Homeຂ່າວພາຍ​ໃນຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

Published on

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ ແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ໃນວັນທີ 6 ກັນຍາ 2026 ນີ້, ໂດຍການຕ້ອນຮັບ ຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຄະນະຊີ້ນໍາການເຝິກຊ້ອມ ຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ” ຂະບວນລົດໄຟສັນຕິພາບ 2026”, ມີ ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ສະຫາຍ ພັນເອກ ຫຼີ ປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

 ພິທີ ຕ້ອນຮັບໄດ້ຈັດຂຶ້ນທີ່ ສະຖານີລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສະແດງຄວາມຕ້ອນຮັບຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ຢ່າງອົບອຸ່ນ, ເຊິ່ງຄະນະຜູ້ແທນ ແລະ ນັກຫັດແອບ ຂະບວນລົດໄຟສັນຕິພາບ 2026 ມີຄວາມສໍາຄັນ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ສອງກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກ.

ການເຝິກຊ້ອມຫັດແອບພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ 2026 ເພື່ອຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດ” ຄັ້ງນີ້ ເປັນຄັ້ງທີ 6 ເຊິ່ງຈະໄດ້ຈັດຂຶ້ນໃນໄລຍະເວລາ 16 ວັນ ມາຮອດປັດຈຸບັນການກະກຽມໄດ້ມີຄວາມຮອບດ້ານ ພິທີເປີດຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ ແລະ ໃນວັນດຽວກັນນັ້ນ ຈະມີການຫັດແອບເຝິກຊ້ອມຕົວຈິງຢູ່ທີ່ສະໜາມຈໍາລອງດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພາຍຫຼັງສຳເລັດການເຝິກຊ້ອມ ໜ່ວຍແພດ “ຂະບວນ ລົດໄຟສັນຕິພາບ 2026” ຍັງຈະໄດ້ເປີດບໍລິການດ້ານການແພດ ຢູ່ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ແຂວງອັດຕະປື ຕື່ມອີກ.

ອ້າງອີງຈາກ: Lao people’s Army News

 

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...