນກີບ ມາ ເປັນ 6 ພັນກີບ/ ກິໂລ ແລະ ພຶດ ຜັກອື່ນໆກໍມີລາຄາແພງຂຶ້ນເຊັ່ນກັນ. ຂະນະດຽວ

ກັນລາຄາ ປະເພດຊີ້ນ, ປາກໍມີການເໜັງຕີງ ເປັນຕົ້ນ ຊີ້ນງົວມີລາຄາ 70-75 ພັນກີບ/ກິໂລ, ຊີ້ນໝູລາຄາ 35-40

ພັນກີບ/ ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ ລາຄາ 20-23 ພັນກີບ/ກິໂລ, ສຳລັບສັດ

ນ້ຳທຳ ມະ ຊາດຄື: ກົບ, ອ່ຽນມີລາຄາ 60-75 ພັນກີບ/ກິໂລ ແລະ ປາທຳມະຊາດອື່ນໆກໍມີລາຄາແພງ ເຊັ່ນດຽວກັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...